ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງສະຫວັນນະເຂດ ສະຫຼຸບຜົນງານຮອບດ້ານໃນ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2022-06-20 10:05:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 125 | ຄວາມນິຍົມ:



ວັນທີ 16 ມີຖຸນາ 2022 ນີ້ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ເປີດກອງປະ ຊຸມສະຫຼຸບວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດ ທາງແຜນການ 6 ເດືອນ ທ້າຍປີ 2022 ຂຶ້ນທີ່ສະໂມສອນ ກອງ ບັນຊາການທະຫານແຂວງ ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະປະຈຳພັກ ແຂວງ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງ, ມີ ພັນເອກ ຄຳເພັດ ສຸລິຍະວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະ ຫານແຂວງ, ກອງບັນຊາການທະ ຫານເມືອງ 14 ຕົວ ເມືອງກັບ1 ນະຄອນ, ຫ້ອງການ ປກຊ-ປກສ ແຂວງ, ກອງພັນ, ໂຮງ ຮຽນ, ໂຮງໝໍ, ກອງຮ້ອຍເອກະ ລາດທີ່ຂຶ້ນກັບກອງບັນຊາການ ທະຫານແຂວງເຂົ້າຮ່ວມ. ສະຫາຍ ພັນໂທ ສົມພັນ ທໍາ ມະວົງ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກ ງານຮອບດ້ານປະຈຳ 6 ເດືອນ ຕົ້ນປີ ແລະ ວາງທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022 , ເຊິ່ງເຫັນໄດ້ຜົນງານຫຼາຍດ້ານ ທີ່ເຮັດໄດ້ເປັນຕົ້ນ ຄະນະພັກຄະ ນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ ຊີ້ນຳ-ນຳພາສຶກສາອົບຮົມວຽກ ງານການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບແຕ່ລະສະ ຫາຍດ້ວຍຫຼາຍຮູບແບບ, ຫຼາຍວິ ທີການ, ໄດ້ຈັດຕັ້ງເຊື່ອມຊືມເອກະ ສານຂອງພັກຂອງຊາດ-ຂອງ ກອງທັບ ເພື່ອໃຫ້ພະນັກງານມີ ແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າ ທີ່ວິຊາສະເພາະທີ່ຕົນຮັບຜິດຊອບ ດ້ວຍຄວາມຮັບຜິດຊອບສູງ ໂດຍ ປິ່ນອອ້ມ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ, ມາຈັດຕັ້ງ ຜັນຂະຫຍາຍໃຫ້ສອດຫ້ອຍເຂົ້າ ໃນທຸກໜ້າທີ່ວຽກງານໃຫ້ໄດ້ຮັບ ໝາກຜົນສູງ ໃນນັ້ນໄດ້ຫັນເອົາ ພະນັກງານລົງກໍ່ສ້າງຮາກຖານ ການເມືອງຕາມ 4 ເນື້ອໃນ 4 ຄາດໝາຍສ້າງທ່າສະໜາມປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ 3 ຂັ້ນ ຕິດພັນກັບການ ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ໄລຍະ ຜ່ານມາສາມາດສ້າງຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ໄດ້ 10 ເມືອງ, 98 ບ້ານ, 28. 817 ຄອບຄົວ, ໄດ້ສົມທົບກັບ ກຳລັງ ປກສ ແກ້ໄຂການຄ້າຂາຍ ເຖື່ອນ, ຢາເສບຕິດຕາມຊາຍແດນ ໄດ້ 7 ກໍລະນີ ກັກຕົວໄດ້ 12 ຄົນ, ໄດ້ຂອງກາງຢາບ້າ 1,314,000 ເມັດ, ຢາໄອ 1 ກິໂລກຣາມ, ເຮືອ ຈັກ 2 ລຳ, ປຶນແກັບ 1 ກະບອກ, ໂທລະສັບ 1 ເຄື່ອງ, ໄດ້ມອບຂອງ ກາງຢາເສບຕິດໃຫ້ ປກສ ແຂວງ 3 ຄັ້ງ. ນອກນັ້ນຄະນະພັກ-ຄະນະບັນຊາແຕ່ລະຂັ້ນຍັງໄດ້ສຸມ ໃສ່ວຽກງານແກ້ໄຂຊີວິດການ ເປັນຢູ່ ແລະ ຜະລິດເປັນສິນຄ້າ ໃນ 6 ເດືອນຕົ້ນປີຜ່ານມາສາມາດ ສ້າງລາຍຮັບໄດ້ 828,933,000 ກີບ. ໃນກອງປະຊຸມຍັງໄດ້ປະ ກອບຄໍາຄິດຄໍາເຫັນໃສ່ບົດສະ ຫຼຸບ ທັງສອງພາກຢ່າງກົງໄປກົງ ມາ ເພື່ອໃຫ້ມີເນື້ອໃນໜັກແໜ້ນ ແລະ ພ້ອມກັນສຸມໃສ່ປະຕິບັດໃນ 6 ເດືອນຕໍ່ໜ້າຂອງແຕ່ລະວຽກ ໃຫ້ໄດ້ດີຂຶ້ນກວ່າເກົ່າ . ຈາກນັ້ນ, ສະຫາຍ ພົນຈັດຕະ ວາ ສີ ທະວີໄຊ ແລະ ສະຫາຍ ພັນ ເອກ ຄຳ ເພັດ ສຸລິຍະວົງ ກໍໄດ້ຜັດ ປ່ຽນກັນໂອ້ລົມ ກ່ອນອື່ນສະຫາຍ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນຍາດມາໄດ້ໃນ 6 ເດືອນ ຜ່ານມາ ພ້ອມທັງເນັ້ນໜັກ ໃຫ້ເອົາໃຈໃສ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ດີຂຶ້ນກວ່າເກົ່າ, ຕິດພັນກັບ ການປັບປຸງກໍ່ສ້າງກຳລັງ, ຫັນ ເອົາພະນັກງານລົງກໍ່ສ້າງຮາກ ຖານໃຫ້ເລິກເຊິ່ງເຖິງຖ່ອງ, ເພີ່ມ ທະວີແບບແຜນວິທີເຮັດວຽກໃຫ້ ຖືກຕ້ອງກັບແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ, ຂໍ້ກຳນົດກົດລະບຽບຂອງ ກອງທັບ. ເພື່ອແນໃສ່ເຮັດໃຫ້ການ ຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ໃນ 6 ເດືອນທ້າຍປີ 2022 ໃຫ້ ບັນລຸຕາມແຜນການທີ່ກຳນົດ ໄວ້. ພາບ - ຂ່າວ: ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ