ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ຈັດຕັ້ງຍິງເປົ້າໝາຍດ້ານລູກປືນແທ້
ເວລາອອກຂ່າວ: 2019-01-23 09:27:19 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ເນື່ອງໃນໂອກາດຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ກອງ ພົນທີ1 ໄດ້ຈັດກິດຈະກໍາແຂ່ງຂັນ ກີລາຍິງເປົ້າໝາຍດ້ວຍລູກປືນ ແທ້ຂຶ້ນ ໃນວັນທີ 15 ມັງກອນ 2019 ນີ້, ເຊິ່ງມີຄະນະພັກ-ຄະ ນະບັນຊາການກອງພົນ, ອົງການ 5 ຫ້ອງ, ພະແນກການ, ແຂກຖືກ ເຊີນມາຈາກອຳນາດການປົກ ຄອງເມືອງວັງວຽງ, ໂຮງງານຊີ ມັງລາວວັງວຽງ 3 ຫຼັງ, ແລະ ພາກສ່ວນທຸລະກິດບໍລິສັດ, ຫ້າງ ຮ້ານອ້ອມຂ້າງເມືອງວັງວຽງ ເຂົ້າຮ່ວມແຂ່ງຂັນ. ການຈັດຕັ້ງປະຕິບັດຍິງລູກ ປືນແທ້ໃນຄັ້ງນີ້ແມ່ນການສ້າງ ຂະບວນການໃຫ້ມ່ວນຊື່ນຢູ່ໃນ ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບພວມຍູ້ແຮງ ສ້າງຜົນງານຂໍ່ານັບຮັບຕ້ອນ 70 ປີ ວັນສ້າງຕັ້ງກອງທັບປະຊາຊົນ ລາວ. ທັງນີ້ກໍເພື່ອກວດກາຕີລາ ຄາຄືນຄວາມຮັບຮູ້, ເຂົ້າໃຈ, ຄວາມສາມາດທາງດ້ານທິດສະ ດີຫຼັກການ, ສິລະປະຍຸດ-ຍຸດທະ ວິທີໃນການນໍາໃຊ້ອາວຸດຍຸດໂທ ປະກອນການທະຫານຂອງພະ ນັກງານ-ນັກຮົບ ໃນກອງທັບ ລວມໄປເຖິງການຈັດຕັ້ງທຸກພາກ ສ່ວນຕະຫຼອດຮອດພາກສ່ວນທຸ ລະກິດ, ບໍລິສັດ, ຫ້າງຮ້ານຕ່າງໆ ຢູ່ໃນ ສປປ ລາວ, ສາມາດຮັບ ປະກັນໄດ້ດັບສູນເປົ້າໝາຍຊັດ ເຈນ, ວ່ອງໄວ, ທັນເວລາ ແລະ ມີ ປະສິດທິຜົນສູງເວລາເຄື່ອນໄຫວ ເຮັດໜ້າທີ່ຕົວຈິງໃນສະພາບ ການອັນໃໝ່ຂອງປະເທດຊາດ. ເຊິ່ງມີການນໍາທຸກພາກສ່ວນເຂົ້າ ຮ່ວມແຂ່ງຂັນທັງໝົດ 110 ສະ ຫາຍ, ເປົ້າໝາຍຍິງເບຍເລກ 4, ຍິງ 6 ລູກ ໄລຍະຍິງ 100 ແມັດ, ຄະແນນສູງສຸດ 60 ຄະແນນ. ຜ່ານການແຂ່ງຂັນຍິງເປົ້າ ໝາຍຕົວຈິງສາມາດສະຫຼຸບຜົນ ໄດ້ຮັບດັ່ງນີ້: ຊະນະເລີດໂດຍສະ ຫາຍພັນໂທ ໄກສອນ ສີດາເພັດ ຮອງຫົວໜ້າຫ້ອງເສນາທິການ ຍິງຖືກເປົ້າໝາຍ 6 ລູກ ລວມ 55 ຄະແນນ ໄດ້ຮັບຂັນ 1 ໜ່ວຍພ້ອມ ເງິນສົດ 1 ລ້ານກີບ, ຮອງຊະນະ ເລີດ ສະຫາຍ ພັນໂທ ບຸນແຖວ ແກ້ວດວງດີ ຫົວໜ້າພະແນກອົບ ຮົມຍິງຖືກເປົ້າໝາຍ 6 ລູກ ລວມ 54 ຄະແນນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 8 ແສນກີບ, ລາງວັນ ທີ3 ໄດ້ແກ່ທ່ານ ພັນເອກ ສົມເພັດ ແກ້ວວັນທອງ ຫົວໜhາຫ້ອງພະ ລາທິການຍິງຖືກເປົ້າໝາຍ 6 ລູກ ລວມ 53 ຄະແນນ ໄດ້ຮັບເງິນ ສົດຈໍານວນ 6 ແສນກີບ ແລະ ໄດ້ ຈັດພິທີມອບຢ່າງສົມກຽດ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ