ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກອງບັນຊາການທະຫານແຂວງວຽງຈັນ ປະດັບຫຼຽນກາລະນຶກ 70 ປີໃຫ້ກຳລັງກ້ອນສວນສະໜາມ
ເວລາອອກຂ່າວ: 2019-01-17 09:36:18 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ:



ໃນວັນທີ 10 ມັງກອນ 2019 ນີ້,ຢູ່ທີ່ສະໂມສອນຂອງກອງບັນ ຊາການທະຫານແຂວງວຽງຈັນ, ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ກອງທັບປະຊາຊົນລາວ, ໃຫ້ນາຍ ແລະ ພົນທະຫານທີ່ເຂົ້າ ຮ່ວມກຳລັງກ້ອນສວນສະໜາມ ຈຳນວນ 218 ສະຫາຍ, ທີ່ໄດ້ ປະກອບສ່ວນເຫື່ອແຮງເຂົ້າໃນ ການສວນສະໜາມ ເນື່ອງໃນ ໂອກາດສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20/1/1949 20/1/2019) ເຂົ້າຮ່ວມເປັນ ປະທານຂອງ ພັນເອກ ຄຳເຄນ ອຸດຕະມາ ຫົວໜ້າຫ້ອງພະລາ ທິ ການທະຫານແຂວງວຽງຈັນ, ມີ ບັນດາຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງອ້ອມ ຂ້າງ, ຕະຫຼອດຮອດອ້າຍນ້ອງ ກ້ອນກຳລັງສວນສະໜາມເຂົ້າ ຮ່ວມ. ພັນຕີ ວິໄລ ຈຸມບົວບານ ຮອງ ພະແນກນະໂຍບາຍທະຫານ ແຂວງ ດັ່ງກ່າວ,ໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍການປະດັບຫຼຽນ ກາລະນຶກ 70 ປີ ກອງທັບປະຊາ ຊົນລາວໃຫ້ແກ່ນາຍ ແລະ ພົນ ທະຫານຢູ່ກອງບັນຊາການທະ ຫານແຂວງວຽງຈັນຈຳນວນ 218 ສະຫາຍທີ່ໄດ້ເຂົ້າ ຮ່ວມ ກໍາລັງກ້ອນສວນສະໜາມເນື່ອງ ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ເພື່ອຕອບສະ ໜອງຜົນງານຄຸນງາມຄວາມ ດີຂອງນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວທີ່ໄດ້ອຸ ທິດຕົນປະກອບສ່ວນເຂົ້າໃນພາ ລະກິດຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາພັດທະນາປະ ເທດຊາດຕະຫຼອດໄລຍະຜ່ານມາ ແລະ ໄດ້ປະກອບສ່ວນເຫື່ອແຮງ ເຂົ້າຮ່ວມກຳລັງກ້ອນສວນສະ ໜາມໃນຄັ້ງນີ້, ເປັນກຽດຂຶ້ນປະ ດັບຫຼຽນກາລະນຶກ 70 ປີ ໂດຍ ແມ່ນ ພັນເອກ ຄຳເຄນ ອຸດຕະມາ ຂຶ້ນປະດັບຢ່າງສົມກຽດ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ