ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງວຽງຈັນ ຈັດພິທີປະກາດການຈັດຕັ້ງຂັ້ນນຳພາ - ບັນຊາ
ເວລາອອກຂ່າວ: 2018-11-14 08:41:11 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 231 | ຄວາມນິຍົມ:



ໃນວັນທີ 7 ພະຈິກ 2018 ນີ້, ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດຕັ້ງພິທີປະ ກາດການຈັດຕັ້ງຂັ້ນນຳພາ-ບັນ ຊາ ແລະ ພະແນກການທີ່ຂຶ້ນກັບ ກອງບັນຊາການທະຫານແຂວງ ວຽງຈັນ ຂຶ້ນຢູ່ທີ່ສະໂມສອນຂອງ ກົມກອງ ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານ ພົນຈັດຕະວາ ບຸນມາ ວົງດາລາແສນ ກຳມະ ການພັກແຂວງ ຮອງເລຂາຄະນະ ພັກ ຫົວຫນ້າການເມືອງກອງບັນ ຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາອົງ ການ 5 ຫ້ອງ, ພະແນກການ, ກົມ ກອງອ້ອມຂ້າງ, ໂຮງຮຽນ, ໂຮງ ຫມໍ, ພະນັກງານ-ສະມາຊິກພັກ- ນັກຮົບ ເຂົ້າຮ່ວມ. ພັນໂທ ຄຳຕັນ ວົງລັດຕະນະ ກຳມະການຄະນະພັກກອງບັນ ຊາການ, ຫົວຫນ້າຫ້ອງການ ເມືອງທະຫານແຂວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ແລະ ຂອງ ກົມໃຫຍ່ການເມືອງກອງທັບ, ໂດຍປະຕິບັດຕາມກົດຫມາຍນາຍ ທະຫານກອງທັບປະຊາຊົນລາວ ຫມວດທີ 4 ມາດຕາ 21 ວ່າດ້ວຍ ການແຕ່ງຕັ້ງ ແລະ ຍົກຍ້າຍນາຍ ທະຫານ ແລະ ອີງຕາມທິດທາງ ປັບປຸງກົງຈັກການຈັດຕັ້ງຂັ້ນນຳ ພາ-ບັນຊາ ໃນກຳລັງປະກອບ ອາວຸດໃຫ້ມີຄວາມເຂັ້ມແຂງ ໜັກ ແຫນ້ນ ຮອບດ້ານ ເພື່ອເຮັດສຳ ເລັດຫນ້າທີ່ໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ, ກະຊວງປ້ອງກັນປະ ເທດຕົກລົງແຕ່ງຕັ້ງພັນໂທ ຫຸມ ພັນ ສີສົມພອນ ເປັນຮອງຫົວໜ້າ ຫ້ອງການເມືອງກອງບັນຊາການ ທະຫານແຂວງວຽງຈັນ, ແຕ່ງ ຕັ້ງພັນໂທ ວົງສາ ພິມມະວົງ ເປັນ ຫົວໜ້າການເມືອງກອງບັນຊາການທະຫານເມືອງວຽງຄຳ, ພັນຕີ ວັນສະມຸດ ອິນວົງສາ ເປັນຮອງ ຫົວໜ້າ ການທະຫານ ກອງບັນຊາການທະຫານເມືອງ ວຽງຄຳ, ພັນໂທ ຄຳມ່ວນ ວົງຄູນ ຫອມ ເປັນຮອງຮັບຜິດ ຊອບວຽກງານພະລາທິການ ທັງເປັນຫົວໜ້າພະແນກພະລາທິ ການກອງບັນຊາການທະຫານ ເມືອງໂພນໂຮງ, ພັນໂທ ຄຳໄຫຼ ພັນວິໄລ ເປັນຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ແກ້ວອຸດົມ, ຮ້ອຍເອກ ຄຳສອນ ມະນີລັດ ເປັນຮອງຮັບຜິດຊອບ ວຽກງານພະລາທິການ ທັງເປັນ ຫົວໜ້າພະແນກພະລາທິການ ກອງບັນຊາການທະຫານ ເມືອງແກ້ວອຸດົມ ແລະ ແຕ່ງຕັ້ງ ຫົວໜ້າ ແລະ ຮອງບັນດາກົມ ກອງ ແລະ ພະແນກການທີ່ຂຶ້ນ ກັບກອງບັນຊາການທະຫານ ແຂວງວຽງຈັນອີກຈຳນວນໜຶ່ງ. ໃນໂອກາດດັ່ງກ່າວ ທ່ານພົນ ຈັດຕະວາ ບຸນມາ ວົງດາລາແສນ ກໍໄດ້ໃຫ້ການໂອ້ລົມ ແລະ ໄດ້ ຮຽກຮ້ອງໃຫ້ບັນດາສະຫາຍທີ່ ຖືກແຕ່ງຕັ້ງໃໝ່ຈົ່ງເອົາໃຈໃສ່ຍົກ ສູງຄວາມຮູ້ ຄວາມສາມາດ ພາ ລະບົດບາດຂອງຕົນເຂົ້າໃນໜ້າທີ່ ວຽກງານທີ່ໄດ້ຮັບການມອບ ໝາຍ ພ້ອມນີ້ກໍຕ້ອງເປັນເຈົ້າການ ເຝິກຝົນຫໍ່ຼຫອມຄຸນທາດການ ເມືອງ ຄຸນສົມບັດສິນທຳປະຕິວັດ ໃຫ້ໜັກແໜ້ນເພື່ອເຮັດສຳເລັດໜ້າ ທີ່ວຽກງານທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້, ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ພະນັກງານ-ນັກຮົບໃຫ້ ເປັນປົກກະຕິ ຍູ້ແຮງການສ້າງຂະ ບວນການດ້ານຕ່າງໆເພື່ອໄວ້ຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ