ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ຈັບສະຫຼາກການແຂ່ງຂັນບານເຕະຊາຍ ຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 17 ປີ
ເວລາອອກຂ່າວ: 2022-05-27 10:55:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



ໃນວັນທີ 24 ພຶດສະພາ 2022 ຢູ່ທີ່ສຳນັກງານໃຫຍ່ສະ ຫະພັນບານເຕະອາຊີ ໄດ້ມີພິທີ ຈັບສະຫຼາກການແຂ່ງຂັນບານ ເຕະຊາຍ ຊີງແຊັມອາຊີ ຮຸ່ນອາ ຍຸບໍ່ເກີນ 17 ປີ ຮອບຄັດເລືອກ ຫຼື AFC U17 Asian Cup Bahrain 2023 Qualifiers. ຜົນການຈັບສະຫຼາກທີມຊາດ ລາວ ຢູ່ຮ່ວມກຸ່ມ I ປະກອບມີ: ອີຣານ, ເຂດປົກຄອງພິເສດຮົງ ກົງ, ກຽກກິດສະຖານ (ເຈົ້າ ພາບ) ເຊິ່ງການແຂ່ງຂັນລາຍ ການດັ່ງກ່າວມີ 44 ທີມເຂົ້າ ຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມ ແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ ຈຳນວນ 5-6 ທີມ ຈະໄດ້ເຂົ້າ ຮອບສຸດທ້າຍທີ່ປະເທດບາເຣນ ໃນປີ 2023. ສຳລັບຮອບຄັດເລືອກແມ່ນ ຈະແຂ່ງຂັນໃນລະຫວ່າງວັນທີ 1-9 ຕຸລາ 2022. ສ່ວນຫົວໜ້າຄູເຝິກທີມຊາດ ລາວ ຢູ 17 ຈະບໍ່ແມ່ນ ທ່ານ ໄມ ເຄິລ ໄວ ເປັນຜູ້ຄຸມທີມເພາະເພິ່ນ ຮັບໜ້າທີ່ຄຸມທີມຮຸ່ນ ຢູ 23 ແລະ ຊຸດໃຫຍ່, ສ່ວນຄູເຝິກທີມ ຊາດລາວ ຢູ 17 ຈະເປັນຄົນ ຊາວສິງກະໂປ ທີ່ເຄິຍຄຸມທີມ ຊາດລາວໃນປີ 2021 ທີ່ຜ່ານ ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ