ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ, ໃຫ້ນາຍທະຫານ ທົ່ວກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2022-05-20 08:47:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 292 | ຄວາມນິຍົມ:



ໃນວັນທີ 19 ພຶດສະພານີ້, ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບໄດ້ຈັດພິທີປະກາດ ເລື່ອນຊັ້ນ, ເລື່ອນທຽບຊັ້ນ, ປະ ດັບທຽບຊັ້ນໃຫ້ນາຍທະຫານທົ່ວ ກົມໃຫຍ່ການເມືອງກອງທັບ ຈຳ ນວນ 104 ສະຫາຍ, ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ບຸນເຫຼືອ ໄຊຍະເພັນ ກໍາມະການຄະນະພັກ ຫົວໜ້າ ຫ້ອງການເມືອງກົມໃຫຍ່ການ ເມືອງກອງທັບ, ມີບັນດາສະ ຫາຍຈາກກົມກອງ, ຫ້ອງການ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານທີ່ໄດ້ຮັບການເລື່ອນ ຊັ້ນໃໝ່ເຂົ້າຮ່ວມ. ພະນັກງານທີ່ໄດ້ຮັບການເລື່ອນ ຊັ້ນໃໝ່ໃນຄັ້ງນີ້ລວມທັງໝົດ 104 ສະຫາຍ, ໃນນີ້ເລື່ອນຊັ້ນ ຮ້ອຍເອກ ຂຶ້ນພັນຕີ 11 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກຂຶ້ນພັນ ຕີ 10 ສະຫາຍ, ເລື່ອນຊັ້ນຮ້ອຍ ໂທ ຂຶ້ນຮ້ອຍເອກ 5 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນຮ້ອຍ ເອກ 17 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ 4 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຮ້ອຍ ໂທ 16 ສະຫາຍ, ປະດັບທຽບ ຊັ້ນຮ້ອຍໂທ 26 ສະຫານ, ປະ ດັບທຽບຊັ້ນຮ້ອຍຕີ 11 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນຮ້ອຍຕີ 3 ສະ ຫາຍ ແລະ ເລື່ອນທຽບວາທີຂຶ້ນ ຮ້ອຍຕີ 1 ສະຫາຍ. ໂອກາດເຂົ້າຮ່ວມເປັນປະທານ ພິທີໃນຄັ້ງນີ້ ສະຫາຍ ພົນຈັດຕະ ວາ ບຸນເຫຼືອ ໄຊຍະເພັນ ໄດ້ມີ ຄຳເຫັນວ່າ: ບັນດາສະຫາຍທີ່ ໄດ້ຮັບການເລື່ອນຊັ້ນ, ເລື່ອນ ທຽບຊັ້ນ ແລະ ປະດັບທຽບຊັ້ນ ໃນຄັ້ງນີ້ແມ່ນເປັນກຽດສັກສີອັນ ສູງສົ່ງຂອງພວກສະຫາຍທີ່ການ ຈັດຕັ້ງຂັ້ນເທິງໄວ້ເນື້ອເຊື່ອໃຈ. ສະນັ້ນ, ຕ້ອງເພີ່ມຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງໃຫ້ສູງ ຂຶ້ນຕື່ມ, ເອົາໃຈໃສ່ເຝິກຝົນຫຼໍ່ ຫຼອມຕົນເອງຮອບດ້ານເປັນຕົ້ນ ທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ, ຕັ້ງ ຕໍ່ບໍລິສຸດຕໍ່ຊາດ, ຕໍ່ພັກ, ຕໍ່ລັດ ແລະ ຕໍ່ປະຊາຊົນ, ປັບປຸງແບບ ແຜນວິທີນຳພາ-ບັນຊາ, ແບບ ແຜນວິທີເຮັດວຽກ, ແບບແຜນ ດໍາລົງຊີວິດໃຫ້ສອດຄ່ອງກັບໜ້າ ທີ່ການເມືອງຂອງກົມກອງ, ແທດ ເໜາະກັບສະພາບການຕົວຈິງ ຢ່າງລະອຽດ ເພື່ອປະກອບສ່ວນ ເຂົ້າໃນການປັບປຸງກົມກອງໃຫ້ ໜັກແໜ້ນເຂັ້ມແຂງເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ