ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງປະຊຸມຄົບຄະນະພັກກອງບັນຊາການ ທະຫານແຂວງອຸດົມໄຊ ຄັ້ງທີ 6 ສະໄໝທີ IV
ເວລາອອກຂ່າວ: 2021-12-27 09:13:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3782 | ຄວາມນິຍົມ:



ກອງປະຊຸມຄົບຄະນະພັກ ກອງບັນຊາການທະຫານແຂວງ ອຸດົມໄຊ ຄັ້ງທີ 6 ສະໄໝທີ IV ໄດ້ຈັດຂຶ້ນ ໃນວັນທີ 23 ທັນວາ 2021, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ກຳມະການພັກ ແຂວງ, ເລຂາຄະນະພັກ, ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງອຸດົມໄຊ, ມີຄະ ນະປະຈຳພັກ, ຄະນະພັກ-ຄະນະ ບັນຊາ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບ ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານໄດ້ຂຶ້ນຜ່ານ ບົດສະຫຼຸບຕີລາຄາຄືນຜົນສໍາ ເລັດ ການຊີ້ນໍາຂອງອົງຄະນະ ພັກກອງບັນຊາການທະຫານແຂວງອຸດົມໄຊ ຕາມ 4 ໜ້າທີ່ ໃຫຍ່ 26 ແຜນງານ, ໂດຍສະ ເພາະແມ່ນຖືສຳຄັນວຽກງານ ສຶກສາອົບຮົມການເມືອງ-ນຳ ພາແນວຄິດ, ໄດ້ຈັດຕັ້ງຄົ້ນຄວ້າ ເຊື່ອມຊຶມບັນດາມະຕິຕ່າງໆ, ກົດໝາຍຂອງລັດ, ລວມທັງການ ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ ຂອງຊາດ, ຂອງພັກ, ຂອງກອງ ທັບ ແລະ ວັນປະຫວັດສາດສຳ ຄັນຕ່າງໆ 33 ຄັ້ງ, ມີຜູ້ເຂົ້າ ຮ່ວມ 5.032 ສະຫາຍ, ໄດ້ສຸມ ໃສ່ວຽກງານກໍ່ສາ້ງຮາກຖານ ການເມືອງ-ພັດທະນາຊົນນະ ບົດຮອບດ້ານ ຕິດພັນກັບແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານຂອງພັກ, ສຳເລັດສ້າງ ບ້ານປ້ອມໝັ້ນສູ້ຮົບໄດ້ 2 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 5 ບ້ານ, ຄຽງຄູ່ກັນນັ້ນ ໄດ້ຢຶດ ໝັ້ນກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກ, ສ້າງໜ່ວຍ ພັກຂຶ້ນໃໝ່ໄດ້ 1 ໜ່ວຍພັກ, ບົ່ງ ຕົວແຕ່ງຕັ້ງປ່ຽນແທນເລຂາ- ຮອງເລຂາ ແລະ ກຳມະການ ຄະນະພັກ 5 ຄັ້ງ, ມີ 14 ສະ ຫາຍ, ສຳເລັດກອງປະຊຸມໃຫຍ່ ຮາກຖານພັກໄດ້ 3 ໜ່ວຍພັກ, ສຳເລັດການຈັດຕັ້ງເຝິກອົບຮົມ ກວດສອບເລຂາ-ຮອງເລຂາ ພັກຮາກຖານພັກ ຊຸດທີ IV, ປະ ເມີນຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 13 ໜ່ວຍພັກ, ຕີລາຄາແບ່ງປະເພດ ສະມາຊິກພັກແຂງໄດ້ 815 ສະ ຫາຍ, ກາງ 43 ສະຫາຍ, ຮັບ ມະຫາຊົນເຂົ້າພັກສຳຮອງ 61 ສະຫາຍ, ເລື່ອນສະມາຊິກພັກ ສຳຮອງຂຶ້ນສົມບູນ 59 ສະ ຫາຍ, ເປົ້າໝາຍຮຽນກົດລະ ບຽບພັກ 62 ສະຫາຍ, ສ້າງ ກອງ 3 ປອດປະເພດ 1 ໄດ້ 19 ກົມກອງ, ປະເພດ 2 ໄດ້ 8 ກົມກອງ, ຕີລາຄາແບ່ງປະເພດ ຄຸນນະພາບຂອງພະນັກງານ- ນັກຮົບ ປະເພດ 1 ໄດ້ 2.139 ສະຫາຍເທົ່າກັບ 94,39%, ປະເພດ 2 ໄດ້ 154 ສະຫາຍ ເທົ່າກັບ 5,60%. ໂອກາດດຽວ ກັນນີ້ ຜູ້ແທນກອງປະຊຸມຍັງໄດ້ ພ້ອມກັນຄົ້ນຄວ້າປະກອບຄໍາຄິດ ເຫັນໃສ່ຮ່າງບົດສະຫຼຸບ ພ້ອມ ທັງຮັບຮອງເອົາທິດທາງແຜນ ການ ແລະ ຄາດໝາຍສູ້ຊົນໃຫ້ ບັນລຸຜົນສໍາເລັດຕາມແຜນການ. ໃນກອງປະຊຸມໄດ້ຮັບຟັງ ການໂອ້ລົມຂອງ ສະຫາຍ ພົນ ຈັດຕະວາ ຄຳຢີນ ແສງສຸລີ ເຊິ່ງ ສະຫາຍໄດ້ເນັ້ນໜັກໃຫ້ບັນດາ ຄະນະພັກສຸມໃສ່ກໍ່ສ້າງຮາກ ຖານການເມືອງໃຫ້ມີຄວາມ ເຂັ້ມແຂງໜັກແໜ້ນ ໂດຍຕິດ ພັນກັບຂະບວນການ 2 ວາລະ ແຫ່ງຊາດ, ພ້ອມກັນກຽມພ້ອມ ສູ້ຮົບ, ຊ່ວຍເຫຼືອພໍ່ແມ່ປະຊາຊົນ, ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດ ເຮັດໃຫ້ ພະນັກງານ-ນັກຮົບມີແນວຄິດ ການເມືອງໜັກແໜ້ນ, ມີຄຸນສົມ ບັດສິນທຳປະຕິວັດ, ເອົາໃຈໃສ່ ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບ ການກໍ່ສ້າງກອງ 3 ປອດ, ກົມ ກອງວັດທະນະທຳ, ສືບຕໍ່ເຝິກ ແອບຮໍ່າຮຽນສິລະປະຍຸດ-ຍຸດ ທະວິທີ, ລະບຽບແບບແຜນ, ເອົາໃຈໃສ່ປັບປຸງແກ້ໄຂຊີວິດ ການເປັນຢູ່ຂອງພະນັກງານ-ນັກ ຮົບໃຫ້ນັບມື້ດີຂຶ້ນເປັນກ້າວໆ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ