ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ຈັດງານລ້ຽງ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-20 23:06:29 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1033 | ຄວາມນິຍົມ:



ງານລ້ຽງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ຈັດຂຶ້ນຢ່າງ ຄຶກຄື້ນໃນຄໍ່າຄືນຂອງວັນທີ 20 ມັງກອນ 2019 ນີ້ທີ່ກະຊວງ ປ້ອງກັນປະເທດ ນະຄອນຫຼວງ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ງານໃນຄັ້ງນີ້ມີບັນດາຜູ້ນຳພັກ- ລັດ ມີພະນັກງານປະຕິວັດອາວຸ ໂສ, ຄະນະຜູ້ແທນຂັ້ນສູງຈາກ ກອງທັບປະເທດເພື່ອນມິດ ທູດ ທຸຕານຸທູດ ແລະ ແຂກຖືກເຊີນເຂົ້າ ຮ່ວມ. ການຈັດຕັ້ງສັງຄົມປະຈຳ ສປປ ລາວ ແລະ ແຂກຖືກເຊີນເຂົ້າ ຮ່ວມ. ໃນພິທີທີ່ມີຄວາມໝາຍສຳຄັນ ນີ້ທ່ານ ພົນເອກ ຈັນສະໝອນ ຈັນ ຍາລາດ ກຳມະການກົມການ ເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດໄດ້ຂຶ້ນ ກ່າວຄຳປາໄສ ເຊິ່ງມີບາງຕອນ ທ່ານກ່າວວ່າ: ຕະຫຼອດໄລຍະ 70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຜ່ານ ຊ່ວງໄລຍະທາງກອງທັບປະ ຊາຊົນລາວ, ເວລາໃດກອງທັບ ກໍຮັບປະກັນໄດ້ມີຄວາມບໍລິສຸດ ຕໍ່ຊາດ, ຮັບໃຊ້ປະຊາຊົນຢ່າງ ສຸດໃຈ, ຈົ່ງຮັກພັກດີຕໍ່ພັກເປັນ ກຳລັງຫລັກແຫຼ່ງຮັບປະກັນໃຫ້ ແກ່ການປະຕິບັດໜ້າທີ່ຍຸດທະ ສາດຂອງພັກ, ເປັນຫຼັກແຫຼ່ງໃນ ການ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານຂອງ ພັກ, ປະກອບສ່ວນຮັບປະກັນເຮັດ ໃຫ້ປະເທດຊາດມີສະຖຽນລະ ພາບທາງການເມືອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ. ຜົນສຳເລັດດັ່ງກ່າວນັ້ນ, ແມ່ນ ຍ້ອນໄດ້ຮັບການຊີ້ນຳ-ນຳພາ ຢ່າງໃກ້ຊິດຈາກການນຳພັກ-ລັດ ແລະ ການອູ້ມຊູຊ່ວຍເຫລືອຈາກ ປະຊາຊົນບັນດາເຜົ່າກໍຄືຂະແໜງ ການຕ່າງໆຈາກພາກລັດ ແລະ ເອກະຊົນ. ຖືໂອກາດນີ້, ຂ້າພະເຈົ້າຂໍສະ ແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງຕໍ່ບັນ ດາທ່ານຜູ້ນຳພັກ-ລັດ ເຊິ່ງຍາມ ໃດກໍເອົາໃຈໃສ່ອົບຮົມບົ່ມສອນ ກອງທັບປະຊາຊົນລາວ ໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ສາມາດເຮັດ ສຳເລັດຫນ້າທີ່ການເມືອງຂອງ ຕົນ. ຂໍສະແດງຄວາມຂອບອົກຂອບ ໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງ ບັນດາປະເທດສັງຄົມນິຍົມ ແລະ ເພື່ອນມິດໃນໂລກ ເຊິ່ງຍາມໃດ ກໍໄດ້ໃຫ້ການຊ່ວຍເຫຼືອກອງທັບ ປະຊາຊົນລາວຕະຫຼອດມາ. ເພື່ອສືບຕໍ່ເສີມຂະຫຍາຍທາດ ແທ້ມູນເຊື້ອອັນດີງາມຂອງກອງ ທັບປະຊາຊົນລາວ, ພວກເຮົາຂໍ ໃຫ້ຄຳໝັ້ນສັນຍາວ່າ: ຈະສືບຕໍ່ ປົກປັກຮັກສາ ແລະ ເສີມຂະ ຫຍາຍທາດແທ້ມູນເຊື້ອຂອງຕົນ, ກໍ່ສ້າງກອງທັບໃຫ້ກາຍເປັນ ກອງທັບປະຕິວັດ, ກອງທັບປະ ຊາຊົນທີ່ມີແບບແຜນ ແລະ ທັນ ສະໄໝ, ມີຄວາມຈົງຮັກພັກດີ- ຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເປັນເສົາຄໍ້າອັນ ແໜ້ນແກ່ນໃຫ້ແກ່ພາລະກິດປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດ, ເປັນກຳລັງຫຼັກແຫຼ່ງໃນ ການປະຕິວັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຮອດດ້ານຂອງພັກສືບຕໍ່ເປັນ ເຈົ້າການປະກອບສ່ວນຮັບປະກັນ ໃຫ້ປະເທດຊາດມີສະຖຽນລະ ພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບປອດໄພຢ່າງ ໜັກແໜ້ນ. ງານລ້ຽງໄດ້ດຳເນີນໄປຢ່າງ ມີບັນຍາກາດອັນອົບອຸ່ນແຕ່ຕົ້ນ ຕະຫຼອດປາຍນອກຈາກນັ້ນຍັງ ໄດ້ຊົມການສະແດງສິລະຂອງ ກອງສິລະປະກອນກອງທັບຢ່າງ ເບີກບານມ່ວນຊື່ນ. ໃນຄໍ່າຄືນຂອງວັນດຽວກັນນີ້ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ, ໄດ້ມີການ ຍິງດອກໄມ້ໄຟຢູ່ທີ່ເດີນພະທາດ ຫຼວງຂຶ້ນສູ່ທ້ອງຟ້ານະຄອນຫຼວງ ວຽງຈັນຢ່າງສວຍງາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ