ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ຮອງຫົວໜ້າຫ້ອງການກຳມະບານກະຊວງປ້ອງກັນປະເທດ ລົງຊຸກຍູ້ຂະບວນການຢູ່ໂຮງງານສ້ອມແປງລົດ-ເຮືອ
ເວລາອອກຂ່າວ: 2019-01-24 10:29:02 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 16 ມັງກອນ 2019 ນີ້, ພັນໂທ ບຸນຄ່ອງ ບຸດທະຈັນດີ ຮອງຫົວ ໜ້າຫ້ອງການກຳມະບານ ກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້ລົງຊຸກຍູ້ຂະບວນການ ດ້ານຕ່າງໆຢູ່ໂຮງງານສ້ອມແປງ ລົດ-ເຮືອ ໂດຍການຕ້ອນຮັບ ໂດຍພັນຕີ ສີເພັດ ເທບພະວົງ ປະທານກຳມະບານຮາກຖານ ໂຮງງານສ້ອມແປງລົດ-ເຮືອ. ໃນໂອກາດລົງຊຸກຍູ້ວຽກ ງານກຳມະບານນີ້, ຄະນະໄດ້ຮັບ ຟັງການລາຍງານສະພາບການ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານດ້ານຕ່າງໆຈາກປະ ທານກຳມະບານຮາກຖານ ໂດຍ ຕິດພັນກັບການຈັດຕັ້ງຜັນຂະ ຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍສະເພາະ ແມ່ນວຽກງານປັບປຸງບົວລະບັດ ຮັກສາ-ສ້ອມແປງພາຫະນະ ເຕັກນິກ, ວຽກງານໂຄສະນາ-ອົບ ຮົມ, ວຽກງານການກໍ່ສ້າງກົມ ກອງວັດທະນະທຳໃນໂຮງງານ ສ້ອມແປງລົດ-ເຮືອ, ການເຮັດ ວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດຕໍ່ພະນັກ ງານ-ນັກຮົບ, ໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວ ທາງນະໂຍບາຍຂອງພັກ-ກົດ ໝາຍຂອງລັດຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງຂອງຕົນ, ສືບຕໍ່ປັບ ປຸງແບບແຜນວິທີເຮັດວຽກບົນ ພື້ນຖານຫຼັກການລວມສູນປະຊາ ທິປະໄຕ ແລະ ຕັ້ງຫນ້າຄົ້ນຄວ້າ ຊອກຮູ້ຮໍ່າຮຽນດ້ານຕ່າງໆເພື່ອ ສ້າງຕົນເອງໃຫ້ກາຍເປັນພະ ນັກງານສືບທອດປ່ຽນແທນ, ເອົາໃຈໃສ່ເຝິກແອບຮໍ່າຮຽນ ປັບປຸງລະບຽບແບບແຜນ, ການ ຄຸ້ມຄອງພາຫະນະເຕັກນິກ, ຮັບ ປະກັນຊີວິດການເປັນຢູ່ຂອງກົມ ກອງໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນ. ໂດຍ: ຄຳສະຫວັດ ເສັງໃສແຈ່ມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ