ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ II ບັນດາກົມກອງເຂດ I
ເວລາອອກຂ່າວ: 2022-06-22 08:57:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 251 | ຄວາມນິຍົມ:



ວັນທີ 17 ກໍລະກົດ 2022, ຢູ່ທີ່ສະໂມສອນຂອງກອງບັນ ຊາການທະຫານແຂວງຫຼວງ ນໍ້າທາ ໄດ້ຈັດກອງປະຊຸມສ່ອງ ແສງວຽກງານຮອບດ້ານ ປະຈໍາ ໄຕມາດ II ແລະ ວາງທິດທາງ ແຜນການໄຕມາດ III ປີ 2022 ຂອງບັນດາກົມກອງເຂດ I ທີ່ ກອງບັນຊາການທະຫານແຂວງ ຫຼວງນໍ້າທາເປັນເຈົ້າພາບ, ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີ ສະ ຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາຂົງເຂດວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ, ມີ ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານແຂວງຫຼວງນໍ້າ ທາ, ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ກອງພົນທີ 3 ແລະ ພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ ຜັດປ່ຽນກັນຂຶ້ນລາຍງານສະ ພາບວຽກງານຮອບດ້ານທີ່ພົ້ນ ເດັ່ນໄລຍະ 3 ເດືອນຜ່ານມາ ແລະ ຜ່ານທິດທາງແຜນການ ປະຈຳ ໄຕມາດ III ປີ 2022. ເຊິ່ງໃນໄລ ຍະຜ່ານມາຄະນະພັກ-ຄະນະບັນ ຊາ ແຕ່ລະກົມກອງເຂດ I ໄດ້ເອົາ ໃຈໃສ່ເຮັດວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນ ປົກກະຕິ,ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານ ການເມືອງ, ເອົາໃຈໃສ່ແກ້ໄຂຊີ ວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ຕິດພັນກັບການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າ ທີ່ວຽກງານຂອງບັນດາກົມກອງ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງຕົນ ຕາມທິດຊີ້ນໍາຂອງ ກະຊວງປ້ອງກັນປະເທດ. ອັນ ພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ ທໍ້ຕ່າງໆພາຍໃນກົມກອງເປັນ ຕົ້ນແມ່ນບັນຫາສິ່ງເສບຕິດ, ສາສະໜາ, ການລ່າສັດທີ່ຜິດ ກົດໝາຍ ແລະ ເຂົ້າອອກເມືອງ ຕາມລໍາພັງໂດຍສະເພາະແມ່ນ ຢູ່ລຽບຕາມຊາຍແດນລາວ-ຫວຽດນາມ, ລາວ-ຈີນ ແລະ ລາວ-ໄທ. ນອກນີ້ຂົງເຂດວຽກ ງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກລ້ວນແລ້ວ ແຕ່ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ປະສົບຜົນສໍາເລັດເປັນ ຢ່າງດີ. ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທໍາ ແລະ ທ່ານ ຈັນ ທອງ ແກ້ວປະເສີດ ກໍໄດ້ຜັດປ່ຽນ ກັນສະແດງຄວາມຄິດເຫັນ ເຊິ່ງ ທັງສອງ ສະຫາຍ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍແຕ່ ລະກົມກອງທີ່ໄດ້ພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບ ໝາຍຂອງຂັ້ນເທິງ ສາມາດ ເຮັດ ໃຫ້ທ້ອງຖິ່ນຂອງຕົນຮັບຜິດ ຊອບມີຄວາມສະຫງົບໂດຍພື້ນ ຖານ, ແລະ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງຈົ່ງເຊີດຊູຄວາມຮັບ ຜິດຊອບຕໍ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດ ການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນທ້ອງ ຖິ່ນ ແລະ ກວດກາຄົນເຂົ້າອອກ ຢູ່ລຽບຕາມຊາຍແດນຢ່າງເຂັ້ມ ງວດ, ສືບຕໍ່ພົວພັນຮວ່ມມື, ລາຍ ງານຂໍ້ມູນຂ່າວສານ ລະຫວ່າງ ແຂວງຕໍ່ແຂວງ ແລະ ປະເທດ ເພື່ອນບ້ານທີ່ມີຊາຍແດນຕິດ ຈອດກັນເປັນປົກກະຕິ ແລະ ທັນ ກັບສະພາບການທີ່ອາດຈະເກີດ ຂຶ້ນ. ໂດຍ: ແສງທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ