ເຈົ້າແຂວງ ແຂວງສາລະວັນ ພົບປະໂອ້ລົມພະນັກງານ ຫຼັກແຫຼ່ງກອງບັນຊາການທະຫານແຂວງ
ເວລາອອກຂ່າວ: 2022-02-15 08:47:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6858 | ຄວາມນິຍົມ: ![]()
ວັນທີ 8 ກຸມພາ 2022 ນີ້, ສະຫາຍ ໂພໄຊ ໄຊຍະສອນ ເຈົ້າແຂວງ ແຂວງສາລະວັນ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ ໄດ້ເຄື່ອນ ໄຫວພົບປະໂອ້ລົມພະນັກງານ ຫຼັກແຫຼ່ງກອງບັນຊາການທະ ຫານແຂວງສາລະວັນ ເນື່ອງໃນ ໂອກາດສະຫຼຸບຕີລາຄາວຽກ ງານປ້ອງກັນຊາດປະຈຳປີ 2021, ໂດຍມີ ສະຫາຍ ພົນຈັດ ຕະວາ ພູວັນ ພິມມະຈັນ ຫົວໜ້າ ການ ເມືອງກອງບັນຊາການທະ ຫານແຂວງສາລະວັນ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກ ແຫຼ່ງທົ່ວກອງບັນຊາການທະ ຫານແຂວງເຂົ້າຮ່ວມ.
ພາຍຫຼັງທີ່ ສະຫາຍ ເຈົ້າແຂວງ ແຂວງ ສາລະວັນ ໄດ້ຮັບຟັງລາຍ ງານຫຍໍ້ຜົນສໍາເລັດການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດ ປະຈຳປີ 2021 ຂອງກອງບັນຊາ ການທະຫານແຂວງສາລະວັນ, ຈາກນັ້ນ ສະຫາຍ ກໍໄດ້ຢື້ຢາມ ຖາມຂ່າວມາຍັງຄະນະພັກ-ຄະ ນະບັນຊາຕະຫຼອດຮອດນາຍແລະ ພົນທະຫານ ທົ່ວກອງບັນຊາ ການທະຫານແຂວງສາລະວັນ, ພ້ອມທັງສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສໍາເລັດທີ່ຄະນະພັກ-ຄະນະບັນຊາຕະຫຼອດຮອດພະ ນັກງານ-ນັກຮົບ ຍາດມາໄດ້ໃນ ໄລຍະ 1 ປີຜ່ານມາ ເຊິ່ງສາມາດ ເຮັດຫຼ້ອນໜ້າທີ່ໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ການເຄື່ອນໄຫວປັບ ປຸງກໍ່ສ້າງກໍາລັງປ້ອງກັນຊາດໄດ້ ມີຄວາມເຂັ້ມແຂງໜັກແໜ້ນ, ກາຍເປັນກໍາລັງທີ່ຈົງຮັກພັກດີ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ລາວບັນດາເຜົ່າ. ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງຕັ້ງ ໜ້າປັບປຸງກໍ່ສ້າງກໍາລັງໃຫ້ເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິ ມານ ແລະ ຄຸນນະພາບສູງ, ຮັບປະ ກັນໃຫ້ແກ່ການປະຕິບັດໜ້າທີ່ໃນ ສະເພາະໜ້າ ແລະ ຍາວນານ, ສຸມ ໃສ່ສ້າງກອງ 3 ປອດ (ປອດ ໃສ, ປອດໄພ, ປອດຄະດີ) ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງພະນັກງານທັງ 3 ລຸ້ນ ເພື່ອຮັບປະກັນສືບທອດປ່ຽນ ແທນ, ສືບຕໍ່ຫັນເອົາກໍາລັງລົງກໍ່ ສ້າງຮາກຖານການເມືອງພັດທະ ນາຊົນນະບົດຮອບດ້ານ, ສ້າງທ່າ ສະໜາມ 3 ຂັ້ນ ຢູ່ແຕ່ລະຈຸດສຸມ ກໍ ຄື ເຂດຫ່າງໄກສອກຫຼີກໃນຂອບ ເຂດຂອງຕົນຮັບຜິດຊອບ, ເປັນ ເຈົ້າການຕ້ານສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນ ສັງຄົມເປັນຕົ້ນ: ບັນຫາຢາເສບ ຕິດ, ການຕັດໄມ້ທຳລາຍປ່າ, ການຄ້າຂາຍເຖື່ອນ ແລະ ບັນຫາ ອື່ນໆ ໃຫ້ໝົດໄປເທື່ອລະກ້າວ, ພ້ອມກັນເຊີດຊູມານະຈິດປະຕິວັດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນໃນການຮັບ ໃຊ້ຊາດ, ຮັບໃຊ້ປະຊາຊົນ, ເສີມ ຂະຫຍາຍມູນເຊື້ອທາດແທ້ຂອງ ກໍາລັງປະກອບອາວຸດປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ຍົກສູງຄວາມ ຮູ້ຄວາມສາມາດ ການນຳພາ-ບັນຊາໃນທຸກຂົງເຂດວຽກງານ, ເປັນເຈົ້າການເຂົ້າຮ່ວມການພັດ ທະນາທາງດ້ານເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ການ ກຽມພ້ອມຊ່ວຍເຫຼືອ ປະຊາຊົນ ໃນທຸກສະຖານະການທີ່ອາດຈະ ເກີດຂຶ້ນ ໂດຍສະເພາະແມ່ນການ ສະກັດກັ້ນ ແລະ ຕ້ານພະຍາດໂຄ ວິດ-19, ໄພພິບັດທາງທໍາມະ ຊາດ ທັງໃນຍາມສະຫງົບ ກໍຄື ຍາມສັນຕິພາບ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງພາຍໃຕ້ສະພາບການໃໝ່, ຕາມທິດກໍ່ສ້າງກໍາລັງປະກອບອາວຸດໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງປະກອບອາວຸດປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ, ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນ ແໜນໜ້າ, ພ້ອມກັນສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງຖືກຕ້ອງ ແລະ ມີໝາກຜົນຕົວຈິງ.
ໂດຍ: ຖາວອນ ສຸວັນນະພິມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















