ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ເຝິກຊ້ອມໃຫຍ່ຄັ້ງທີ 1 ຂອງກ້ອນກຳລັງສວນສະໜາມຢູ່ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2019-01-24 10:32:29 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ວັນທີ 11 ມັງກອນ 2019 ຜ່ານມາ, ກອງບັນຊາການທະ ຫານແຂວງຫຼວງພະບາງ ໄດ້ ຈັດຕັ້ງເຝິກຊ້ອມໃຫຍ່ຄັ້ງທີ I ຂອງກ້ອນກໍາລັງສວນສະໜາມ ເພື່ອຄວາມເປັນເອກະພາບໃນ ການຫ້າງຫາກະກຽມພິທີສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນຢູ່ທີ່ເດີ່ນກີລາແຂວງ ໂດຍ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິ ໄລ ກໍາມະການພັກແຂວງ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງຫຼວງພະ ບາງ, ມີບັນດາຄະນະຮັບຜິດ ຊອບຈັດງານ, ອະນຸກໍາມະການ ແຕ່ລະ ພາກສ່ວນ, ມີນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາ ຫຼວດຕະຫຼອດຮອດມວນຊົນ ພາຍໃນແຂວງເຂົ້າຮ່ວມ. ທ່ານ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ໄດ້ໃຫ້ຮູ້ວ່າ: ກ້ອນກໍາ ລັງທັງໝົດມີ 15 ກ້ອນດ້ວຍກັນ ໃນນັ້ນມີກ້ອນກໍາລັງປະກອບອາ ວຸດ 8 ກ້ອນ ແລະ ກ້ອນມວນຊົນອີກ 7 ກ້ອນ ຈຸດປະສົງໃນການຈັດ ຕັ້ງເຝິກຊ້ອມໃຫຍ່ຄັ້ງທີ I ແມ່ນ ເພື່ອກວດກາເບິ່ງຄວາມພ້ອມ ໃນຈັງຫວະບາດກ້າວ, ພຶດຕິກໍາ ການເຄື່ອນໄຫວ, ເຕັກນິກບຸກຄົນ ແລະ ຄວາມຮັບຜິດຊອບຂອງ ຕົນໃນແຕ່ລະກ້ອນໃຫ້ມີຄວາມ ເປັນເອກະພາບ, ສວຍງາມ ແລະ ມີຄວາມຈຶກຈັກເຂັ້ມແຂງເຕັມ ໄປດ້ວຍຄວາມອົງອາດກ້າຫານ ສະແດງເຖິງການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບເຮົາ. ໃນໂອກາດຕອນທ້າຍການເຝິກ ຊ້ອມສະແດງຜ່ານບັນດາຄະນະ ຮັບຜິດຊອບ ກໍໄດ້ສະຫຼຸບຖອດ ຖອນບົດຮຽນ ແລະ ໄດ້ປະກອບ ຄໍາຄິດເຫັນເພື່ອເປັນບ່ອນອີງໃນການປັບປຸງແກ້ໄຂຈຸດອ່ອນຂໍ້ຄົງ ຄ້າງ ແນໃສ່ເຮັດໃຫ້ການສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີເຊິ່ງຈະຈັດຂຶ້ນໃນ ວັນທີ 25 ມັງກອນ 2019 ຢູ່ ແຂວງຫຼວງພະບາງ ໃຫ້ມີບັນຍາ ກາດເບີກບານມ່ວນຊື່ນ ແລະ ໃນ ວັນທີ 19 ມັງກອນ 2019 ທີ່ຈະ ມາເຖິງນີ້ຈະໄດ້ມີການຈັດຕັ້ງສະແດງເຝິກຊ້ອມໃຫຍ່ຄັ້ງທີ II ຕື່ມອີກ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ