ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຂະບວນການກິລາມວນຊົນຢູ່ໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2019-01-23 09:24:10 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ໃນວັນທີ 9 ມັງກອນ 2019 ຢູ່ໂຮງໝໍບໍລິເວນ107 ໄດ້ເປີດ ຂະບວນການແຂ່ງຂັນກີລາມວນ ຊົນລະຫວ່າງ 6 ກົມກອງ ທີ່ໂຮງ ໝໍບໍລິເວນ 107 ເປັນເຈົ້າພາບ ໃນສົກ 2019 ຂຶ້ນຢ່າງເປັນທາງ ການໃຫ້ກຽດເຂົ້າຮ່ວມເປັນປະ ທານ ແລະ ກ່າວເປີດໂດຍພັນໂທ ໄພວັນ ຈັນທະສຸກ ເລຂາຄະນະ ພັກຮາກຖານອຳນວຍການໂຮງ ໝໍ. ມີຄະນະພັກ-ຄະນະບັນຊາ ແລະ ນັກກີລາທັງ 6 ກົມກອງ ເຂົ້າຮ່ວມຄື: ໂຮງໝໍບໍລິເວນ107, ໂຮງງານປະສານເຫຼົ່າ, ອົງການ ໄອຍະການທະຫານພາກເໜືອ, ສານທະຫານພາກເໜືອ, ສາງນໍ້າ ມັນເລກ 2 ແລະ ກອງບິນ 307. ການແຂ່ງຂັນແມ່ນຈະໄດ້ດຳເນີນ ໄປເປັນເວລາ 3 ວັນ ແຕ່ວັນທີ 9-11 ມັງກອນ 2019 ໂດຍມີ 3 ປະເພດກີລາຄື: ກີລາບານ ສົ່ງຊາຍ, ບານເຕະຊາຍ, ເປຕັງ ຊາຍ, ເປຕັງຍິງ ແລະ ເປຕັງອາ ວຸໂສ. ຜ່ານການແຂ່ງຂັນຜົນປາ ກົດວ່າປະເພດບານສົ່ງ: ອັນດັບທີ 1 ໂຮງງານປະສານເຫຼົ່າ, ອັນ ດັບທີ 2 ໂຮງໝໍ 107 ແລະ ອັນ ດັບທີ 3 ກອງບິນ 307, ປະເພດ ບານເຕະອັນດັບທີ 1 ສານທະ ຫານພາກເຫນືອ, ອັນດັບທີ 2 ໂຮງງານປະສານເຫຼົ່າ ແລະ ອັນ ດັບທີ 3 ໂຮງໝໍບໍລິເວນ 107, ປະ ເພດເປຕັງຊາຍອັນດັບທີ1 ສານ ທະຫານພາກເໜືອ, ອັນດັບທີ 2 ສາງນໍ້າມັນເລກ 2 ແລະ ອັນດັບ ທີ 3 ໂຮງໝໍບໍລິເວນ 107, ປະເພດ ເປຕັງຍິງ, ອັນດັບທີ1 ສານທະ ຫານພາກເໜືອ, ອັນດັບທີ2 ໂຮງ ງານປະສານເຫຼົ່າ ແລະ ອັນດັບທີ 3 ສາງນໍ້າມັນເລກ2. ປະເພດເປຕັງ ອາວຸໂສ, ອັນດັບທີ 1 ອົງການ ໄອຍະການທະຫານພາກເໜືອ. ອັນດັບທີ2 ສາງນໍ້າມັນເລກ 2 ແລະ ອັນດັບທີ 3 ກອງບິນ 307. ທັງນີ້ກໍເພື່ອເປັນການຮັດແໜ້ນ ຄວາມສາມັກຄີລະຫວ່າງກົມ ກອງຕໍ່ກົມກອງໃຫ້ແໜ້ນແຟ້ນ ຫນັກແໜ້ນຍິ່ງຂຶ້ນຢ່າງຕໍ່ເນື່ອງ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີ ໃຫ້ມີບັນຍາກາດ ແລະ ເປັນຂະບວນຟົດຟື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ