ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງອົບຮົມ ວພກ ຈັດຕັ້ງສະຫຼຸບວຽກງານອົບຮົມປະຈຳປີ
ເວລາອອກຂ່າວ: 2022-06-20 10:03:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ຕອນແລງວັນທີ 14 ມິຖຸນາ 2022 ຫ້ອງອົບຮົມວິທະຍາ ຄານພະລາທິການກອງທັບ ໄດ້ ເປີດກອງປະຊຸມສະຫຼຸບວຽກ ງານອົບຮົມປະຈຳສົກຮຽນ 2021-2022 ແລະ ທິດທາງ ແຜນການໃນສົກຮຽນ 2022-2023 ຂຶ້ນທີ່ສະໂມສອນຂອງວິ ທະຍາຄານ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ປອ ບົວເຮືອງ ສົມ ຟອງບຸດຕາຂັນ ອຳນວຍການ ຫົວໜ້າການທະຫານວິທະຍາ ຄານພະລາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ 6 ຫ້ອງ 2 ກອງພັນ, ພະແນກການ, ພະ ນັກງານ ແລະ ຄູອາຈານເຂົ້າ ຮ່ວມ. ສະຫາຍ ພັນໂທ ປອ ຄຳພາ ຈອມທິບ ຮອງຫົວໜ້າຫ້ອງອົບ ຮົມໄດ້ຂຶ້ນຜ່ານບົດສະຫຼຸບວຽກ ງານອົບຮົມປະຈຳສົກຮຽນ 2021-2022 ແລະ ທິດທາງ ແຜນການຂອງສົກຮຽນ 2022-2023, ເຊິ່ງໄດ້ຍົກໃຫ້ເຫັນເຖິງ ຂໍ້ສະດວກຂໍ້ຫຍຸ້ງຍາກໃນການ ດຳເນີນວຽກງານດັ່ງກ່າວໃນໄລ ຍະຜ່ານມາແມ່ນໄດ້ຮັບຜົນກະ ທົບຈາກສະພາບແວດລ້ອມສາ ກົນຂອງພາກພື້ນ ແລະ ກໍຄືສະ ພາບພາຍໃນປະເທດທີ່ບໍ່ເອື້ອອຳ ນວຍຕໍ່ການດຳເນີນຊີວິດຂອງ ພະນັກງານຄູ-ອາຈານ, ນັກ ຮຽນ-ນັກສຶກສາໃນການຈັດຕັ້ງ ປະຕິບັດວຽກງານອົບຮົມ-ຫັດ ແອບ ໂດຍສະເພາະການແຜ່ລະ ບາດຂອງພະຍາດ (ໂຄວິດ-19) ເຮັດໃຫ້ວຽກງານດ້ານຕ່າງໆ ດຳເນີນບໍ່ເຕັມເມັດເຕັມໜ່ວຍ ເຖິງຢ່າງໄດ້ກໍຕາມໃນສົກຮຽນ 2021-2022 ທີ່ຜ່ານມາຫ້ອງ ອົບຮົມກໍໄດ້ຈັດຕັ້ງເຊື່ອມຊຶມບັນ ດາມະຕິ, ຂໍ້ກໍານົດ, ກົດລະບຽບ, ຄຳສັ່ງຕ່າງໆໃຫ້ແກ່ສະມາຊິກ ພັກ, ພະນັກງານ-ນັກຮົບຢ່າງ ເປັນປົກກະຕິ ເພື່ອໃຫ້ເຂົາເຈົ້າ ເຂົ້າໃຈຕໍ່ທິດທາງແຜນນະໂຍ ບາຍຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະກໍຄື ຕາມທິດຊີ້ນຳ ຂອງພັກ, ຄະນະອຳນວຍການ ໃນການຈັດຕັ້ງຄຸ້ມຄອງການ ຮຽນ-ການສອນ, ຫ້ອງອົບຮົມ ມີຈຳນວນທັງໝົດ 222 ສະຫາຍ ຍິງເທົ່າ 60 ສະຫາຍ, ມີ 13 ຄະນະວິຊາຄູ ແລະ 5 ພະແນກ ການ, ໃນສົກຮຽນ 2021-2022 ຈໍານວນນັກຮຽນ-ນັກສຶກສາ 501 ສະຫາຍ, ສອບເສັງ, ປ້ອງ ກັນບົດ, ຮັບໃບປະກາຊະນິຍະ ບັດ ສຳເລັດແລ້ວ 281 ສະຫາຍ ສາມາດສອບເສັງ ແລະ ປ້ອງ ກັນບົດໄດ້ຄະແນນດີເລີດຈໍານວນ 88 ສະຫາຍເທົ່າ 31,31%, ຄະແນນດີຫຼາຍ 181 ແລະ ຄະ ແນນດີພໍໃຊ້ 2 ສະຫາຍເທົ່າ 5,70%, ນອກນີ້ສະຫາຍຍັງໄດ້ ຍົກໃຫ້ເຫັນຜົນງານການເຄື່ອນ ໄຫວວຽກງານການຮຽນ-ການ ສອນໃນສົກຮຽນທີ່ຜ່ານມາ, ຄູ- ອາຈານແຕ່ລະສະຫາຍໄດ້ພ້ອມ ກັນສູ້ຊົນຜ່ານຜ່າຄວາມຫຍຸ້ງ ຍາກສັບສົນ ໂດຍໄດ້ສຸມທຸກກຳ ລັງແຮງ, ສະຕິປັນຍາເຂົ້າໃນ ການຄົ້ນຄວ້າເອກະສານແຕ່ງບົດ ສອນ, ຊອກຮູ້ຮໍ່າຮຽນແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອ ສົ່ງຕໍ່ຄວາມຮູ້ໃຫ້ນັກຮຽນນັກສຶກ ສາຢ່າງມີຄຸນນະພາບ, ເອົາໃຈໃສ່ ປະຕິບັດໂມງຂຶ້ນຫ້ອງສິດສອນ ຕາມແຜນການ, ເນື້ອໃນໂຄງ ການຫຼັກສູດ, ຖືກຕ້ອງຕາມຕາ ຕະລາງທີ່ໄດ້ວາງອອກ. ພ້ອມກັນ ນັ້ນກໍໄດ້ແປ ແລະ ຮຽບຮຽງ ເອກະສານທີ່ເປັນພາສາຕ່າງປະ ເທດ ເພື່ອໝູນໃຊ້ເຂົ້າໃນບົດ ສອນໃຫ້ສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການ, ສາມາດດັດ ແປງບົດສອນໄດ້ທັງໝົດ 170 ບົດ, ແຕ່ງບົດສອນໃໝ່ໄດ້ 408 ບົດ, ແປເອກະສານໄດ້ 70 ບົດ, ຂຶ້ນຫ້ອງສິດສອນ, ສອບເສັງ ແລະ ເຄື່ອນໄຫວຮັບປະກັນໃຫ້ແກ່ ການຮຽນ-ການສອນ 26.929 ຊົ່ວໂມງ, ໃນນີ້ຂຶ້ນຫ້ອງຢູ່ພາກ ສະໜາມ 196 ຊົ່ວໂມງ, ສອບ ເສັງລະດັບຊາດ, ບົດໂຄງການ ຈົບຊັ້ນ, ປ້ອງກັນບົດລາຍງານວິ ຊາການ 2 ຊຸດ ຈຳນວນ 8 ວັນ ເທົ່າ 64 ຊົ່ວໂມງ ແລະ ອື່ນໆ. ໂອກາດດັ່ງກ່າວທີ່ປະຊຸມກໍ ໄດ້ພ້ອມກັນປະກອບຄໍາຄິດຄໍາ ເຫັນໃສ່ເນື້ອໃນບົດສະຫຼຸບ ເພື່ອ ໃຫ້ມີເນື້ອໃນສົມບູນ ແລະ ຄົບ ຖ້ວນ ຫຼັງຈາກນັ້ນພ້ອມກັນຮັບ ຮອງເອົາທິດທາງແຜນການໃນ ຕໍ່ໜ້າ ເພື່ອພ້ອມກັນນຳໄປຈັດ ຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ດີຂຶ້ນກວ່າເກົ່າ. ຕອນທ້າຍປະທານກໍໄດ້ຮັບຟັງ ການໂອ້ລົມຂອງທ່ານປະທານ ກອງປະຊຸມໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ໝາກຜົນສຳເລັດ ໃນສົກຮຽນທີ່ຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງ ສືບຕໍ່ປະຕິບັດໜ້າທີ່ການເມືອງ ຂອງຕົນ ບົນພື້ນຖານຄວາມຮັບ ຜິດຊອບຍົກສູງສະຕິຕື່ນຕົວເປັນ ເຈົ້າການໃນທຸກຂົງເຂດໜ້າທີ່ ວຽກງານ, ປັບປຸງແບບແຜນວິທີ ເຮັດວຽກໃຫ້ຖືກຕ້ອງສອດຄ່ອງ ກັບສະພາບແວດລ້ອມຕົວຈິງ ຂອງກົມກອງ, ຮັກສາແໜ້ນ ຄວາມສາມັກຄີເຮັດວຽກເປັນໝູ່ ຄະນະຕາມຫຼັກການລວມສູນປະ ຊາທິໄປໄຕ, ຕັ້ງໜ້າປະກອບສ່ວນ ຕາມຄວາມຮູ້ຄວາມສາມາດ, ພ້ອມທັງຊອກຮູ້ຮໍ່າຮຽນຕໍ່ຍອດ ຄວາມຮູ້ເພື່ອພັດທະນາຕົນເອງ ແລະ ກົມກອງໃຫ້ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເປັນກ້າວໆ. ໂດຍ: ແກ້ວອຸດອນ ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ