ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ປັບປຸງໜັງສືພິມກອງທັບ ໃຫ້ມີເນື້ອໃນແຫຼມຄົມ ແລະ ສີສັນຈົບງາມ
ເວລາອອກຂ່າວ: 2022-02-02 09:05:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 11183 | ຄວາມນິຍົມ:



ໃນໂອກາດພົບປະໂອ້ລົມຕໍ່ ກອງປະຊຸມຖອດຖອນບົດຮຽນ ການຂຽນຂ່າວ-ຂຽນບົດທີ່ກອງ ບັນນາທິການໜັງສືພິມກອງທັບ ຈັດຂຶ້ນໃນວັນທີ 1 ກຸມພາ 2022 ນີ້, ສະຫາຍ ພັນເອກ ຄໍາຂື່ນ ເລີດສະໄຫວ ອະດີດຮັກສາການ ຫົວໜ້າກົມໂຄສະນາອົບຮົມ ກົມ ໃຫຍ່ການເມືອງກອງທັບ ໄດ້ແນະ ນໍາໃຫ້ຄະນະພັກ-ຄະນະບັນນາທິ ການ ສືບຕໍ່ປັບປຸງໜັງສືພິມກອງ ທັບ ໃຫ້ມີເນື້ອໃນແຫຼມຄົມ, ອຸດົມ ສົມບູນ, ວ່ອງໄວ, ສີສັນຈົບງາມ ສາມາດສ້າງຄວາມດຶງດູູນິຍົມຊົມ ຊອບຈາກພະນັກງານ-ນັກຮົບ ແລະ ສັງຄົມ. ສະຫາຍ ພັນເອກ ຄໍາຂື່ນ ເລີດ ສະໄຫວ ກ່າວວ່າ: ຢາກເຮັດໄດ້ຄື ແນວນັ້ນ ບັນຫາສໍາຄັນແມ່ນຕ້ອງສູ້ຊົນສ້າງໃຫ້ໄດ້ບຸກຄະລາກອນ ທີ່ມີຄວາມຮູ້ທາງດ້ານວິຊາການ, ມີບົດຮຽນການຂຽນທາງດ້ານ ທິດສະດີ ແລະ ພຶດຕິກໍາທີ່ແນ່ ນອນ, ນັກຂ່າວ-ນັກຂຽນເວລາ ໃດກໍຕ້ອງເຝິກຝົນຫຼໍ່ຫຼອມຕົນເອງ ຮອບດ້ານ, ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ແຂ່ງ ຂັນກັນເຮັດວຽກ, ແຂ່ງຂັນກັນ ຂຽນໃຫ້ມີຊີວິດຊີວາຈັບໃຈຜູ້ ອ່ານ, ແຕ່ລະພະແນກການຕ້ອງ ເຂົ້າໃຈໜ້າວຽກຂອງຕົນ, ມີແຜນ ການ-ແຜນວຽກຢ່າງລະອຽດ ແລະ ເຄື່ອນໄຫວຢ່າງຕັ້ງໜ້າ, ຍົກ ສູງຄວາມສາມັກຄີພາຍໃນໃຫ້ ແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະ ນະ, ບຸກຄົນຮັບຜິດຊອບ, ມີແຜນ ການພັດທະນາໜັງສືພິມໃນແຕ່ ລະໄລຍະ, ເສີມຂະຫຍາຍສາຍ ພົວພັນຮ່ວມມືກັບເພື່ອນຮ່ວມອາ ຊີບ ໂດຍສະເພາະແມ່ນປະເທດ ເພື່ອນມິດຍຸດທະສາດ. ນອກນີ້, ກໍຕ້ອງຮັບຮູ້ແຈ້ງທີ່ຕັ້ງ, ພາລະບົດ ບາດ, ໜ້າທີ່ຂອງໜັງສືພິມກອງ ທັບໃນການເປັນປາກກະບອກ ສຽງໃຫ້ແກ່ຄະນະພັກກະຊວງ ແລະ ກະຊວງປ້ອງກັນປະເທດ. ສະຫາຍ ອະດີດຮັກສາການ ຫົວໜ້າກົມໂຄສະນາອົບຮົມ ໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວປະ ຕິບັດໜ້າທີ່ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ ແລະ ລະບຽບການຕ່າງໆຂອງ ກອງທັບ, ມູນເຊື້ອຂອງຊາດ, ຂອງພັກ ແລະ ຂອງກອງທັບ, ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ, ຜົນງານ ການເຄື່ອນໄຫວຂອງບັນດາກົມ ກອງ ລວມທັງການເຕີບໃຫຍ່ເຂັ້ມແຂງຂອງບັນດາເຫຼົ່າຮົບ ໃນກອງທັບປະຊາຊົນລາວ ອັນ ໄດ້ເຮັດໃຫ້ກຽດສັກສີ ແລະ ຊື່ ສຽງຂອງກອງທັບປະຊາຊົນ ລາວ ເປັນທີ່ຮັບຮູ້ ແລະ ຍອມຮັບ ໃນພາກພື້ນ ແລະ ໃນໂລກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ