ປິດຊຸດເຝິກອົບຮົມການບິນ ແລະ ມອບຫຼຽນກາມິດຕະພາບໃຫ້ແກ່ຊ່ຽວຊານ ຣັດເຊຍ
ເວລາອອກຂ່າວ: 2022-02-03 09:24:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 16950 | ຄວາມນິຍົມ: ![]()
ວັນທີ 28 ມັງກອນ 2022 ນີ້, ກອງບັນຊາການທະຫານອາ ກາດໄດ້ຈັດພິທີປິດຊຸດເຝິກອົບ ຮົບ ແລະ ມອບຫຼຽນກາມິດ ຕະພາບໃຫ້ແກ່ຊ່ຽວຊານ ຣັດເຊຍ
ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ຮອງຫົວໜ້າກອງບັນຊາການທະ
ຫານອາກາດ ຫົວໜ້າຫ້ອງການ ເມືອງ, ມີສະຫາຍ ພັນເອກ ກົນ ຈາຣົບ ເດິມິດຕຼີ ທີ່ປຶກສາປະຈຳ (ກທອ), ມີຕາງໜ້າຫ້ອງການ, ຄະນະພັກ-ຄະນະບັນຊາ ກອງພັນ
ໃຫຍ່ 703 ພ້ອມດ້ວຍ ຄູ-ອາຈານ
ຣັດເຊຍ ແລະ ວິຊາການເຝິກອົມ ຮົມທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນເອກ ສຸ ພັນ ເດດນໍລະສິນ ຮອງຫົວໜ້າ ຫ້ອງອົບຮົມການບິນ ກອງບັນຊາ ການທະຫານອາກາດ ໄດ້ຜ່ານ ບົດສະຫຼຸບຫຍໍ້ການເຝິກອົບ ຮົມ-ຫັດແອບ ຊະນິດເຮືອບິນ AN-26 ຮ່ວມກັບຊ່ຽວຊານຣັດເຊຍ ໂດຍປະຕິບັດຕາມຄໍາສັ່ງ ແລະ ອະນຸມັດຈາກຜູ້ບັນຊາການທະ ຫານອາກາດຊີ້ນຳ ຫ້ອງອົບຮົມ ການບິນໄດ້ຈັດຕັ້ງປະສານສົມ ທົບກັບກອງພັນໃຫຍ່ 703 ສ້າງ ແຜນການອົບຮົມ-ຫັດແອບເຮືອ ບິນ AN-26 ດັ່ງກ່າວ, ນັບ ແຕ່ວັນທີ 29 ພະຈິກ 2021 ເປັນ
ການເລີ່ມຕົ້ນປະຕິບັດໜ້າທີ່ຂຶ້ນ ຫ້ອງຮ່ຳຮຽນທິດສະດີການບິນ ໃນນີ້, ປະກອບມີ ນັກບິນ ແລະ ຊ່າງເທິງ, ເປັນເວລາ 9 ວັນ, ພາຍຫຼັງໄດ້ຂຶ້ນຫ້ອງຮຽນທິດ ສະດີສໍາເລັດໄດ້ຈັດຕັ້ງເຝິກແອບ ປະຕິບັດຕົວຈິງໃນການສ້າງນັກ ບິນອາຈານ, ນັກບິນຜູ້ຊ່ວຍ (ນັກ ບິນ2) ແລະ ອາຈານຊ່າງເທິງ ເຮືອບິນ AN-26 ບິນຢູ່ໃນຂອບ ເຂດສະໜາມບິນວັດໄຕ ແລະ ບິນ
ທາງໄກຕາມແຜນການບິນເຝິກ ແອບມີຜົນສຳເລັດ ແລະ ມີຄວາມ
ປອດໄພ. ຜ່ານການສອບເສັງ ຢັ້ງຢືນຕົວຈິງ ເຫັນວ່າຄະແນນ ໄດ້ຕາມຄາດໝາຍ 100%, ການ
ເຝິກອົບຮົມໃນຄັ້ງ ນີ້ແມ່ນເພື່ອ ແນໃສ່ຫັດແອບໃຫ້ນັກບິນ ແລະ ຊ່າງເທິງມີຄວາມຮູ້ດ້ານທິດສະດີ
ແລະ ຄວາມສາມາດດ້ານການ ປະຕິບັດຕົວຈິງ, ມີຄວາມເຂົ້າໃຈ
ດ້ານເຕັກນິກຂັບຂີ່ ແລະ ນຳໃຊ້ອຸ
ປະກອນເຮືອບິນ ຮັບປະກັນດ້ານ ເຕັກນິກເຮືອບິນ AN-26 ໄດ້ ຢ່າງເລິກເຊິ່ງເຖິງຖອງ ມີຄວາມ ພ້ອມໃນການຈັດຕັ້ງປະຕິບັດ ການບິນຕາມຫຼັກສູດ, ໂຄງການ ແລະ ວິຊາການຊ່ຽວຊານຣັດ ເຊຍ ສິດສອນ ແລະ ພ້ອມນໍາເອົາ ເນື້ອໃນການເຝິກອົບຮົມໄປຈັດຕັ້ງປະຕິບັດ ແລະ ນຳໃຊ້ໃຫ້ເກີດ ປະໂຫຍດສູງສຸດແກ່ການບິນ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ ວ່າດ້ວຍ ການມອບຫຼຽນ ກາມິດຕະພາບກອງທັບປະຊາ ຊົນລາວ ອີງຕາມ ດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການແຂ່ງຂັນ ແລະ ຍ້ອງຍໍ ຂອງ
ກະຊວງປ້ອງກັນປະເທດ ອອກ ຂໍ້ຕົກລົງ ມອບຫຼຽນກາມິດຕະ ພາບກອງທັບ ໃຫ້ແກ່ວິຊາການ ຣັດເຊຍ 2 ສະຫາຍ ຄື: ສະຫາຍ ພັນໂທ ອັກກະເນ່ຍນິກກົບ ອ່ານ ເດຼ່ (OGNIANNIKOV ANDREI) ແລະ ສະຫາຍ ຮ້ອຍເອກ ຊືໄວກິນ ວິລາດີມີຣ (ZNIVAKIN VLADIMIR) ເພື່ອຍ້ອງ ຍໍສັນລະເສີນຄຸນງາມຄວາມດີ ໃຫ້ແກ່ຊ່ຽວຊານຣັດເຊຍ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າ ວຽກງານໃນການເຝິກອົບຮົມ ເຮືອບິນ ອານ-26 ໃຫ້ແກ່ວິຊາ ການກອງບັນຊາການທະຫານ ອາກາດ ກອງທັບປະຊາຊົນລາວ, ດ້ວຍຄວາມຮັບຜິດຊອບສູງ ແລະ ມີ ຜົນສຳເລັດຕາມແຜນການ, ຜົນ ງານດັ່ງກ່າວ ເປັນເສີມສ້າງສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືຍຸດທະສາດ ລະຫວ່າງ ສອງຊາດ ລາວ-ຣັດເຊຍ ໃຫ້ນັບມື້ ຂະຫຍາຍຕົວຂຶ້ນສູ່ລວງເລິກ ແລະ ໝັ້ນຄົງຕະຫຼອດໄປ.
ຈາກນັ້ນ, ສະຫາຍ ພັນເອກ ຄໍາຫຼ້າ ສີມມະວົງ ຕາງໜ້າຂຶ້ນ ປະດັບຫຼຽນກາມິດຕະພາບກອງ ທັບປະຊາຊົນລາວໃຫ້ແກ່ຊ່ຽວ ຊານຣັດເຊຍຢ່າງສົມກຽດ.
ໂດຍ ສີທາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















