ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ກະຊວງປ້ອງກັນປະເທດ ຢ້ຽມຢາມແພດ ແລະ ຄົນເຈັບຢູ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2019-01-18 08:53:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:



ຄະນະນໍາກະຊວງປ້ອງກັນ ປະເທດ ນໍາໂດຍ ທ່ານ ພົນຕີ ພູ ວົງ ວົງພົມ ກຳມະການຄະນະປະ ຈຳພັກກະຊວງ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ໄດ້ລົງ ຢ້ຽມຢາມພະນັກງານແພດໝໍ ແລະ ຄົນເຈັບທີ່ພວມພະຍາບານ ຕົວຢູ່ໂຮງໝໍສູນກາງ 103 ກອງ ທັບໃນວັນທີ 16 ມັງກອນນີ້ ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ. ໂອກາດນີ້, ທ່ານ ພົນຕີ ພູວົງ ວົງພົມ ກໍໄດ້ສະແດງຄວາມຢື້ ຢາມຖາມຂ່າວບັນດາພະນັກ ງານແພດໝໍ ແລະ ຄົນເຈັບທີ່ ພວມພະຍາບານຕົວຢູ່ໂຮງໝໍດັ່ງ ກ່າວ ພ້ອມທັງໄດ້ອວຍພອນ ໃຫ້ພະນັກງານແພດໝໍຈົ່ງມີສຸຂະ ພາບເຂັ້ມແຂງ, ພ້ອມກັນບຸກບືນກ້າວຂຶ້ນເຮັດສໍາເລັດໜ້າທີ່ຂອງ ຕົນ, ອວຍພອນໃຫ້ບັນດາຄົນ ເຈັບທີ່ພວມພະຍາບານຕົວຢູ່ໂຮງ ໝໍຈົ່ງຫາຍພະຍາດໂລຄາໂດຍໄວ ແລະ ກັບຄືນກົມກອງເພື່ອສືບຕໍ່ ປະຕິບັດໜ້າທີ່ຂອງຕົນ. ໂອກາດລົງຢ້ຽມຢາມຄັ້ງນີ້, ຄະ ນະຍັງໄດ້ນໍາເອົາວັດຖຸປັດໄຈຈໍານວນໜຶ່ງໄປມອບໃຫ້ພະນັກງານແພດໝໍ ແລະ ຄົນເຈັັບອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ