
ກອງທັບປະຊາຊົນລາວໃນຍ່ານທາງ 70 ປີ ( ບົດສຳພາດ ທ່ານ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ).
ເວລາອອກຂ່າວ: 2019-01-16 09:48:00 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 581 | ຄວາມນິຍົມ:
ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າກອງທັບປະຊາຊົນລາວ ແມ່ນກອງທັບວີລະຊົນຂອງຊາດລາວວິລະຊົນເຊິ່ງປະກອບມີພະນັກງານ-ນັກຮົບຜູ້ດີເດັ່ນຫ້າວຫັນສືບທອດມາຈາກບັນດາໜ່ວຍກອງຫຼອນ,ກອງໂຄສະນາປະກອບອາວຸດໃນເມື່ອ ກ່ອນພະນັກງານ-ນັກຮົບເຫຼົ່ານີ້ແມ່ນ
ລູກຮັກຫຼານແພງອັນປະເສີດຂອງປະຊາຊົນລາວບັນດາເຜົ່າ,ເປັນຄົນຮັກເຊື້ອແພງຊາດດຸໝັ່ນຂະຫຍັນພຽນກ້າແກ່ນບໍ່ຍອມເປັນຂ້ອຍ ຂ້າມ້າໃຊ້ໃຫ້ຊາດອື່ນຢ່າງເດັດຂາດ, ໃນປະຫວັດສາດຂອງຊາດລາວເຮົາບັນພະບູລຸດເຮົາໄດ້ຄຽງບ່າຄຽງໄຫຼນຳພາປະຊາຊົນລາວລຸກຂຶ້ນຕໍ່ສູ້ຍາດເອົາເພື່ອຄວາມເປັນເອກະລາດສິດເສລີພາບມາໃຫ້ປະເທດຊາດ ແລະ ຄວາມສົມບູນພູນສຸກພາໃຫ້ປະ
ຊາຊົນບັນດາເຜົ່າຜ່ານຫຼາຍຍຸກຫຼາຍສະໄໝຢ່າງດຸເດືອດຂ້ຽວຂາດປະເຊີນໜ້າກັບຈັກກະພັດທີ່ໃຫຍ່ໂຕ ແລະ ມີອາວຸດຍຸດທະພັນທາງດ້ານການທະຫານ ແລະ ດ້ານເສດຖະກິດທີ່ແຂງແກ່ນ ທັນສະໄໝເຊັ່ນ: ພວກຟາຊິດຍີປຸ່ນ, ຈັກກະພັດລ່າເມື່ອງຂຶ້ນຝຣັ່ງ, ຈັກກະພັດອາເມຣິກາ ແລະ ພວກລູກແຫຼ້ງຕີນມືຂາຍຊາດ.
ຕໍ່ໜ້າສະພາບຄວາມເຄັ່ງຕຶງ ແລະ ຄວາມຈໍາເປັນພາວະວິໄສ ທີ່ປະເທດຊາດກໍາລັງປະເຊີນໜ້າກັບມະຫັນຕະໄພອັນໜັກໜ່ວງ, ຖືກຮຸກຮານຈາກຕ່າງຊາດ, ປະຊາຊົນກໍາລັງຕົກທຸກລຳບາກ, ຂາດ ສິດເສລີພາບ ແລະ ບໍ່ມີຄວາມເປັນເຈົ້າຕົນເອງ.
ຈາກສະພາບການດັ່ງກ່າວໂດຍໄດ້ຮັບການຊີ້ນໍາຈາກພັກ
ຄອມມູນິດອິນດູຈີນ ປະທານໄກສອນ ພົມວິຫານ ຈຶ່ງໄດ້ປະກາດສ້າງຕັ້ງກອງລາດຊະວົງຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 1949ຢູ່ທີ່ຖໍ້າແມເຂດລາວຮຸ່ງ-ພຽງສາທີ່ຂຶ້ນກັບ
ເມືອງຊຽງຄໍ້ແຂວງຫົວພັນ ໂດຍແມ່ນ ທ່ານ ເພັດສາວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນ ຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາ, ໃນມື້ດຽວ ກັນນັ້ນໂດຍພາຍໃຕ້ການນໍາພາອັນແທດເຖິງຂອງສາຂາພັກຄອມມູນິດອິນດູຈີນປະຈໍາລາວ, ກອງປະຊຸມໄດ້ເອົາກອງລາດຊະວົງເປັນ ບ່ອນຈັດຕັ້ງພິທີປະກາດກອງທັບລາວອິດສະຫຼະຂຶ້ນຢ່າງເປັນທາງ ການຢູ່ສະຖານທີ່ດຽວກັນ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ບັນຊາການສູງສຸດຈາກນັ້ນ ບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງໄຊເສດຖາທິລາດ, ກອງປັດໃຈ ແລະ ກອງ ຟ້າງຸ່ມ ກໍໄດ້ຮັບການປະກາດເຂົ້າໂຮມເປັນຖັນແຖວກອງທັບລາວອິດສະຫຼະເປັນທາງການ ແລະ ກາຍມາເປັນກອງທັບປະຊາຊົນ ລາວໃນປັດຈຸບັນ.
ຕະຫຼອດໄລຍະ 70 ປີ ກອງທັບປະຊາຊົນລາວຍາມໃດກໍມີ ຄວາມຈົງຮັກພັກດີ, ມີຄວາມຊື່ສັດບໍລິສຸດຮັບໃຊ້ຊາດຮັບໃຊ້ ປະຊາຊົນ ແລະ ມີລະບຽບວິໄນທີ່ເຂັ້ມງວດເປັນເຄື່ອງມືອັນແຫຼມ ຄົມຂອງພັກຕະຫຼອດມາ.
ໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ຢູ່ກົມໃຫຍ່ເຕັກນິກພວກ ເຮົາກໍໄດ້ເປັນເຈົ້າການຈັດຕັ້ງສ້າງຂະບວນການດ້ານຕ່າງໆຫຼາຍ ດ້ານ ເຊິ່ງໄດ້ເອົາເນື້ອໃນເປັນຕົ້ນຕໍ, ໂດຍອີງໃສ່ເນື້ອໃນຈິດໃຈທີ່ຂັ້ນ ເທິງວາງອອກໂດຍສະເພາະແມ່ນຍູ້ຂະບວນການດ້ານຕ່າງໆປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປາກົດຜົນເປັນຈິງປະກອບສ່ວນເຂົ້າໃນການຈັດ
ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີIຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກເຂົ້າສູ່ຂົງເຂດວຽກງານຂອງຂະແໜງການ ເຕັກນິກພວກເຮົາເຊັ່ນ: ຈັດຕັ້ງການຮໍ່າຮຽນມູນເຊື້ອຂອງກອງທັບ, ເປີດບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ ແລະ ເຊື່ອມຊຶມມະຕິ 6 (ສະໄໝທີ X ຂອງສູນກາງພັກ) ຕາມການຊີ້ນໍາຂອງກົມໃຫຍ່ການເມືອງກອງທັບ, ຮັບປະກັນດ້ານພາຫະນະເຕັກນິກ ໃຫ້ແກ່ການສວນສະໜາມໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ,ການຮັບປະກັນເຕັກນິກໃຫ້ແກ່ການກອບກູ້ໄພພິບັດທາງທໍາມະຊາດຢູ່ເມືອງສະໜາມ
ໄຊ ແຂວງອັດຕະປື ແລະ ຂອບເຂດທົ່ວປະເທດ, ການຮັບປະກັນເຕັກນິກໃຫ້ແກ່ການສະເຫຼີມສະຫຼອງເມືອງວຽງໄຊ ແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ5ປີ,ການຮັບປະກັນເຕັກນິກໃຫ້ແກ່ໂຄງການຕ່າງໆໄດ້ສໍາເລັດຜົນເປັນຢ່າງດີ. ສົ່ງເສີມຫົວຄິດປະດິດສ້າງ, ເສີມຂະຫຍາຍຈິດໃຈເພິ່ງຕົນເອງກຸ້ມ ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຄົ້ນຄ້ວາຜະລິດວັດ ຖຸອາໄຫຼ່ຮັບໃຊ້ການສ້ອມແປງພາຫະນະອາວຸດຍຸດໂທປະກອນ ປັບປຸງບັນດາຂະແໜງການເຕັກນິກ ຂົງເຂດວຽກງານເຕັກນິກໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.ພ້ອມກັນນັ້ນຢູ່ຕາມອາຄານສະຖານຖິ່ນກົມກອງຕ່າງໆກໍໄດ້ມີການປະດັບປະດາຄ້າຍ ຄູໃຫ້ມີຄວາມສະອາດງາມຕາປັກທຸງຊາດ, ທຸງພັກ, ທຸງທີວ,ຕິດຕັ້ງປ້າຍຄໍາຂັວນຍຸດທະສາດຢູ່ໜ້າຕຶກກົມໃຫຍ່ ແລະ ບັນດາກົມ, ຫ້ອງການຂຶ້ນກັບ, ເປີດຂະບວນການແຂ່ງຂັນກິລາ ແລະ ສີລະປະວັນນະຄະດີທົ່ວກົມໃຫຍ່ເຕັກນິກ, ມີການຈັດຕັ້ງແລ່ນເຝິກຝົນຮ່າງກາຍເພື່ອສຸຂະພາບ 3 ກິໂລແມັດ ທຸກໆວັນສຸກ ຢ່າງມີບັນຍາກາດ ເບີກບານມ່ວນຊື່ນ.
ໃນໂອກາດນີ້ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງການ ນໍາພັກ-ລັດທຸກຂັ້ນ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກໃນຊີວິດ ຊີ້ນໍາໆພາປະເທດຊາດໃຫ້ມັ່ງຄັ້ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມສີວິໄລ ແລະ ຍຸຕິທໍາເວົ້າລວມ, ເວົ້າສະເພາະແມ່ນນໍາພາກອງ ທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.
ອວຍພອນແດ່ບັນດາພະນັກງານອາວຸໂສບໍານານຕະຫຼອດຮອດ ພະນັກງານ-ນັກຮົບທຸກສະຫາຍຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນສໍາເຮັດໃນໜ້າທີ່ການງານທຸກປະການ.
ຂໍຂອບໃຈ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ