ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມປະຈຳແຂວງສະຫວັນນະເຂດເຂົ້າອວຍພອນຄະນະກອງພົນທີ 4
ເວລາອອກຂ່າວ: 2019-01-22 09:56:49 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງ ກອງ ທັບຄົບຮອບ70 ປີ ທ່ານ ເຈິ່ນ ກົງຖິ໋ງ ຫົວໜ້າກົງສູນໃຫຍ່ແຫ່ງ ສສ ຫວຽດນາມປະຈຳແຂວງສະ ຫວັນນະເຂດ, ພ້ອມຄະນະໄດ້ນຳ ເອົາກະຕ່າດອກໄມ້,ກະຕ່າຂອງ ຂວັນເຂົ້າອວຍພອນການນຳກອງ ພົນທີ 4 ໃນວັນທີ 15 ມັງກອນປີ 2019 ທີ່ຫ້ອງຮັບແຂກກອງພົນ ທີ 4 ໃຫ້ ກຽດຕ້ອນຮັບຢ່າງອົບອຸ່ນ ຂອງສະຫາຍ ພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານ ກອງພົນ, ສະຫາຍ ພັນເອກ ຄຳໄຂ ວິໄລເຄືອ ຫົວໜ້າການເມືອງ ກອງພົນພ້ອມດ້ວຍຄະນະພັກ-ຄະນະບັນຊາຫ້ອງການອົງການ 5 ຫ້ອງເຂົ້າຮ່ວມ. ທ່ານ ເຈິ່ນກົງຖິ໋ງ ຫົວໜ້າກົງສູນ ໃຫຍ່ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ສະແດງ ຄວາມດີອົກດີໃຈປິຕິຊົມຊື່ນນຳ ຄະນະພັກ-ຄະນະບັນຊາກອງພົນ ທີ 4 ເນື່ອງໃນວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້ອວຍພອນໄຊ ອັນປະເສີດມາຍັງຫົວໜ້າການ ທະຫານກອງພົນທີ 4 ພ້ອມທັງ ຄະນະຕະຫຼອດຮອດນາຍ ແລະ ພົນທະຫານມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສຳເສັດທຸກໜ້າທີ່ ວຽກງານທີ່ພັກ-ລັດມອບໝາຍໃຫ້ພ້ອມກັນເອົາໃຈໃສ່ປັບປຸງກໍ ສ້າງກົມກອງຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້ ສະຫາຍ ພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະ ຫານ ກອງພົນທີ4 ໄດ້ຕາງໜ້າ ຄະນະພັກ-ຄະນະບັນຊາ ພະນັກ ງານການນຳແຕ່ລະຂັ້ນ, ພະນັກ ງານ-ນັກຮົບທົ່ວກອງພົນທີ 4 ສະແດງຄວາມຂອບໃຈເປັນ ຢ່າງສູງນຳຫົວໜ້າກົງສູນໃຫຍ່ ສສ ຫວຽດນາມປະຈຳແຂວງສະ ຫວັນນະເຂດພ້ອມຄະນະທີ່ໄດ້ນຳ ເອົາກະຕ່າຂອງຂວັນ ແລະ ອວຍ ພອນໄຊອັນປະເສີດມາອວຍ ພອນຄະນະໃນຄັ້ງນີ້ພ້ອມທັງ ໄດ້ອວຍພອນຄືນໃຫ້ຄະນະຫົວ ໜ້າກົງສູນຈົ່ງມີສຸຂະພາບແຂງ ແຮງ, ໃນສ່ວນຕົວ ແລະ ຄອບ ຄົວພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ກອງພົນທີ4ຈະເຮັດທຸກສິ່ງທຸກຢ່າງເພື່ອເພີ່ມພູນຄູນສ້າງຮັດ ແໜ້ນຄວາມສາມັກຄີ,ໄມຕີຈິດມິດ ຕະພາບອັນອົບອຸ່ນລະຫວ່າງສອງ ຊາດສອງກອງທັບ ລາວ - ຫວຽດ ນາມໃຫ້ໝັ້ນຄົງຕະຫຼອດໄປ ໂດຍ: ສຸລິວັນ ແສນບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ