ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຫ້ອງການກຳມະບານ ກປທ ລົງຊຸກຍູ້ການຜະລິດຢູ່ໂຮງສີເຂົ້າກອງທັບ
ເວລາອອກຂ່າວ: 2019-01-16 13:38:56 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 239838877 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 11 ມັງກອນ 2019 ນີ້, ຄະນະນຳ ຫ້ອງການກຳມະບານກະຊວງ ປ້ອງກັນປະເທດ ນຳໂດຍ ພັນໂທ ວິໄລພົງ ເພົ້າວິໄລ ຮອງຫົວໜ້າ ຫ້ອງການກຳມະບານ ກປທ ພ້ອມຄະນະໄດ້ ລົງຊຸກຍູ້ການຜະ ລິດ ແລະ ເກັບກຳຜົນງານການ ເຄື່ອນໄຫວຂອງໜ່ວຍກຳມະບານ ໂຮງສີເຂົ້າກອງທັບ ພ້ອມທັງເປັນ ການສ້າງຂະບວນການເພື່ອຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີຂະບວນການຟົດຟື້ນ ແລະ ມີຄວາມໝາຍສຳຄັນອັນເລິກ ເຊິ່ງ. ໃນໂອກາດດັ່ງກ່າວ ພັນໂທ ວິໄລພົງ ເພົ້າວິໄລ ພ້ອມຄະນະ ກໍໄດ້ຮັບຟັງການລາຍງານສະ ພາບການໂດຍລວມຂອງໜ່ວຍ ກຳມະບານໂຮງສີເຂົ້າກອງທັບ ຈາກ ພັນໂທ ຫຼຽນທອງ ເພັດ ວຽງໄຊ ຜູ້ຮັບຜິດຊອບວຽກງານ ເຕັກນິກໃຫ້ຮູ້ວ່າ: ຕະຫຼອດໄລ ຍະເວລາ 70 ປີຜ່ານມາໃນການ ເຄື່ອນໄຫວວຽກງານດ້ານຕ່າງໆ ແມ່ນໄດ້ຮັບການປັບປຸງແກ້ໄຂ ແລະ ໃຫ້ດີຂຶ້ນເປັນກ້າວໆຕາມ ທິດຊີ້ນຳ, ອັນຖືກຕ້ອງ ແລະ ໃກ້ ຊິດຕິດແທດຈາກຫ້ອງການກຳ ມະບານກອງທັບ ຕະຫຼອດ 70 ປີ ຜ່ານມາ, ໂຮງສີເຂົ້າກອງທັບ ຍາມໃດກໍສຸມໃສ່ວຽກງານການ ຜະລິດເຂົ້າ ເພື່ອຕອບສະໜອງ ການບໍລິໂພກພາຍໃນກອງທັບໃຫ້ ພຽງພໍຕາມຄວາມຮຽກຮ້ອງ ຕ້ອງການ ໂດຍການປະຕິບັດໜ້າ ທີ່ວິຊາສະເພາະຂອງຕົນ ເຊິ່ງ ເປັນວຽກງານໃຈກາງຂອງກົມ ກອງໃນການເກັບຊື້ເຂົ້າເປືອກໃນ ປີນີ້ໄດ້ທັງໝົດ 2.000 ໂຕນ ປັດຈຸບັນສີອອກເປັນເຂົ້າສານໄດ້ 1.220 ໂຕນ ແລະ ໄດ້ເບີກຈ່າຍ ເປັນອັດຕາໃຫ້ບັນດາກົມກອງ ຕ່າງໆຕາມການຕົກລົງຂອງຂັ້ນ ເທິງໄດ້ 100%. ໂອກາດດຽວກັນນີ້, ພັນໂທ ວິໄລພົງ ເພົ້າວິໄລ ກໍໄດ້ໂອ້ລົມຕໍ່ ຄະນະໜ່ວຍກຳມະບານໂຮງສີ ເຂົ້າກອງທັບ ໂດຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ທາງໜ່ວຍກຳມະບານໂຮງສີ ເຂົ້າຍາດມາໄດ້ ເປັນຕົ້ນແມ່ນ ການຜະລິດເຂົ້າ ເພື່ອຕອບສະ ໜອງດ້ານການບໍລິໂພກພາຍໃນ ກອງທັບໄດ້ຖ່ວງທັນຕາມຄວາມ ຮຽກຮ້ອງຕ້ອງການ ພ້ອມດຽວ ກັນນີ້ ທ່ານກໍໄດ້ເນັ້ນໜັກໃຫ້ທາງ ຄະນະຈົ່ງສືບຕໍ່ຮັກສາຜົນງານ ດັ່ງກ່າວເພື່ອສ້າງຄວາມໄວ້ເນື້ອ ເຊື່ອໃຈຈາກຂັ້ນເທິງ ເປັນເຈົ້າ ການສຶກສາອົບຮົມວຽກງານ ແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ ພ້ອມກັນສືບຕໍ່ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ພ້ອມກັນສູ້ຊົນປະຕິບັດ ຕາມທິດທາງແຜນການທີ່ວາງ ໄວ້ໃຫ້ສຳເລັດຜົນສູງກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ