ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພາກສ່ວນຕ່າງໆເຂົ້າອວຍພອນຄະນະກອງພັນໃຫຍ່ 661
ເວລາອອກຂ່າວ: 2019-01-17 09:34:28 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ວັນທີ 15 ມັງກອນ 2019 ນີ້, ພັນເອກ ຄໍາປານ ແພງພັນ ຫົວ ຫນ້າການທະຫານກອງພັນໃຫຍ່ ລົດຕັງ-ຍານເກາະ 661 ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ ກົມກອງໄດ້ຕ້ອນຮັບການເຂົ້າ ອວຍພອນຈາກພາກສ່ວນຕ່າງໆ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບຄົບຮອບ 70 ປີ. ພາກຕ່າງໆດັ່ງກ່າວມີສູນກາງຊາວຫນຸ່ມປະຊາຊົນປະຕິ ວັດລາວ, ຄະນະບໍລິຫານງານ ຊາວຫນຸ່ມນະຄອນຫລວງວຽງ ຈັນ, ຄະນະຊາວຫນຸ່ມເມືອງໄຊ ທານີ, ຊາວຫນຸ່ມເມືອງສີໂຄດຕະ ບອງ, ຊາວຫນຸ່ມເມືອງປາກງື່ມ, ຊາວຫນຸ່ມຂົວມິດຕະພາບ, ກຸ່ມ ຫົວຊຽງເມືອງໄຊທານີນະຄອນ ຫຼວງວຽງຈັນ ແລະ ຫມູ່ບ້ານພື້ນ ຖານຂຶ້ນກັບກຸ່ມຫົວຊຽງ ລວມມີ ບ້ານສ້າງຄອມ, ບ້ານດອນລຸ່ມ, ບ້ານສົມສະຫວັນ, ບ້ານໂຄກສະ ຫວ່າງ, ໂຮງຮຽນ ມສ ໄຜ່ລ້ອມ, ບ້ານໄຜ່ລ້ອມ, ບ້ານໂພນສະຫວັນ. ໂດຍແຕ່ລະພາກສ່ວນແມ່ນໄດ້ນໍາເອົາກະຕ່າດອກໄມ້ກະຕ່າຂອງ ຂວັນພ້ອມຄໍາອວຍພອນໄຊອັນ ປະເສີດມາມອບໃຫ້ແກ່ຄະນະ ພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບທົ່ວກອງພັນໃຫຍ່ 661, ສໍາລັບສູນກາງຊາວ ຫນຸ່ມປະຊາຊົນປະຕິວັດລາວຍັງ ໄດ້ມອບເຄື່ອງກີລາ ແລະ ເງິນ ສົດຈຳນວນໜຶ່ງ ລວມທັງໝົດ 3.000.000 ກີບ ໃຫ້ກົມກອງດັ່ງ ກ່າວ ອີກດ້ວຍ. ໂອກາດນີ້, ພັນເອກ ຄໍາປານ ແພງພັນ ກໍໄດ້ກ່າວສະແດງ ຄວາມຂອບໃຈນໍາແຕ່ລະພາກ ສ່ວນດັ່ງກ່າວທີ່ເຫັນໄດ້ຄວາມ ຫມາຍສໍາຄັນຂອງວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີນີ້ ຈຶ່ງໄດ້ພ້ອມກັນ ເຂົ້າມາອວຍພອນກົມກອງພວກ ເຮົາໃນຄັ້ງນີ້ ເຊິ່ງຈະເປັນການ ຮັດແຫນ້ນຄວາມສາມັກຄີລະ ຫວ່າງກອງພັນໃຫຍ່ 661 ກັບ ອົງການຈັດຕັ້ງຕ່າງໆ ແລະ ປະຊາຊົນອ້ອມຂ້າງໃຫ້ແຫນ້ນ ແຟ້ນເລິກເຊິ່ງ ດັ່ງຄໍາຂວັນທີ່ວ່າ "ກອງທັບກັບປະຊາຊົນຄືປາ ກັບນໍ້າ". ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ