ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຄຳມ່ວນ ເຊື່ອມຊຶມມະຕິກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກແຂວງຄຳມ່ວນຄັ້ງທີ 6 ສະໄໝທີ X
ເວລາອອກຂ່າວ: 2022-06-20 10:04:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ວັນທີ 15 ມິຖຸນາ 2022 ນີ້, ກອງບັນຊາການທະຫານແຂວງ ຄຳມ່ວນ ໄດ້ຈັດຕັ້ງເຊື່ອມຊຶມ ຜັນຂະຫຍາຍມະຕິກອງປະຊຸມ ເປີດກວ້າງຄົບຄະນະບໍລິຫານ ງານພັກແຂວງຄຳມ່ວນ ຄັ້ງທີ 6 ສະໄໝທີ X, ເຊິ່ງໄດ້ຈັດຂຶ້ນ ທີ່ສະໂມສອນກອງບັນຊາການ ທະຫານແຂວງ, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສົມແຄນ ອັບປະສອນຄະນະປະຈຳພັກແຂວງ, ເລຂາ ຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄຳມ່ວນ, ມີຄະນະພັກ-ຄະນະບັນ ຊາອົງການ 5 ຫ້ອງ ບັນດາພະ ແນກການ, ກອງພັນ, ກອງຮ້ອຍ ເອກະລາດ, ໂຮງຮຽນ, ໂຮງໝໍ ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ກຳມະການພັກ ແຂວງ, ຄະນະປະຈຳພັກ ກອງ ບັນຊາການ, ຫົວໜ້າຫ້ອງການ ເມືອງກອງບັນຊາການທະຫານ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານຄຳ ສັ່ງແນະນຳ ວ່າດ້ວຍການຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄຳມ່ວນ ຄັ້ງທີ່ 6 ສະໄໝທີ່ X, ການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃນ ຄັ້ງນີ້ ກໍເພື່ອຄວາມເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ຄະນະ ພັກແຕ່ລະຂັ້ນໃນທົ່ວແຂວງ ໄດ້ ນຳໄປຈັດຕັ້ງຜັນຂະຫຍາຍ, ຮັບ ປະກັນໃຫ້ເນື້ອໃນມະຕິກອງປະ ຊຸມໄດ້ຮັບການຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ ຢ່າງມີ ປະສິດທິຜົນສູງ ແລະ ເຮັດໃຫ້ຄະ ນະພັກແຕ່ລະຂັ້ນກຳແໜ້ນ ແລະ ນຳເອົາເນື້ອໃນສຳຄັນທີ່ໄດ້ກຳ ນົດໄວ້ໃນມະຕິກອງປະຊຸມເປີດ ກວ້າງຄັ້ງນີ້ ໄປຈັດຕັ້ງຜັນຂະ ຫຍາຍຫັນເປັນແຜນງານ, ໂຄງ ການລະອຽດ, ແທດເໝາະ, ຖືກ ຕ້ອງສອດຄ່ອງກັບທ່າແຮງ, ຄວາມສາມາດຕົວຈິງຂອງຂະ ແໜງການ ແລະ ທ້ອງຖິ່ນຂອງ ຕົນ ເພື່ອນຳພາຈັດຕັ້ງປະຕິບັດຄາດ ໝາຍສູ້ຊົນທີ່ໄດ້ກຳນົດໄວ້ໃຫ້ ບັນລຸຜົນເປັນຈິງ, ແນໃສ່ການ ຫັນປ່ຽນທີ່ແຂງແຮງເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດ ວຽກງານໃນແຕ່ລະຂັ້ນ ຂັ້ນ ແຂວງ, ຂັ້ນເມືອງ ກໍຄືທົ່ວສັງຄົມ ພາຍໃນແຂວງເປັນຕົ້ນສ້າງການ ຫັນປ່ຽນທາງດ້ານຄວາມຮູ້, ທັດ ສະນະ, ແນວຄິດ ແລະ ການກະ ທຳ ເພື່ອສົ່ງເສີມດ້ານດີ, ແກ້ໄຂ ຂໍ້ບົກພ່ອງ, ຂໍ້ຄົງຄ້າງ, ສິ່ງທ້າ ທາຍຕ່າງໆ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ. ກອງປະຊຸມໃນຄັ້ງນີ້, ຄະນະ ພັກກອງບັນຊາການ ຍັງໄດ້ຜັດປ່ຽນກັນຂຶ້ນຜ່ານຮ່າງຂໍ້ຕົກລົງຂອງກອງບັນຊາການທະຫານ ແຂວງຄຳມ່ວນ ວ່າດ້ວຍການກຳ ນົດຈ່າຍເງິນຮ່ວງປິ່ນປົວສຸຂະ ພາບ ໃນເວລານອນຢູ່ໂຮງໝໍ, ນຳ ສົ່ງຄົນເຈັບໄປປິ່ນປົວຢູ່ໂຮງໝໍ 103 ແລະ ກໍລະນີມີຜູ້ເສຍຊີວິດ, ຮ່າງຂໍ້ຕົກລົງວ່າດ້ວຍການສ້າງ ບົດບັນທຶກຕໍ່ບຸກຄົນນາຍ ແລະ ພົນທະຫານ ເພື່ອຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ ໃນກຳລັງປະກອບອາວຸດທົ່ວທະ ຫານແຂວງຄຳມ່ວນ, ຮ່າງຂໍ້ ຕົກລົງ ວ່າດ້ວຍການປະຕິບັດວິ ໄນຕໍ່ນາຍ ແລະ ພົນທະຫານທີ່ພົວ ພັນຢາເສບຕິດ, ໂອກາດນີ້ ບັນດາ ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນໃສ່ຮ່າງຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງ ຄຳມ່ວນ ເພື່ອໃຫ້ມີເນື້ອໃນຄົບ ຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ ໂດຍ: ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ