ຫ້ອງເສນາທິການ ທະຫານແຂວງອຸດົມໄຊ ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ
ເວລາອອກຂ່າວ: 2022-02-03 09:23:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 15777 | ຄວາມນິຍົມ: ![]()
ໃນວັນທີ 27 ມັງກອນ 2022, ຫ້ອງເສນາທິການ ກອງ ບັນຊາການ ທະຫານແຂວງອຸດົມ
ໄຊ ໄດ້ສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປະຈຳປີ
2021 ແລະ ວາງທິດທາງແຜນ ການ ປະຈໍາປີ 2022, ໂດຍການ
ເປັນປະທານຂອງ ສະຫາຍ ພັນ
ເອກ ຄຳເຜີຍ ໂສມພັນ ຫົວໜ້າ
ການທະຫານ ກອງບັນຊາການ ທະຫານແຂວງອຸດົມໄຊ, ມີຄະ
ນະພັກ-ຄະນະບັນຊາ ກົມກອງ, ຕະ
ຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສອນແກ້ວ
ລາວິໄລວັນ ຫົວໜ້າພະແນກບໍລິ ຫານ ໄດ້ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຮອບ ດ້ານໃນໄລຍະ 1 ປີຜ່ານມາ, ໂດຍ
ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ
ງານ, ຖືເອົາການສຶກສາອົບຮົມ ການເມືອງ-ນຳພາແນວຄິດ ເປັນ
ບັນຫາສຳຄັນຕົ້ນຕໍ ເຮັດໃຫ້ພະ ນັກງານ-ນັກຮົບມີແນວຄິດອຸ່ນ
ອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ແນວ
ທາງ ແຜນນະໂຍບາຍຂອງພັກ-
ລັດ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບ, ເຮັດ
ໃຫ້ສະພາບຂອບເຂດຮັບຜິດ
ຊອບຂອງກົມກອງມີຄວາມສະ ຫງົບໂດຍພື້ນຖານ, ສຳເລັດການ ສ້າງບ້ານປ້ອມໝັ້ນສູ້ຮົບລຽນ ຕິດ ໄດ້ 3 ບ້ານ, ຈັດຕັ້ງກຳລັງ ເຄື່ອນໄຫວກວດກາ, ລາດຕະ ເວນຕາມບໍລິເວນຊາຍແດນ, ປ້ອງ
ກັນວັນບຸນສຳຄັນຕ່າງໆຂອງ ພັກ, ຂອງຊາດ, ຂອງກອງທັບ
ແລະ ກອງປະຊຸມຂັ້ນຕ່າງໆ, ສຳ
ເລັດເປີດຂະບວນການອົບຮົມ-ຫັດແອບປະຈຳປີໃຫ້ 18 ກົມ
ກອງ, ປະກອບເອກະສານທະ ຫານພັນທະຕໍ່ອາຊີບ 80 ສະ ຫາຍ, ສຳເລັດລະດົມພົນ ປະຈຳ
ປີ 2021 ຈຳນວນ 139 ສະຫາຍ,
ເຮັດບັດປະຈຳຕົວໃຫ້ນາຍ ແລະ
ພົນທະຫານ 549 ບັດ, ບັດຢັ້ງ ຢືນເລື່ອນຊັ້ນ 126 ບັດ, ສະເໜີ
ເລື່ອນຊັ້ນໃຫ້ນາຍສິບ 283 ສະ
ຫາຍ, ຈັດຕັ້ງດຳເນີນຊີວິດການ ເມືອງຕີລາຄາແບ່ງປະເພດຂອງ ໜ່ວຍພັກມີສະມາຊິກພັກແຂງ 69 ສະຫາຍ, ກາງ 4 ສະຫາຍ, ໄດ້ຮັບການ ເລື່ອນຊັ້ນ 16 ສະ ຫາຍ.
ສະຫາຍ ພັນເອກ ຄຳເຜີຍ ໂສມພັນ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງພະ ນັກງານ-ນັກຮົບພາຍໃນກົມກອງ ໃນໄລຍະຜ່ານມາ, ພ້ອມທັງ
ເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມ ການເມືອງ-ນຳພາແນວຄິດພະ ນັກງານ-ນັກຮົບ, ຍົກສູງຄຸນ
ທາດການເມືອງ, ຄຸນສົມບັດສິນ ທຳປະຕິວັດ, ສືບຕໍ່ລົງກໍ່ສ້າງຮາກ ຖານການເມືອງ ຕິດພັນກັບການ ພັດທະນາຊົນນະບົດຮອບດ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບລຽນ ຕິດ, ບ້ານປ້ອງກັນຊາດເຂັ້ມແຂງ ຕິດພັນກັບວຽກງານ 3 ສ້າງ, ສືບຕໍ່ຊີ້ນຳລະບົບປະຈຳການແຕ່
ລະຂັ້ນ ເພື່ອກຽມພ້ອມສູ້ຮົບໃນ ທຸກພາວະ, ເປັນເຈົ້າການຕິດຕາມ ສະພາບການຕ່າງໆທີ່ຈະເກີດຂຶ້ນ
ໃຫ້ໜັກແໜ້ນທັນເວລາ, ສືບຕໍ່ນຳ
ພາ-ຊີ້ນໍາ ສຶກສາອົບຮົມ-ຫັດແອບ
ຮໍ່າຮຽນສິລະປະຍຸດ-ຍຸດທະວິທີ
ໃຫ້ບັນດາກົມກອງ, ຍົກສູງຄວາມ ຮູ້ ຄວາມສາມາດ ໃຫ້ນາຍ ແລະ ພົນທະຫານໃນກຳລັງປະກອບອາ ວຸດແຂວງອຸດົມໄຊມີຄວາມເຂັ້ມ ແຂງເປັນກ້າວໆ.
ໂດຍ: ສົມພູນ ທຳມະຕານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















