ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ຄະນະນຳກະຊວງປ້ອງກັນປະເທດອວຍພອນການນຳ ແລະ ບັນດາອະດີດການນຳພັກ-ລັດ
ເວລາອອກຂ່າວ: 2019-01-18 08:59:45 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 824 | ຄວາມນິຍົມ:



ຄະນະນຳກະຊວງປ້ອງກັນ ປະເທດ ໄດ້ຈັດຕັ້ງອວຍພອນ ການນໍາ ແລະ ບັນດາອະດີດການ ນໍາພັກ-ລັດ ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ໃນວັນທີ 16-17 ມັງກອນ 2019 ນີ້. ໃນນັ້ນ, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະໄດ້ນໍາເອົາກະ ຕ່າດອກໄມ້ເຂົ້າອວຍພອນ ທ່ານ ບຸນຍັງ ວໍລະຈິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ພົນ ຕີ ປອ ທອງລອຍ ສິລິວົງ ກໍາມະ ການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບພ້ອມດ້ວຍຄະນະນໍາເອົາກະ ຕ່າດອກໄມ້ເຂົ້າອວຍພອນທ່ານ ພົນເອກ ຄໍາໄຕ ສີພັນດອນ ອະ ດີດປະທານພັກ, ປະທານປະເທດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ເສນາ ທິການ ພ້ອມດ້ວຍຄະນະນໍາເອົາ ກະຕ່າດອກໄມ້ເຂົ້າອວຍພອນ ທ່ານ ພົນໂທ ຈູມມາລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ອະ ດີດປະທານປະເທດ, ທ່ານ ພົນ ຕີ ພູວົງ ວົງພົມ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ພ້ອມ ດ້ວຍຄະນະນໍາເອົາກະຕ່າດອກ ໄມ້ເຂົ້າອວຍພອນ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດ ກໍາມະການກົມການເມືອງສູນ ກາງພັກ ແລະ ທ່ານ ພົນຕີ ແອ ສະໄໝ ເລືອງວັນໄຊ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນໍາເອົາກະຕ່າ ດອກໄມ້ເຂົ້າອວຍພອນ ທ່ານ ພົນ ໂທ ໄອ່ ສຸລິຍະແສງ ອະດີດຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ. ໂອກາດອັນມີຄວາມໝາຍ, ຄວາມສໍາຄັນນີ້, ຄະນະນໍາກະ ຊວງປ້ອງກັນປະເທດກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ການນໍາ ແລະ ອະດີດການນໍາພັກ-ລັດທີ່ ຍາມໃດກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາ ພາ ກອງທັບປະຊາຊົນລາວຢ່າງ ຈົດຈໍ່, ເຮັດໃຫ້ກອງທັບປະຊາຊົນ ລາວນັບມື້ເຕີບໃຫຍ່, ເຂັ້ມແຂງ ແລະ ທັນສະໄໝ, ສາມາດເຮັດສໍາ ເລັດໜ້າທີ່ໃນການປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ໄດ້ຢ່າງໝັ້ນ ຄົງ. ພ້ອມກັນນັ້ນກໍໄດ້ອວຍ ພອນໃຫ້ການນໍາ ແລະ ອະດີດ ການນໍາພັກ-ລັດຈົ່ງມີສຸຂະພາບ ເຂັ້ມແຂງ, ມີພະລະນາໄມສົມບູນ, ມີຄວາມຜາສຸກ, ອາຍຸຍືນຍາວ ແລະ ສືບຕໍ່ຊີ້ນໍາ-ນໍາພາ, ສຶກສາອົບຮົມກອງທັບປະຊາຊົນລາວໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ