ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ນະຄອນຫຼວງວຽງຈັນ ກ່ອນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-18 08:49:54 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 718 | ຄວາມນິຍົມ:



ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ແມ່ນປາງ ບຸນໃຫຍ່ຂອງທົ່ວພັກ, ທົ່ວກໍາລັງ ປະກອບອາວຸດ ແລະ ທົ່ວປວງຊົນ ລາວບັນດາເຜົ່າ ເຊິ່ງຍັງອີກບໍ່ພໍ ເທົ່າໃດວັນກໍຈະໝູນວຽນມາເຖິງ ແລ້ວ. ໃນທ່າມກາງບັນຍາກາດ ແຫ່ງຄວາມພາກພູມໃຈ, ເອກອ້າງ ທະນົງໃຈຕໍໍ່ວັນປະຫວັດສາດອັນ ມີຄວາມໝາຍ ຄວາມສໍາຄັນນີ້, ຢູ່ນະຄອນຫຼວງວຽງຈັນໝາກຫົວ ໃຈຂອງປະຊາຊົນລາວທັງຊາດ ໄດ້ມີການຫ້າງຫາກະກຽມຢ່າງ ຟົດຟື້ນ, ມີຫຼາຍກິດຈະກໍາ ແລະ ໄດ້ຮັບການເຂົ້າຮ່ວມຂອງປະຊາຊົນຊັ້ນຄົນຕ່າງໆຢ່າງກວ້າງຂວາງ. ໃນຈຸດເວລາທີ່ມີຄວາມເບີກບານ ມ່ວນຊື່ນດັ່ງກ່າວ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຮັບການຕົກ ແຕ່ງປະ ດັບປະດາດ້ວຍປ້າຍຄໍາຂວັນ, ທຸງ ຊາດ, ທຸງພັກ ແລະ ທຸງທິວຢ່າງ ສວຍສົດງົດງາມ. ບັນດາປ້າຍຄໍາ ຂວັນທີ່ມີເນື້ອໃນ: ນໍ້າໃຈວັນທີ 20 ມັງກອນໝັ້ນຍືນ, ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີຢ່າງສຸດໃຈ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບປະ ຕິວັດຂອງປະຊາຊົນລາວຕາມທິດ ທັນສະໄໝ.ໄດ້ຖືກຕິດໄວ້ຕາມຖະ ໜົນສາຍຫຼັກ, ສໍານັກງານອົງ ການ, ອາຄານບ້ານເຮືອນຕ່າງໆ ຢ່າງງົດງາມ. ເພື່ອສ້າງຂະບວນການຂໍ່ານັບ ຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ, ນອກຈາກຂະບວນການປະດັບ ປະດາ, ອະນາໄມຕາມຖະໜົນ ຫົນທາງ, ສໍານັກງານອົງການ ຕ່າງໆແລ້ວ, ຢູ່ຫຼາຍແຫ່ງຍັງໄດ້ຈັດຕັ້ງຮັບຟັງການປາຖະກະຖາມູນເຊື້ອຂອງກອງທັບຈາກບັນ ດາພະນັກງານປະຕິວັດອາວຸໂສ, ຄະນະນໍາກະຊວງປ້ອງກັນປະ ເທດ ແລະ ຄະນະນໍາຂັ້ນຕ່າງໆ ຢ່າງກວ້າງຂວາງເພື່ອຫວນຄືນ ມູນເຊື້ອວີລະກໍາອັນສະຫງ່າອົງ ອາດຂອງບັນດາພະນັກງານ-ນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອ ຂອງຕົນໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ແລກເອົາເອ ກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາໃຫ້ແກ່ປະເທດຊາດ. ດ້ວຍຄວາມກະຕັນຍູຮູ້ບຸນຄຸນ ຕໍ່ກອງທັບປະຊາຊົນລາວຜູ້ເຮັດ ໜ້າທີ່ປົກປ້ອງປະເທດຊາດ, ບັນ ດາບໍລິສັດ, ສໍານັກງານອົງການ ແລະ ຫົວໜ່ວຍການຈັດຕັ້ງສັງຄົມ ຕ່າງກໍໄດ້ນໍາເອົາກະຕ່າດອກໄມ້ ເງິນສົດ ແລະ ວັດຖຸມາອວຍ ພອນ ແລະ ມອບໃຫ້ກະຊວງປ້ອງ ກັນປະເທດ ກໍຄືກົມກອງຕ່າງໆ ຢ່າງເປັນຂະບວນ ເຊິ່ງໄດ້ກາຍ ເປັນຂວັນກໍາລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ພະນັກງານ-ນັກຮົບ ເພື່ອ ພ້ອມກັນບຸກບືນເຮັດສໍາເລັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບໃນໄລຍະໃໝ່. ການສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ແມ່ນໄດ້ຮັບການສະ ໜັບສະໜູນ ແລະ ມີສ່ວນຮ່ວມ ບໍ່ວ່າທາງດ້ານວັດຖຸ ແລະ ຈິດ ໃຈຈາກປະຊາຊົນຊັ້ນຄົນຕ່າງໆຢ່າງກວ້າງຂວາງ, ທ່ານ ......ໄດ້ສະແດງຄວາມຮູ້ສຶກຂອງຕົນ ວ່າ: ຮູ້ສຶກມີຄວາມເອກອ້າງທະ ນົງໃຈທີ່ເຫັນໄດ້ວ່າ 70 ປີທີ່ ຜ່ານມາ, ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ, ເປັນກໍາ ແພງໃນການປົກປັກຮັກສາປະ ເທດຊາດໄວ້ໃຫ້ໝັ້ນຄົງ, ເຮັດ ໃຫ້ປະຊາຊົນບັນດາເຜົ່າໄດ້ດໍາ ລົງຊີວິດ ແລະ ທໍາມາຫາກິນ ຢ່າງສະດວກສະບາຍ. ທ່ານ ພູທອນ ສີລິອຸດົມ ພະນັກ ງານກະຊວງສຶກສາທິການ ແລະ ກີລາ ກໍໄດ້ສະແດງຄວາມຮູ້ສຶກ ຂອງຕົນວ່າ: ຮູ້ສຶກມີຄວາມພາກພູມໃຈທີ່ກອງທັບປະຊາຊົນລາວ ມີມູນເຊື້ອຕໍ່ສູ້ອົງອາດກ້າຫານ, ທົນທານໜຽວແໜ້ນ, ຍອມເສຍສະຫຼະເລືອດເນື້ອຂອງຕົນເພີື່ອປະເທດຊາດ, ຍາມໃດກໍໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ນະຄອນຫຼວງວຽງຈັນ ກ່ອນ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ມີຫຼາຍສີ ສັນງົດງາມ, ອຸດົມສົມບູນໄປດ້ວຍ ຂະບວນການຕ່າງໆທີ່ມີບັນຍາ ກາດຟົດຟື້ນສະແດງໃຫ້ເຫັນ ເຖິງນໍ້າຈິດນໍ້າໃຈການປະກອບ ສ່ວນສະໜັບສະໜູນຂອງປະຊາ ຊົນຊັ້ນຄົນຕ່າງໆຕໍ່ກອງທັບປະ ຊາຊົນລາວວີລະຊົນຂອງຊາດ ລາວວີລະຊົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ