ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄະນະປະຕິບັດງານພິເສດ ລາວ-ຫວຽດນາມ
ເວລາອອກຂ່າວ: 2022-06-23 09:03:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ກອງປະຊຸມຄະນະປະຕິບັດ ງານພິເສດລັດຖະບານແຫ່ງ ສປປ ລາວ ແລະ ຄະນະປະຕິບັດ ງານພິເສດລັດຖະບານແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນ ເຊົ້າວັນທີ22 ມິຖຸນາ 2022 ນີ້ ທີ່ ນະຄອນໂຮ່ຈີມິນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄະນະ ຜູ້ແທນຝ່າຍລາວນຳໂດຍ ສະ ຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ຫົວໜ້າຄະນະປະຕິບັດ ງານພິເສດລັດຖະບານ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ຝ່າຍຫວຽດນາມ ນຳໂດຍ ສະ ຫາຍ ພົນໂທ ວໍ້ ມິງເລຶ່ອງ ກຳມະ ການສູນກາງພັກ, ກຳມະການ ຄະນະປະຈຳຄະນະພັກການທະ ຫານສູນກາງ, ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ຫົວ ໜ້າຄະນະປະຕິບັດງານພິເສດ ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ກອງປະຊຸມຄັ້ງນີ້, ຄະນະ ຜູ້ແທນທັງສອງຝ່າຍໄດ້ຕີລາຄາ ສູງຕໍ່ຜົນສຳເລັດ ໃນການຮ່ວມ ມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງການຮ່ວມມືໃນການຊອກ ຫາຂຸດຄົ້ນ ແລະ ເຄື່ອນຍ້າຍບັນ ດາອັດທິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ ເສຍສະຫຼະຊີວິດໃນປາງ ສົງຄາມ ຢູ່ລາວ ປະຈຳປີ 2022 ແລະ ທິດ ທາງແຜນການຮ່ວມມື ປະຈຳ ລະດູແລ້ງ 2022-2023 ໂດຍ ສົກລະດູແລ້ງ ປີ2021 ປະ ຕິບັດຕາມເນື້ອໃນກອງປະຊຸມ ຄັ້ງທີ 26 ລະຫວ່າງສອງຄະນະ ປະຕິບັດງານພິເສດລັດຖະບານ ລາວ ແລະ ຫວຽດນາມ, ທັງ ສອງຝ່າຍໄດ້ພ້ອມກັນຈັດຕັ້ງປະ ຕິບັດໜ້າທີ່ອັນສູງສົ່ງ ແລະ ສັກ ກາລະບູຊາທີ່ພັກ-ລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດ ນາມ ມອບໝາຍໃຫ້ໃນການ ຊອກຫາ, ຂຸດຄົ້ນເຄື່ອນຍ້າຍອັດ ຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ໄດ້ເສຍ ສະຫຼະຊີວິດຢູ່ລາວ, ເຊິ່ງທັງສອງ ຝ່າຍໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຊີ້ນຳບັນດາ ອໍານາດການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ, ພໍ່ແມ່ປະຊາຊົນຢູ່ແຕ່ ລະແຂວງຂອງລາວ, ຕອບສະ ໜອງທາງດ້ານພາຫານະເຕັກ ນິກຂໍ້ມູນທີ່ຈຳເປັນໃຫ້ແກ່ໜ່ວຍ ງານຂຸດຄົ້ນ, ມາຮອດປັດຈຸບັນຈໍາ ນວນອັດທິທີ່ຍັງຕົກຄ້າງຢູ່ລາວ ແມ່ນຍັງເຫຼືອໜ້ອຍ ເຖິງແມ່ນ ວ່າຈຳນວນດັ່ງກ່າວຈະຂາດຂໍ້ ມູນທີ່ຊັດເຈນ, ຢູ່ເຂດທຸລະກັນ ດານ, ຫ່າງໄກຊອກຫຼີກແຕ່ທັງ ສອງຝ່າຍກໍສາມາດເຕົ້າໂຮມໄດ້ ອັນພື້ນຖານທັງໄດ້ຈັດຕັ້ງພິທີ ມອບ-ຮັບຢູ່ແຕ່ລະບ່ອນຢ່າງສົມ ກຽດ ແລະ ຖືກຕ້ອງສອດຄ່ອງ ກັບຮີດຄອງປະເພນີຂອງປະ ຊາຊົນສອງຊາດ. ພ້ອມດຽວ ກັນນີ້, ຄະນະຜູ້ ແທນທັງສອງຝ່າຍຍັງໄດ້ເປັນ ເອກະພາບຕໍ່ທິດທາງແຜນການ ໃນການສືບຕໍ່ຮ່ວມມືຈັດຕັ້ງ ປະຕິບັດບັນດາເນື້ອໃນໃນຊຸມ ປີຕໍ່ໜ້າໃຫ້ໄດ້ຕາມເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້, ຄະ ນະປະຕິບັດງານພິເສດລັດຖະ ບານລາວຈະສືບຕໍ່ປະສານສົມ ທົບຢ່າງແໜ້ນແຟ້ນລະຫວ່າງ ສອງຄະນະປະຕິບັດງານພິເສດ ລັດຖະບານລາວ-ຫວຽດນາມ ໃນການຊີ້ນຳບັນດາອຳນາດການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ, ກຳລັງປະກອບອາວຸດ ໃນການ ອໍານວຍຄວາມສະດວກໃຫ້ແກ່ ໜ່ວຍເຕົ້າໂຮມ ອັດຖິຜູ້ເສຍສະ ຫຼະຊີວິດໃນປາງສົງຄາມຢູ່ລາວ ຈັດຕັ້ງໂຄສະນາຂົນຂວາຍໃນ ການຕອບສະໜອງບັນດາຂໍ້ມູນ ທີ່ຈຳເປັນ ເພີ່ມທະວີຄວາມເປັນ ເຈົ້າການໃນການຊອກຫາເກັບ ກໍາຂໍ້ມູນທີ່ຖືກຕ້ອງຊັດເຈນນຳ ບັນດານັກຮົບເກົ່າອໍານາດການ ປົກຄອງທ້ອງຖິ່ນແຕ່ລະຂັ້ນ, ຍາດຕິພີ່ນ້ອງ ແລະ ພໍ່ແມ່ປະຊາ ຊົນ ທັງນຳໃຊ້ເຕັກໂນໂລຢີທີ່ທັນ ສະໄໝເຂົ້າໃນການຊອກຄົ້ນລົງ ເລິກໃກ້ຊິດຕິດແທດນຳພາຊີ້ນຳ ໃນການປະຕິບັດເນື້ອໃນຈິດໃຈ ຂອງບົດບັນທຶກຄັ້ງທີ 27 ໃຫ້ ມີປະສິດທິຜົນ ແລະ ປະກົດຜົນ ເປັນຈິງ ບົນຈິດໃຈສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ຄວາມສາ ມັກຄີແບບພິເສດ ແລະການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະ ຊາຊົນສອງຊາດລາວ-ຫວຽດ ນາມ. ພາບ-ຂ່າວ ຊາຍສົມສັກ ວິໄລສັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ