ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດຮັບຮອງ 3 ບ້ານຂອງເມືອງປາກທາ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ
ເວລາອອກຂ່າວ: 2022-05-24 10:08:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 586 | ຄວາມນິຍົມ:



ພິທີປະກາດຮັບຮອງເອົາ ບ້ານໃຫຍ່ປາກທາ, ບ້ານໂພນ ທອງ ແລະ ບ້ານຫ້ວຍທອງ ເມືອງປາກທາ ແຂວງບໍ່ແກ້ວ ເປັນຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ-ປ້ອງກັນຄວາມ ສະຫງົບດີ ໄດ້ຈັດຂຶ້ນໃນກາງ ເດືອນ ພຶດສະພາ ນີ້, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ທອງໄຂ ສີຍາລາດ ຄະນະກຳ ມະການປກຊ-ປກສ ຂັ້ນແຂວງ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງບໍ່ແກ້ວ, ມີ ສະຫາຍ ສຸໄລ ດວງຜາຄຳ ກຳມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງປາກທາ, ມີບັນ ດາການນຳເມືອງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເມືອງ, ແຂກຖືກເຊີນ, ອຳນາດການ ປົກຄອງ ແລະ ປະຊາຊົນ ພາຍໃນ 3 ບ້ານເຂົ້າຮ່ວມ. ສະຫາຍ ພັນໂທ ພອນສະ ຫວັນ ສຸລິຄຳ ຫົວໜ້າການທະ ຫານ ກອງບັນຊາການທະຫານ ເມືອງປາກທາ ໄດ້ຜ່ານບົດສະຫຼຸບ ປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ເຊິ່ງ ໄດ້ຍົກໃຫ້ເຫັນໃນໄລຍະຜ່ານ ມາ ຄະນະພັກຂັ້ນຕ່າງໆ ໄດ້ເປັນ ເຈົ້າການສົມທົບກັບອໍານາດການ ປົກຄອງບ້ານ ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນຳ ພາແນວຄິດເປັນສໍາຄັນ ໂດຍສະ ເພາະແມ່ນຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ເອກກະສານການສ້າງ ຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ, ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະ ຫງົບດີ ແລະ ເອກະສານອື່ນໆ ເຮັດ ໃຫ້ປະຊາຊົນເຊື່ອມຊຶມຕໍ່ແນວ ທາງນະໂຍບາຍຂອງພັກ-ລັດ, ເປັນເຈົ້າການປະກອບສ່ວນເຂົ້າ ໃນການສ້າງບ້ານໃຫ້ມີຄວາມ ເຂັ້ມແຂງພ້ອມກັນຕ້ານ, ສະກັດ ກັ້ນ ແລະ ແກ້ໄຂບັນຫາປະກົດ ການຫຍໍ້ທໍ້ຕ່າງໆ ພາຍໃນບ້ານ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍດີ ເຊິ່ງສາມາດບັນລຸ ໄດ້ຕາມເນື້ອໃນມາດຖານຂອງ ການສ້າງຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ ແລະ ຄອບ ຄົວປ້ອງກັນຄວາມສະຫງົບດີ. ສະຫາຍ ພັນໂທ ພອນສະ ຫວັນ ສຸລິຄຳ ກ່າວຕື່ມວ່າ: ບ້ານ ໃຫຍ່ປາກທາ ມີພົນລະເມືອງທັງ ໝົດ 1.980 ຄົນ, ຍິງ 1.001 ຄົນ, ມີ 429 ຄອບຄົວ, ມີ 361 ຫຼັງຄາເຮືອນ, ມີເນື້ອທີ່ນາ ປີທັງ ໝົດ 116 ເຮັກຕາ ຜົນໄດ້ ຮັບ 348 ໂຕນ /ປີ, ມີເນື້ອທີ່ສວນ ປູກພືດລົ້ມລຸກ 130,88 ເຮັກ ຕາ, ຜົນໄດ້ຮັບ 15 ໂຕນ/ປີ, ມີ ຄອບຄົວປານກາງ 240 ຄອບ ຄົວ, ຄອບຄົວຮັ່ງມີ 19 ຄອບ ຄົວ, ສະເລ່ຍລາຍຮັບທັງໝົດ 21.732.000.000 ກີບ/ປີ. ຈາກການປະເມີນຕາມ 6 ມາດ ຖານຂອງຄອບຄົວປ້ອງກັນຊາດ ເຂັ້ມແຂງໄດ້ 325 ຫຼັງຄາເຮືອນ ເທົ່າກັບ 90,02 %. ສ່ວນບ້ານ ຫ້ວຍທອງ ມີພົນລະເມືອງ ທັງໝົດ 692 ຄົນ, ຍິງ 356 ຄົນ, ມີ 171 ຄອບຄົວ, ມີ 140 ຫຼັງຄາເຮືອນ, ມີເນື້ອທີ່ນາປີທັງໝົດ 62,8 ເຮັກຕາ ຜົນໄດ້ຮັບ 165 ໂຕນ/ປີ, ມີເນື້ອທີ່ສວນປູກພືດລົ້ມລຸກ 130,68 ເຮັກຕາ, ມີຄອບຄົວ ປານກາງ 167 ຄອບຄົວ, ຄອບ ຄົວຮັ່ງມີ 4 ຄອບຄົວ, ສະເລ່ຍ ລາຍຮັບທັງໝົດ 24.639.000 ກີບ/ປີ, ສະເລ່ຍຕໍ່ຫົວຄົນ 1.120,349 ກີບຕໍ່ຄົນ/ປີ, ບັນລຸ ໄດ້ມາດຖານຄອບຄົວປ້ອງກັນ ຊາດເຂັ້ມແຂງ 129 ຫຼັງຄາ ເຮືອນ ເທົ່າກັບ 92,14 %. ສໍາລັບ ບ້ານໂພນທອງ ມີເນື້ອທີທັງໝົດ 13.060,96 ເຮັກຕາ, ມີ 88 ຫຼັງຄາເຮືອນ, ພົນລະເມືອງທັງ ໝົດ 435 ຄົນ, ຍິງ 196 ຄົນ. ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການຢັ້ງຢືນຮັບຮອງເອົາ ບ້ານໃຫຍ່ປາກທາ, ບ້ານຫ້ວຍ ທອງ ແລະ ບ້ານໂພນທອງ ເປັນ ບ້ານປ້ອງກັນຊາດເຂັ້ມແຂງ ບ້ານ ທີ 6, ທີ 7 ແລະ ທີ 8 ຂອງເມືອງ ປາກທາ ແລະ ເປັນບ້ານ 19, ທີ 20 ແລະ ທີ 21 ຂອງແຂວງບໍ່ແກ້ວ ພ້ອມທັງມອບໃບຢັ້ງຢືນຄອບຄົວ ແລະ ບ້ານທີ່ປະສົບຜົນສໍາເລັດ ໃນການສ້າງບ້ານ ແລະ ຄອບຄົວ ປ້ອງກັນຊາດເຂັ້ມແຂງ, ປ້ອງກັນ ຄວາມສະຫງົບດີ. ພ້ອມດຽວ ກັນນັ້ນ, ຍັງໄດ້ຜ່ານຂໍ້ແຂ່ງຂັນ ພາຍໃນບ້ານໂດຍຕາງໜ້າແຕ່ ລະພາກສ່ວນຂຶ້ນຮັບຮອງເອົາ ຂໍ້ແຂ່ງຂັນ ເພື່ອພ້ອມກັນສືບຕໍ່ພັດ ທະນາບ້ານ ແລະ ສ້າງຄອບຄົວ ໃຫ້ຮັ່ງມີເຂັ້ມແຂງ. ໃນພິທີໄດ້ເປີດປ້າຍຮັບຮອງ ບ້ານໃຫຍ່ປາກທາ, ບ້ານໂພນ ທອງ, ບ້ານຫ້ວຍທອງ ເປັນຄອບ ຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງ ແລະ ຄອບຄົວປ້ອງກັນ ຄວາມສະຫງົບດີພ້ອມທັງລັ່ນ ຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ອີກດ້ວຍ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ