ຄະນະກອງບັນຊາການ ທະຫານແຂວງໄຊສົມບູນ ອວຍພອນຄະນະກອງຂຸດຄົ້ນອັດຖິທະຫານອາສາສະໝັກຫວຽດນາມ
ເວລາອອກຂ່າວ: 2022-02-03 09:23:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 18202 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ບຸນປີໃໝ່ ຫວຽດນາມ, ໃນວັນທີ 30 ມັງ
ກອນ 2022, ຄະນະກອງບັນ
ຊາການທະຫານແຂວງໄຊສົມ ບູນ ໄດ້ເຄື່ອນໄຫວອວຍພອນຄະນະກອງຂຸດຄົ້ນອັດຖິທະຫານອາ
ສາສະໝັກຫວຽດນາມ ຂອງ ແຂວງເຫງະອານ ທີ່ມາປະຈໍາຢູ່
ເມືອງລ້ອງແຈ້ງ ແຂວງໄຊສົມ ບູນ ນໍາໂດຍ ສະຫາຍ ພັນເອກ ໝອນຄຳ ດວງສະຫວັນ ຫົວໜ້າ
ການເມືອງ ກອງບັນຊາການທະ ຫານແຂວງໄຊສົມບູນ ພ້ອມ
ດ້ວຍຄະນະ ເພື່ອສະແດງຄວາມ
ສາມັກຄີໄມຕີຈິດມິດຕະພາບທີ່
ມີມາແຕ່ດົນນານໃຫ້ນັບມື້ເຕີບ
ໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດ ຢັ້ງ, ໂດຍການຕ້ອນຮັບຂອງ ສະ
ຫາຍ ພັນເອກ ຫງວຽນ ຈ້ອງ ເງິນ ຫົວໜ້າການເມືອງ ກອງ ຂຸດຄົ້ນອັດຖິທະຫານອາສາສະ ໝັກຫວຽດນາມ ປະຈຳເມືອງ
ລ້ອງແຈ້ງ ພ້ອມດ້ວຍຄະນະ.
ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ການຈັດຕັ້ງ, ຄະ
ນະພັກ-ຄະນະບັນຊາ ກອງຂຸດ ຄົ້ນອັດຖິອາສາສະໝັກຫວຽດ ນາມ ປະຈໍາ ເມືອງລ້ອງແຈ້ງ ເວົ້າລວມ, ເວົ້າສະເພາະ ປະຊາ ຊົນຫວຽດນາມທີ່ຍາມໃດກໍໃຫ້ ຄວາມຊ່ວຍເຫຼືອປະຊາຊົນ ແລະ
ກອງທັບປະຊາຊົນລາວໃນ ດ້ານຕ່າງໆຕະຫຼອດມາ, ສະ
ເພາະກອງບັນຊາການທະຫານ ແຂວງໄຊສົມບູນ ໂດຍການຮ່ວມ ມືກັບກອງຂຸດຄົ້ນອັດຖິອາສາສະ
ໝັກຫວຽດນາມ ປະຈຳເມືອງ
ລ້ອງແຈ້ງ ໄດ້ພ້ອມກັນເຮັດສຳ
ເລັດວຽກງານຫຼາຍດ້ານ ເປັນ
ຕົ້ນການຂຸດຄົ້ນຊອກຫາອັດຖິທະ ຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງ
ຄາມຢູ່ໃນເຂດພື້ນທີ່ຂອງແຂວງ
ໄຊສົມບູນ, ພ້ອມທັງ ອວຍພອນ
ໄຊອັນປະເສີດເຖິງຄະນະພັກ-ຄະນະບັນຊາ ກອງຂຸດຄົ້ນອັດຖິທະ
ຫານອາສາສະໝັກຫວຽດນາມ.
ສະຫາຍ ພັນເອກ ຫງວຽນ
ຈ້ອງ ເງິນ ໄດ້ກ່າວສະແດງຄວາມ
ຂອບໃຈຕໍ່ຄະນະພັກ-ຄະນະບັນ
ຊາ ກອງບັນຊາການທະຫານ ແຂວງໄຊສົມບູນ ທີ່ໄດ້ໃຫ້ຄວາມ
ຊ່ວຍເຫຼືອໃນການຂຸດຄົ້ນຊອກ
ຫາອັດຖິທະຫານອາສາສະໝັກ ຫວຽດນາມ ພ້ອມທັງ ສ້າງຄວາມ
ສາມັກຄີ, ຮັດແໜ້ນ ລະຫວ່າງ
2 ຊາດ, 2 ກອງທັບທີ່ມີມາແຕ່ ຍາວນານນັ້ນ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວ ແລະ ໝັ້ນຄົງຕະ ຫຼອດໄປ.
ໂດຍ : ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















