ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະພາແຫ່ງຊາດປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ຂົງເຂດເສດຖະກິດ
ເວລາອອກຂ່າວ: 2022-06-24 10:31:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 150 | ຄວາມນິຍົມ:



ມື້ທີ 9 ຂອງການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດ ທີ 9 ໃນວັນທີ 23 ມິຖຸນາ 2022 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ, ມີຄະນະປະຈຳ ສະພາແຫ່ງຊາດ, ຄະນະລັດຖະ ບານ ແລະ ບັນດາສະມາຊິກສະ ພາແຫ່ງຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນ ລາຍງານກ່ຽວກັບການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດເສດຖະກິຄື: ກົດໝາຍ ວ່າດ້ວຍ ທີ່ດິນ, ກົດ ໝາຍ ວ່າດ້ວຍ ການສົ່ງເສີມການ ລົງທຶນ, ກົດໝາຍວ່າດ້ວຍຊັບສິນ ຂອງລັດ ແລະ ກົດໝາຍ ວ່າດ້ວຍ ແຮ່ທາດ ຜ່ານການຈັດຕັ້ງປະຕິ ບັດການນໍາໃຊ້ກົດໝາຍ ດັ່ງກ່າວ ໄດ້ປັນເຄື່ອງມືອັນສໍາຄັນເປັນ ບ່ອນອີງໃຫ້ແກ່ຂະແໜງການທີ່ ກ່ຽວຂ້ອງໃນການຄຸ້ມຄອງ, ການ ຕິດຕາມກວດກາວຽກງານຂອງ ຂະແໜງການໃນການພົວພັນກັບ ວາລະແຫ່ງຊາດ ວ່າດ້ວຍ ການ ແກ້ໄຂຄວາມຫຸຍ້ງຍາກທາງດ້ານ ເສດຖະກິດການເງິນ ແຕ່ຜ່ານ ການຈັດຕັ້ງປະຕິບັດກົດໝາຍຍັງ ເຫັນວ່າກົດໝາຍ 4 ສະບັບແມ່ນ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ເທົ່າທີ່ຄວນ ເຊິ່ງພົບເຫັນບັນ ຫາຂອງການນໍາໃຊ້ກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຍັງບໍ່ ທັນແທດເໝາະ ແລະ ຖືກນໍາໃຊ້ ໃນການປະຕິບັດວຽກງານເຊັ່ນ: ກົດໜາຍ ວ່າດ້ວຍ ທີ່ດິນ, ກົດ ໝາຍ ວ່າດ້ວຍ ການສົ່ງເສີມການ ລົງທຶນ, ກົດໝາຍ ວ່າດ້ວຍ ຊັບ ສິນຂອງລັດ ແລະ ກົດໝາຍ ວ່າ ດ້ວຍແຮ່ທາດ. ຕໍ່ມາ ທ່ານ ຈະເລີນ ເຢຍປາວ ເຮີ ຮອງປະທານສະພາແຫ່ງ ຊາດ ປະທານກໍາມາທິການກົດ ໝາຍຕາງໜ້າຄະນະປະຈໍາສະ ພາແຫ່ງຊາດ ປະກອບຄວາມ ເຫັນຕໍ່ບົດລາຍງານຂອງລັດ ຖະບານກ່ຽວກັບການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ໃນຂົງເຂດເສດຖະກິດ ເຊິ່ງໄດ້ສະແດງຄວາມຊົມເຊີຍ ຕໍ່ຂະແໜງການທີ່ກ່ຽວຂ້ອງທີ່ ເອົາໃຈໃສ່ເຂົ້າໃນການຈັດຕັ້ງ ປະຕິບັດກົດໝາຍດັ່ງກ່າວຢ່າງມີ ປະສິດທິຜົນ ເຊິ່ງທ່ານໄດ້ຍົກໃຫ້ ເຫັນທິດທາງໃນຕໍ່ໜ້າຄືການນໍາ ເອົາກົດໜາຍເຂົ້າສູ່ການຄຸ້ມຄອງ ການປະຕິບັດວຽກງານຢ່າງເລິກ ເຊິ່ງ, ໂດຍການເຜີຍແຜ່ກົດໝາຍ ໃຫ້ສັງຄົມ ກໍຄືປະຊາຊົນໄດ້ເຂົ້າ ໃຈມາດຕາຕ່າງໆຢູ່ໃນກົດໝາຍ ນິຕິກໍາລຸ່ມກົດໝາຍ ແລະ ອື່ນໆ. ຫຼັງຈາກນັ້ນ ບັນດາທ່ານ ສະ ມາຊິກສະພາແຫ່ງຊາດ ໄດ້ພ້ອມ ກັນປະກອບຄຳຄິດເຫັນໃສ່ 4 ກົດ ໝາຍສຳຄັນດັ່ງກ່າວຢ່າງຟົດຟຶ້ນ ແລະ ກົງໄປກົງມາ ຍົກໃຫ້ເຫັນ ຫຼາຍບັນຫາທີ່ເປັນຈຸດອ່ອນ, ຊ່ອງວ່າງ, ຂໍ້ຄົງຄ້າງ, ອຸປາສັກ ສິ່ງທ້າທາຍ ແລະ ໝາກຜົນຂອງ ການຈັດຕັ້ງປະຕິບັດໃນຕະຫຼອດ ໄລຍະທີ່ຜ່ານມາ ແນໃສ່ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດປະຕິບັດ 4 ກົດໝາຍດັ່ງກ່າວໃນຕໍ່ໜ້າ ໄດ້ມີຜົນສຳເລັດປະກອບສ່ວນ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງປະເທດຊາດ ພວກເຮົາ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ