ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນ
ເວລາອອກຂ່າວ: 2019-01-31 19:20:39 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ວັນທີ 22 ມັງກອນ 2019 ໜ່ວຍພັກຫ້ອງການເມືອງ ກົມ ໃຫຍ່ພະລາທິການກອງທັບ ໄດ້ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນ ໂດຍພາຍໃຕ້ການເປັນ ປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການ ຄະນະປະຈຳພັກກະຊວງ, ຫົວ ໜ້າກົມໃຫຍ່ພະລາທິການກອງ ທັບ, ມີເລຂາ-ຮອງເລຂາໜ່ວຍ ພັກ ພ້ອມດ້ວຍສະມາຊິກພັກສົມ ບູນເຂົ້າຮ່ວມ. ພັນເອກ ສົມວັນ ທຳມາໄຊ ເລຂາໜ່ວຍພັກ, ຫົວໜ້າຫ້ອງ ການເມືອງ ກົມໃຫຍ່ພະລາທິການ ກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບ ລາຍງານການເມືອງທັງສອງ ພາກໃນການຈັດຕັ້ງປະຕິບັດໜ້າ ທີ່ວຽກງານໄລຍະຊຸມປີຜ່ານມາ ເຊິ່ງຄະນະໜ່ວຍພັກໄດ້ຖືສຳຄັນ ວຽກງານສຶກສາອົບຮົມການ ເມືອງ, ນຳພາແນວຄິດເປັນເສນາ ທິການໃຫ້ຄະນະພັກກົມໃຫຍ່ ທາງດ້ານວຽກງານການເມືອງ ແນວຄິດຕາມ 5 ຫຼັກການ 3 ທິດນຳຂອງພັກ, ປັບປຸງກໍ່ສ້າງ ໜ່ວຍພັກໃຫ້ມີຄວາມເຂັ້ມແຂງ- ໜັກແໜ້ນ ໂດຍສຸມໃສ່ສຶກສາອົບ ຮົມໃຫ້ພະນັກງານສະມາຊິກພັກ ມີສະຕິຕື່ນຕົວຕໍ່ລະບຽບວິໄນ ຂອງພັກຢ່າງເຂັ້ມງວດ. ໄດ້ຮັບ ການຮັບຮອງເປັນໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ເປັນສະ ໄໝທີ 9 ຕິດຕໍ່ກັນ, ເປັນເຈົ້າການ ປຸກລະດົມຂົນຂວາຍປະຕິບັດທິດ ນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ດ້ວຍການເພີ່ມພູນຜະລິດ ຜົນປູກຝັງ-ລ້ຽງສັດ. ໃນໄລຍະ ຜ່ານມາ ສາມາດສ້າງລາຍຮັບ ເຂົ້າກົມກອງເປັນຈຳນວນ 40 ລ້ານກວ່າກີບ. ກອງປະຊຸມກໍໄດ້ ຈັດຕັ້ງປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ໄດ້ຕາມ ຄາດໝາຍ , ກອງປະຊຸມຄັ້ງປະຖົມ ມະລຶກໄດ້ເປັນເອກະສັນເລືອກ ເອົາພັນເອກ ສົມວັນ ທຳມາໄຊ ເປັນເລຂາໜ່ວຍພັກ, ພັນໂທ ໄພວັນ ໄຊພູບານ ເປັນຮອງເລຂາ ໜ່ວຍພັກ, ພັນໂທ ບຸນສາຍ ພາ ວະດີ, ພັນໂທນາງ ນຸ່ນແກ້ວ ຄຳມຸງຄຸນ, ພັນໂທ ສີພັນ ໄຊຍະ ສອນ ເປັນກຳມະ ການໜ່ວຍພັກ. ໂອກາດນີ້, ສະຫາຍ ພົນຕີ ວົງ ຄຳ ພົມມະກອນ ຍັງໄດ້ຮຽກຮ້ອງ ໃຫ້ຄະນະພັກຊຸດໃໝ່ຈົ່ງເອົາໃຈ ໃສ່ຍົກສູງພາລະບົດບາດຄວາມ ຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຕົນໃຫ້ສູງຂຶ້ນຖືເອົາວຽກ ງານການເມືອງນຳພາແນວຄິດ ເປັນວຽກແຖວໜ້າ, ກຳແໜ້ນ ແນວທາງນະໂຍບາຍຂອງພັກ ເຮັດໃຫ້ພະນັກງານ-ນັກຮົບມີ ຄວາມຈົງຮັກພັກດີຕໍ່ພັກ, ມີຄຸນສົມ ບັດສິນທຳປະຕິວັດ, ມີຄວາມສາ ມັກຄີເປັນເອກະພາບກັນພາຍໃນ ພັກ ພ້ອມກັນເຮັດສຳເລັດໜ້າທີ່ ການເມືອງຂອງຕົນດ້ວຍຄວາມ ຮັບຜິດຊອບສູງ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ