ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫວຽດນາມ ຢູ່ອັນດັບ 3 ດ້ານການລົງທຶນຢູ່ລາວ
ເວລາອອກຂ່າວ: 2022-06-17 09:43:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:



ໃນຫຼາຍປີຜ່ານມາ, ດ້ວຍ ຄວາມເອົາໃຈໃສ່ຂອງລັດຖະ ບານ ທັງສອງປະເທດ ລາວ ແລະ ຫວຽດນາມ ກໍຄື ກະຊວງອຸດສາ ຫະກຳ ແລະ ການຄ້າ ລາວ-ຫວຽດ ນາມ ເຮັດໃຫ້ການພົວພັນຮ່ວມ ມືດ້ານການຄ້າມີການເຕີບໂຕເປັນ ຢ່າງດີ ໂດຍສະເພາະ ໃນປີ 2021 ມູນຄ່າການຄ້າສອງຝ່າຍສາມາດ ບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາ ເພີ່ມຂຶ້ນ 33,32% ທຽບໃສ່ ປີ 2020 ເຊິ່ງເປັນມູນຄ່າການ ຄ້າສອງຝ່າຍສູງທີ່ສຸດໃນຮອບ 10 ປີ. ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ໃນໂອ ກາດການສະເຫຼີມສະຫຼອງປີສາ ມັກຄີມິດຕະພາບ ລາວ-ຫວຽດ ນາມ ປີ 2022, ສອງລັດຖະບານ ກໍຄື ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ວຽກ ງານການຄ້າ ແລະ ການລົງທຶນ ລະຫວ່າງສອງຝ່າຍ ເພື່ອໃຫ້ມີ ການເຕີບໃຫຍ່ຂະຫຍາຍຕົວໄປ ຕາມຄາດໝາຍທີ່ສອງພັກ-ສອງ ລັດຖະບານວາງອອກ ກໍຄືສາ ມາດບັນລຸເປົ້າໝາຍອັດຕາການຂະຫຍາຍຕົວຂອງມູນຄ່າການ ຄ້າຢ່າງໜ້ອຍ 10% ຕໍ່ປີ. ສະ ເພາະ ປີ 2021 ຜ່ານມາ ເຖິງ ວ່າທັງສອງປະເທດລາວ ແລະ ຫວຽດນາມ ພົບບັນຫາຫຍຸ້ງຍາກ ຫຼາຍດ້ານ ໂດຍສະເພາະການລະ ບາດຂອງພະຍາດ ໂຄວິດ-19, ແຕ່ຍ້ອນທັງສອງລັດຖະບານມີ ຄວາມສະດຸ້ງໄວ ແລະ ສາມາດ ແກ້ໄຂບັນຫາໄດ້ຢ່າງທັນການ ຈົນສາມາດແກ້ໄຂບັນຫາເສດ ຖະກິດ-ສັງຄົມ ແລະ ຮັກສາມູນຄ່າການຄ້າສອງຝ່າຍໃຫ້ເຕີບໂຕເປັນຢ່າງດີ. ດ້ວຍເຫດນັ້ນໃນປີ 2021 ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ຫລາຍກວ່າ 1,37 ຕື້ໂດລາສະຫະລັດ ເພີ່ມ ຂຶ້ນ 33,32% ທຽບໃສ່ ປີ 2020 ເຊິ່ງເປັນມູນຄ່າການຄ້າສອງຝ່າຍສູງທີ່ສຸດໃນຮອບ 10 ປີ ແລະ ຈັດຢູ່ອັນດັບທີ 3 ຂອງຕ່າງ ປະເທດທີ່ມາລົງທຶນຢູ່ລາວ. ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ອີກວ່າ: ສໍາລັບບັນດາກິດ ຈະກໍາທີ່ປິ່ນອ້ອມການສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືສອງວັນ ປະຫວັດສາດ: ວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ, ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ຮ່ວມກັນຈັດຕັ້ງປະຕິບັດໃນ ໄລຍະຜ່ານມາ ແລະ ກຳລັງຈັດ ຕັ້ງປະຕິບັດ ມີຄື: ໄດ້ສໍາເລັດການ ຈັດກອງປະຊຸມການຮ່ວມມືພັດ ທະນາການຄ້າຊາຍແດນ ລາວ- ຫວຽດນາມ ຄັ້ງທີ XII, ການພົບ ປະ 3 ກະຊວງອຸດສາຫະກຳ ແລະ ການຄ້າ, ພະລັງງານ ແລະ ບໍ່ ແຮ່ ສປປ ລາວ ແລະ ກະຊວງອຸດ ສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຢູ່ ສສ ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນລະຫວ່າງ ເດືອນ ກໍລະກົດ ຫຼື ເດືອນສິງ ຫາ 2022), ງານວາງສະແດງ ສິນຄ້າປະຈຳປີ ລາວ-ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນລະຫວ່າງ ວັນທີ 25 - 29 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ); ການ ຮ່ວມມືໃນການສ້າງຕຶກໃໝ່ຂອງ ກົມສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ; ຈັດສຳມະນາ, ປາຖະກະຖາ, ເຜີຍແຜ່ ແລະ ສ້າງ ກິດຈະກຳສົ່ງເສີມມູນເຊື້ອສາຍ ພົວພັນມິດຕະພາບ, ຄວາມສາ ມັກຄີແບບພິເສດ ແລະ ການຮ່ວມ ມືຮອບດ້ານ ລາວ-ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນເດືອນ ມິຖຸນາ 2022), ກິດຈະກຳສະ ແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນບັນດາເຜົ່າ ຂອງສອງປະເທດ ພ້ອມທັງສ້າງ ຂະບວນການແຂ່ງຂັນຍ້ອງຍໍຜູ້ ທີ່ມີຜົນງານດີເດັ່ນໃນການຊຸກຍູ້-ສົ່ງເສີມການຮ່ວມມື ລາວ-ຫວຽດ ນາມ ໃນຂະແໜງອຸດສາຫະກຳ ແລະ ການຄ້າ (ຄາດວ່າຈະຈັດຂຶ້ນ ໃນເດືອນມິຖຸນາ ຫຼື ເດືອນກໍລະກົດ 2022). ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ