ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ການພັດທະນາ ພື້ນຖານເສດຖະກິດ ແຂວງບໍ່ແກ້ວ
ເວລາອອກຂ່າວ: 2022-06-21 10:17:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໃນວັນທີ 14 ມິຖຸນານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະ ນະ ໄດ້ລົງຢ້ຽມຢາມຊຸກຍູ້ ແລະ ກວດກາພື້ນຖານເສດຖະກິດ ຂອງແຂວງບໍ່ແກ້ວ ເຊິ່ງຮ່ວມ ເຄື່ອນໄຫວ ມີທ່ານ ບົວຄົງ ນາມ ມະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ພ້ອມຄະນະ. ກ່ອນອື່ນ, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ໄປດ່ານສາກົນ ຂົວມິດຕະພາບ 4 ຫ້ວຍຊາຍ-ຊຽງ ຂອງ ເພື່ອຕິດຕາມຊຸກຍູ້ການປະ ຕິບັດໜ້າທີ່ວຽກງານ ຂອງພະນັກ ງານປະຈຳຢູ່ດ່ານດັ່ງກ່າວ ໂດຍ ໄດ້ຮັບຟັງການລາຍຫຍໍ້ຈາກ ສະຫາຍ ພັນໂທ ນໍຄຳ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາ ກົນຂົວມິດຕະພາບ 4 ເຊິ່ງພາຍ ຫຼັງເປີດດ່ານໃນກາງເດືອນພຶດ ສະພາ 2022 ເປັນຕົ້ນມາ ເຫັນ ວ່າ ມີຄົນເຂົ້າ-ອອກ ດ່ານສະ ເລ່ຍ 130 ຄົນຕໍ່ມື້, ຕ່າງປະເທດ 80 ຄົນຕໍ່ມື້, ພາຫະນະ ເຂົ້າ-ອອກ 100 ກວ່າຄັນຕໍ່ມື້, ການເຂົ້າ-ອອກ ດ່ານ ແມ່ນປະຕິບັດຕາມລະ ບົບສາກົນ ໂດຍມີການກັ່ນກອງ, ກວດອຸນຫະພູມຮ່າງກາຍ ແລະ ອື່ນໆ ເພື່ອປ້ອງກັນການຕິດແລະ ແຜ່ເຊື້ອຂອງພະຍາດ ໂຄວິດ-19. ຈາກນັ້ນ, ທ່ານຮອງນາຍົກລັດ ຖະມົນຕີ ແລະ ຄະນະໄດ້ສືບຕໍ່ເດີນ ທາງໄປຟາມລ້ຽງງົວຂອງບໍລິ ສັດ ດວງຈະເລີນອຸດສາຫະກຳ -ກະສິກຳອິນຊີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ເຊິ່ງຟາມດັ່ງກ່າວ ມີງົວແມ່ພັນຊີ້ນວາກິວແອງກັດ ຈາກແຂວງຊຽງຂວາງຈຳນວນ 151 ໂຕ, ມີເນື້ອທີ່ສຳປະທານ 150 ເຮັກຕາ. ໃນນັ້ນ, ໄດ້ປູກ ຫຍ້າ 73ເຮັກຕາ, ມີຫຍ້າເນ ເປຍ 55 ເຮັກຕາ, ຫຍ້າຣູຊີ17 ເຮັກຕາ ແລະ ຫຍ້າຫວານ 0,5 ເຮັກຕາ. ສໍາລັບການລ້ຽງ ແລະ ບົວລະບັດຮັກສາງົວ ແມ່ນປະ ຕິບັດຕາມເຕັກນິກວິຊາການ ໂດຍ ສະເພາະ ການສັກຢາບຳລຸງແມ່ ພັນທ້ອງວ່າງ, ສັກຢາຂ້າແມ່ກາ ຝາກ ແລະ ວັກຊີນ ປ້ອງກັນພະຍາດ ເຕົ້າໂຮມເລືອດປາກເປື່ອຍລົງ ເລັບ. ນອກຈາກນັ້ນ, ຍັງໄດ້ໄປ ຢ້ຽມຢາມໂຄງການກໍ່ສ້າງສວນ ສາທາລະນະໜອງຖານ ໂດຍ ພັດທະນາເປັນເຂດຕ່າງໆ ເປັນ ຕົ້ນເຂດພັກຜ່ອນ, ເຂດກິດຈະ ກໍາກີລາ, ເຂດກິດຈະກຳສົ່ງເສີມ ການປູກ-ການລ້ຽງ. ໃນຕອນທ້າຍ ໄດ້ໄປຢ້ຽມ ຢາມສະຖານທີ່ລ້ຽງກຸ້ງ-ລ້ຽງປາ ທັນສະໄໝຂອງບໍລິສັດບໍ່ແກ້ວ ນາຍຸງ ຈຳກັດຜູ້ດຽວ ແລະ ສູນການ ຄ້າສາກົນ ຕື່ມອີກ. ຂໍ້ມູນ: ກົມປະຊາສຳພັນ, ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ