ຫ້ອງການເມືອງກົມໃຫຍ່ການເມືອງ ປກສ ອວຍພອນຫ້ອງການເມືອງກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2019-01-25 09:52:13 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:
ໃນວັນທີ 17 ມັງກອນ 2019 ນີ້, ພັນເອກ ນາງ ວິໄລ ທອງ ມັງໜໍ່ເມກ, ຫົວໜ້າຫ້ອງ ການເມືອງ, ກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະໄດ້ນຳ ເອົາກະຕ່າດອກໄມ້ ແລະ ກະ ຕ່າຂອງຂວັນ ພ້ອມກັບຄວາມ ຢື້ຢາມຖາມຂ່າວ, ຄຳອວຍພອນ ໄຊອັນປະເສີດທີ່ເຕັມໄປດ້ວຍ ຄວາມສາມັກຄີ ຮັກແພງເຂົ້າ ອວຍພອນ ພັນເອກ ບຸນເຫຼືອ ໄຊ ຍະເພັນ, ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ປະ ຊາຊົນລາວ ພ້ອມຄະນະ ໃນໂອ
ກາດວັນສ້າງຕັ້ງກອງ ທັບປະຊາ ຊົນລາວ ຄົບຮອບ 70 ປີ.
ໂອກາດອັນມີຄວາມໝາຍສຳ ຄັນນີ້ ພັນເອກ ບຸນເຫຼືອ ໄຊຍະເພັນ ກໍໄດ້ກ່າວສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ຄະນະຫ້ອງການເມືອງກົມໃຫຍ່ ການເມືອງ ປກສ ທີ່ໄດ້ມາອວຍ ພອນໄຊອັນປະເສີດແກ່ຫ້ອງ ການເມືອງກົມໃຫຍ່ການເມືອງ ກອງທັບ, ພ້ອມທັງໄດ້ອວຍພອນ ໃຫ້ສາຍພົວພັນຄວາມສາມັກ ຄີຮັກແພງ ແລະການຮ່ວມມືແລກ ປ່ຽນບົດຮຽນລະຫວ່າງສອງ ກະຊວງກໍຄືສອງຫ້ອງການ ເມືອງຈົ່ງໄດ້ຮັບການເສີມຂະ ຫຍາຍຂຶ້ນເລື້ອຍໆ.
ໂດຍ: ນ ເມດຕາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ