ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງານປະສານເຫຼົ່າຫຼວງພະບາງເປີດຂະບວນການກິລາ
ເວລາອອກຂ່າວ: 2019-01-29 10:17:06 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ຫວ່າງບໍ່ດົນນີ້, ໂຮງງານປະ ສານເຫລົ່າຫລວງພະບາງ ໄດ້ຈັດ ກິດຈະກຳເປີດຂະບວນການກີລາ ຂຶ້ນເພື່ອຂ່ຳນັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ໂດຍການເປັນປະ ທານຂອງພັນໂທ ເພັດສາຄອນ ມະນີຈັນ ຫົວຫນ້າອຳນວຍການ ໂຮງງານດັ່ງກ່າວ, ມີຄະນະພັກ- ຄະນະອຳນວຍການ, ພະແນກ ການນັກກີລາເຂົ້າຮ່ວມ. ການເປີດຂະບວນການແຂ່ງ ຂັນກີລາຄັ້ງນີ້, ກໍເພື່ອເປັນການ ຮັດແຫນ້ນຄວາມສາມັກຄີລະ ຫວ່າງພະນັກງານ-ນັກຮົບດ້ວຍ ກັນ, ທັງເປັນການສ້າງຂະບວນ ການຕ້ອນຮັບວັນສ້າງຕັ້ງກອງ ທັບຄົບຮອບ 70 ປີ ໃຫ້ມີບັນຍາ ກາດຟົດຟື້ນ, ຍູ້ແຮງຂະບວນການ ລວມຂອງກົມກອງອີກດ້ວຍ ເຊິ່ງ ກີລາທີ່ນຳມາແຂ່ງຂັນປະກອບມີ ກີລາບານສົ່ງ, ກະຕໍ້ ແລະ ກີລາ ເປຕັງ. ໂດຍ: ສຸລິນ ສຸວັນນະເລີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ