ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານຫ້ອງການວິທະຍາຄານ ວພກ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 5 ຂອງຕົນ
ເວລາອອກຂ່າວ: 2019-01-16 14:09:32 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399297312 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ຄະນະ ພັກຮາກຖານຫ້ອງການວິທະຍາ ຄານພະລາທິການກອງທັບ ໄດ້ ດຳເນີນເປີດກອງປະຊຸມໃຫຍ່ຄັ້ງ ທີ V ຂອງຕົນຂຶ້ນ ໂດຍການເຂົ້າ ຮ່ວມເປັນປະທານຂອງສະຫາຍ ພັນເອກ ທຸນທັນ ຄຳພັນໄມ ຄະນະ ພັກ-ຄະນະອຳນວຍການ ຫົວໜ້າ ຫ້ອງພະລາວິທະຍາຄານພະລາ ທິການ, ມີສະຫາຍພັນເອກ ບຸນ ກ້ຽງ ວົງສາລາດ ເລຂາຄະນະ ພັກ ຫົວຫນ້າການເມືອງວິທະຍາ ຄານພະລາທິການກອງທັບ ພ້ອມ ດ້ວຍຄະນະ, ມີບັນດາສະຫາຍ ພະແນກວິຊາການ ແລະ ບັນດາ ແຂກຖືກເຊີນຈາກ 6 ຫ້ອງການ 2 ກອງພັນ, ຕະຫຼອດຮອດສະມາຊິກ ພັກສົມບູນ ແລະ ສຳຮອງເຂົ້າ ຮ່ວມ. ພັນໂທ ທອງວັນ ອ່ຽງບົວລາ ຄະນະພັກວິທະຍາຄານ ຮອງຫົວ ຫນ້າຫ້ອງການວິທະຍາຄານພະ ລາທິການກອງທັບ ໄດ້ຂຶ້ນຜ່ານ ບົດລາຍງານການເມືອງທັງ 2 ພາກ ເຊິ່ງຍົກໃຫ້ເຫັນຜົນງານ ດ້ານດີທີ່ເປັນພື້ນຖານຫຼາຍດ້ານ, ໂດຍສະເພາະແມ່ນຄະນະພັກຮາກ ຖານພວກເຮົາໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງນຳພາແນວ ຄິດໃຫ້ສະມາຊິກພັກເປັນຫຼັກ ເຂົ້າໃນການຈັດຕັ້ງປະຕິບັດຫນ້າ ທີ່ວຽກງານໃຫ້ຖືກຕາມແນວ ທາງແຜນນະໂຍບາຍ ແລະ ບັນ ດາມະຕິຄຳສັ່ງຂອງພັກ-ລັດ, ຂອງຫ້ອງ ກໍຄືຂອງວິທະຍາຄານ ວາງອອກ ໂດຍປິ່ນອ້ອມ 4 ຫນ້າ ທີ່ໃຫຍ່ 26 ແຜນງານທີ່ກະຊວງ ປ້ອງກັນປະເທດວາງອອກ ເພື່ອ ເຮັດໃຫ້ສະມາຊິກພັກໃນທົ່ວຮາກ ຖານພັກຂອງພວກຕົນມີຄວາມ ອຸ່ນອຽນທຸ່ນທ່ຽງເຊື່ອຫມັ້ນຕໍ່ ການຊີ້ນຳ-ນຳພາ, ຂອງພັກ-ລັດ ແລະ ເອົາໃຈໃສ່ປະຕິບັດຂໍ້ກຳ ນົດກົດລະບຽບຂອງກອງທັບ ວາງອອກຢ່າງເຂັ້ມງວດ, ຕັ້ງ ຫນ້າປະກອບສ່ວນເຂົ້າຮ່ວມ ວຽກງານຂະບວນການດ້ານ ຕ່າງໆຂອງວິທະຍາຄານທີ່ນອນ ຢູ່ໃນຂົງເຂດວຽກງານການ ເມືອງ ແລະ ວິຊາສະເພາະຂອງ ຕົນດ້ວຍຄວາມຮັບຜິດຊອບສູງ. ພ້ອມນັ້ນ, ຄະນະພັກຮາກຖານ ຍັງໄດ້ເຮັດວຽກງານຕິດພັນກັບ ການປັບປຸງກໍ່ສ້າງພັກໃຫ້ເຂັ້ມ ແຂງ-ໜັກແໜ້ນບົນພື້ນຖານປະ ຕິບັດຕາມ 5 ຫຼັກການ 3 ທິດນຳ ຂອງພັກວາງອອກໃຫ້ປາກົດຜົນ ເປັນຈິງ, ແກ້ໄຂຊີວິດການເປັນຢູ່ ດ້ວຍການປູກຝັງ-ລ້ຽງສັດ ແລະ ການບໍລິການຕ່າງໆ ສາມາດສ້າງ ລາຍຮັບເຂົ້າຄັງລວມໄດ້ 105.539.000 ກີບ, ສະເລ່ຍ ໄດ້ 933,920 ກີບຕໍ່ຄົນຕໍ່ປີ ແລະ ຄັດເລືອກຄະນະພັກຮາກຖານຊຸດ ໃຫມ່ໄດ້ຕາມຄາດຫມາຍ. ໂດຍ: ບຸນຜົງ ອິນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ