ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະພາແຫ່ງຊາດສະຫຼຸບການເຄື່ອນໄຫວວຽກງານ ແລະ ຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດ
ເວລາອອກຂ່າວ: 2022-06-27 08:43:34 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 88 | ຄວາມນິຍົມ:



ມື້ທີ 10 ຂອງການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 24 ມິຖຸນາ 2022 ນີ້, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ມີຄະ ນະປະຈຳສະພາ ແລະ ສະມາຊິກ ສະ ພາແຫ່ງຊາດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ລາຍງານການເຄື່ອນໄຫວວຽກ ງານຂອງຄະນະປະຈໍາສະພາ ແຫ່ງຊາດ ແລະ ການຕິດຕາມ ກວດກາຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດ 2 ວາລະ ແຫ່ງຊາດ ເຊິ່ງສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງ ປະທານສະພາແຫ່ງຊາດຕາງ ໜ້າໃຫ້ແກ່ຄະນະປະຈໍາສະພແຫ່ງຊາດ. ເຊິ່ງໄລຍະຜ່ານມາ ສະພາແຫ່ງຊາດໄດ້ເປັນເຈົ້າການ ສົມທົບກັບກະຊວງ, ອົງການທີ່ ກ່ຽວຂ້ອງປະຕິບັດພາລະບົດບາດ ນິຕິບັນຍັດສາມາດຮຽບຮຽງ ແລະ ປັບປຸງກົດໝາຍທີ່ໄດ້ຮັບ ຮອງໃນກອງປະຊຸມສະໄໝສາ ມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ຈໍານວນ 11 ສະ ບັບ, ພ້ອມນີ້ກໍເອົາໃຈໃສ່ປະສານ ສົມທົບກັບລັດຖະບານແຕ່ຫົວທີ ໃນການຈັດຕັ້ງປະຕິບັດແຜນການ ສ້າງບັບປຸງກົດໝາຍປະຈໍາປີ 2022, ນໍາຮ່າງກົດໝາຍດັ່ງກ່າວ ໃຫ້ສະພາປະຊາຊົນຂັ້ນແຂວງ ເພື່ອຈັດຕັ້ງທາບທາມຢູ່ຂະແໜງ ການກໍຄືທ້ອງຖິ່ນໃນຂອບເຂດ ທົ່ວປະເທດ, ຈັດຕັ້ງລະດົມແນວ ຄວາມຄິດຈາກເປົ້າໝາຍຕ່າງໆ ຂອງພາກລັດ ແລະ ເອກະຊົນ ໄດ້ຢ່າງກວ້າງຂວາງມີທັງໝົດ 9 ສະບັບ, ກົດໝາຍສ້າງໃໝ່ 3 ສະບັບ, ປັບປຸງ 6 ສະບັບ, ພ້ອມ ນີ້ກໍໄດ້ດໍາເນີນກອງປະຊຸມສໍາ ມະນາວິທະຍາສາດກ່ຽວກັບ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການສ້າງ ແລະ ປະຕິ ບັດລັດຖະທໍາມະນູນ ສປປ ລາວ ເພື່ອເປັນທິດທາງປັບປຸງວຽກ ງານດ້ານນິຕິບັດຍັດໃຫ້ມີຄຸນນະ ພາບ ແລະ ມີປະສິດທິຜົນນັບ ມື້ສູງຂຶ້ນ, ຄະນະປະຈໍາສະພາ ແຫ່ງຊາດ ໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບປະເມີນຜົນການຈັດຕັ້ງ ປະຕິບັດ 4 ກົດໝາຍ ທີ່ຕິດພັນ ກັບວາລະແຫ່ງຊາດຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ, ກົດ ໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ໂດຍໄດ້ແຕ່ງຕັ້ງຄະນະລົງໄປປະ ເມີນຢູ່ກະຊວງ ແລະ ທ້ອງຖິ່ນ ຕ່າງໆຈໍານວນ 8 ແຂວງ ແລະ ດ້ານວຽກງານອື່ນໆອີກ. ສ່ວນແຜນການຕິດຕາມ ກວດກາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ສະພາແຫ່ງ ຊາດໄດ້ດໍາເນີນກອງປະຊຸມສະ ໄໝວິສາມັນເທື່ອທີ 1 ຂອງສະ ພາແຫ່ງຊາດ ຊຸດທີ IX ເພື່ອພິ ຈາລະນາຮັບຮອງເອົາວາລະ ແຫ່ງຊາດ 2 ສະບັບ ເຊິ່ງເປັນ ການຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກໃຫ້ເປັນນິຕິ ກໍາຂອງລັດເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດກອງປະ ຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX, ໄດ້ ພິຈາລະນາຮັບຮອງເອົາການຈັດ ຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ແຜນງົບ ປະມານແຫ່ງລັດ ແລະ ແຜນ ເງິນຕາປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ບັນ ດາສະມາຊິກສະພາແຫ່ງຊາດໄດ້ ປະກອບຄວາມເຫັນຕັ້ງຄໍາຖາມ ທີ່ຕິດພັນກັບວາລະແຫ່ງຊາດ ເປັນຕົ້ນການຜະລິດສິນຄ້າ, ການຈັດຕັ້ງນະໂຍບາຍປະຍັດ, ການເກັບລາຍຮັບ, ການຄຸ້ມຄອງ ລາຍຈ່າຍ, ການແກ້ໄຂປະກົດ ການຫຍໍ້ທໍ້ຂອງສັງຄົມໂດຍສະ ເພາະແມ່ນບັນຫາຢາເສບຕິດ ເພື່ອພ້ອມກັນຊອກວິທີການແກ້ ໄຂບັນຫາເຮັດໃຫ້ວາລະແຫ່ງ ຊາດ ໄດ້ຮັບການຈັດຕັ້ງປະຕິບັດ ເປັນຢ່າງດີ ພ້ອມກັນນີ້ຄະນະປະ ຈໍາສະພາແຫ່ງຊາດ ຍັງໄດ້ດໍາ ເນີນກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບລັດຖະບານ ເພື່ອສຸມໃສ່ການ ແກ້ໄຂຄວາມຫຍຸ້ງຍາກຂອງ ເສດຖະກິດ-ການເງິນຢູ່ໃນ 2 ວາລະແຫ່ງຊາດ. ຈາກນັ້ນບັນ ດາທ່ານສະມາຊິກສະພາແຫ່ງ ຊາດ ໄດ້ປະກອບຄວາມຄິດເຫັນ ໃສ່ບົດລາຍງານດັ່ງກ່າວ ສ່ວນ ຫຼາຍແລ້ວແມ່ນສະແດງຄວາມ ຊົມເຊີຍຕໍ່ຂະແໜງການທີ່ກ່ຽວ ຂ້ອງທີ່ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານຕະຫຼອດໄລຍະທີ່ ຜ່ານມາ ໂດຍສະເພາະແມ່ນ ການຕິດຕາມກວດກາຂອງສະ ພາແຫ່ງຊາດກ່ຽວກັບການປະ ຕິບັດວາລະເເຫ່ງຊາດກໍຄືວຽກ ງານໃນຂົງເຂດນິຕິບັນຍັດ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ