ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນປະເທດ
ເວລາອອກຂ່າວ: 2022-05-25 10:50:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 599 | ຄວາມນິຍົມ:



ໃນກາງເດືອນ ພຶດສະພາ 2022 ນີ້, ແຂວງຄໍາມ່ວນ ແລະ ບໍໍລິຄໍາໄຊ ໄດ້ຈັດພິທີສົ່ງອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍຊີວິດໃນ ປາງສົງຄາມຢູ່ລາວກັບຄືນບ້ານ ເກີດເມືອງນອນ ແລະ ປິຕຸພູມ ອັນແສນຮັກຂອງຕົນ. ຢູ່ແຂວງຄໍາມ່ວນ ນໍາໂດຍ ສະຫາຍ ປອ ແກ້ວອຸດອນ ບຸດ ສິງຂອນ ຮອງເຈົ້າແຂວງ ແຂວງຄໍາມ່ວນ, ຫົວໜ້າຄະນະປະຕິບັດງານພິເສດຂັ້ນແຂວງພ້ອມດ້ວຍ ຄະນະເຂົ້າຮ່ວມ, ໃນນີ້ມີອັດທິທັງ ໝົດຈໍານວນ 17 ອັດຖິ ເອົາເຂົ້າ ໄປສະທິດໄວ້ຢູ່ສຸສານບາຢົກ ນະ ຄອນດົງເຫີຍ ແຂວງກວາງບິ່ງ ສສ ຫວຽດນາມ, ຝ່າຍຫວຽດ ນາມ ມີສະຫາຍ ຈູດ້າຍຖັງ ກໍາ ມະການສູນກາງພັກກອມມູນິດ ຫວຽດນາມ ເລຂາພັກແຂວງ ແຂວງກວາງບິ່ງ, ມີຕາງໜ້າຈາກ ກົມໃຫຍ່ການເມືອງ, ກົມນະໂບ ຍາຍ, ກອງບັນຊາການທະຫານ ເຂດ 4, ພະນັກງານທະຫານ, ຕໍາ ຫຼວດ, ອົງການຈັດຕັ້ງມະຫາຊົນ, ນັກຮຽນ-ນັກສຶກສາ ແລະ ຍາດຕິພີ່ນ້ອງຄອບຄົວຂອງຜູ້ເສຍຊີວິດ ເຂົ້າຮ່ວມ. ແຂວງບໍລິຄໍາໄຊ ນໍາໂດຍ ສະ ຫາຍ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ແຂວງບໍລິຄໍາ ໄຊ ຫົວໜ້າຄະນະປະຕິບັດງານພິ ເສດຂັ້ນແຂວງ ພ້ອມດ້ວຍຄະນະ. ພິທີໄດ້ນໍາເອົາອັດທິທະຫານອາ ສາສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດໃນປາງ ສົງຄາມຢູ່ລາວ ໂດຍສະເພາະ ແມ່ນຢູ່ແຂວງບໍລິຄໍາໄຊ ຈໍານວນ 11 ອັດຖິ ເຂົ້າໄປສະຖິດໄວ້ທີ່ສຸ ສານນັກຮົບເນີ່ມ ເມືອງເຮືອງເຊີນ ແຂວງຮາຕິ້ງ ສສ ຫວຽດນາມ, ຝ່າຍຫວຽດນາມມີ ສະຫາຍ ເຈີນ ແຖຈຸນ ຮອງເລຂາພັກແຂວງ ຫົວໜ້າຄະນະຜູ້ປະຕິບັດງານພິ ເສດແຂວງຮາຕິ້ງ ພ້ອມດ້ວຍພະ ນັກງານ-ນົກຮົບ, ທະຫານ, ຕໍາ ຫຼວດ, ນັກຮຽນຮູ້ປັນຍາຊົນ ແລະ ຍາດຕິພີ່ນ້ອງຄອບຄົວຂອງຜູ້ເສຍຊີວິດ ເຂົ້າຮ່ວມ. ໂອກາດນີ້, ຕາງໜ້າແຕ່ລະ ແຂວງ ສສ ຫວຽດນາມ ໄດ້ກ່າວ ສະດຸດດີຕ້ອນຮັບ ແລະ ສະແດງ ຄວາມໄວ້ອາໄລຮູ້ບຸນຄຸນຕໍ່ດວງ ວິນຍານຂອງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດໃນການ ມາປະຕິບັດໜ້າທີ່ພັນທະສາກົນ ຢູ່ລາວ ກັບຄືນບ້ານເກີດຂອງຕົນ ພ້ອມທັງສະແດງຄວາມຂອບໃຈ ມາຍັງຄະນະພັກ, ອໍານາດການ ປົກຄອງແຂວງຄໍາມ່ວນ ແລະ ບໍ ລິຄໍາໄຊ ທີ່ໄດ້ໃຫ້ການຮ່ວມມືດ້ວຍ ດີຕະຫຼອດມາ. ພ້ອມກັນນີ້, ຕາງ ໜ້າຝ່າຍລາວຂອງແຕ່ລະແຂວງ ກໍໄດ້ກ່າວໄວ້ອາໄລ ແລະ ສະແດງ ຄວາມຮູ້ບຸນຄຸນຕໍ່ດວງວິນຍານ ຂອງທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອພາລະກິດປະຕິວັດຂອງສອງ ຊາດ ລາວ-ຫວຽດນາມ ອ້າຍນ້ອງເຊິ່ງເປັນການຊ່ວຍເຫຼືອອັນລໍ້າຄ່າແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍການຮ່ວມມື ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງກອງ ທັບປະຊາຊົນລາວ ແລະ ກອງທັບ ປະຊາຊົນຫວຽດນາມໃນພາລະ ກິດປະຕິວັດ ແລະ ວີລະກໍາອັນ ລໍ້າເລີດຂອງພວກເຮົາຍັງຫອມ ຫວນ, ຮຸ່ງໃສ ແລະ ຈາລຶກໄວ້ ໃນດວງໃຈຂອງປະຊາຊົນລາວ ບັນດາເຜົ່າຕະຫຼອດໄປ. ຫຼັງຈາກ ນັ້ນ, ຄະນະທັງສອງຝ່າຍກໍໄດ້ ພ້ອມກັນວາງພວງມາລາ ແລະ ໄຕ້ທູບທຽນບູຊາເພື່ອລະນຶກເຖິງ ດວງວິນຍານຂອງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ