ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
ເວລາອອກຂ່າວ: 2022-06-27 08:46:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ວັນທີ 23 ມິຖຸນາ ນີ້, ທີ່ທະ ນາຄານ ແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳຕໍ່ພິທີ ມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ຜູ້ ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍ ຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ໃໝ່; ໂດຍ ມີ ທ່ານ ອາລຸນໄຊ ສູນນະລາດ ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນ ກາງພັກ; ມີຄະນະນຳທະນາຄານ ແຫ່ງ ສປປ ລາວ; ຜູ້ຕາງໜ້າກະ ຊວງ-ອົງການທຽບເທົ່າ; ສະມາ ຊິກສະພາບໍລິຫານທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍພະ ນັກງານຫຼັກແຫຼ່ງ ຂອງທະນາ ຄານແຫ່ງ ສປປ ລາວ ເຂົ້າຮ່ວມ. ທ່ານ ນາງ ບຸດສະດີ ທະນະ ເມືອງ ຕາງໜ້າຄະນະຈັດຕັ້ງສູນ ກາງພັກ ໄດ້ຂຶ້ນຜ່ານເອກະສານ ກ່ຽວກັບການຍົກຍ້າຍ ແລະ ແຕ່ງ ຕັ້ງພະນັກງານການນຳຂັ້ນສູງ ຮັບໜ້າທີ່ໃໝ່ ເປັນຕົ້ນຄຳສັ່ງ ຂອງກົມການເມືອງສູນກາງ ພັກ ວ່າດ້ວຍການຍົກຍ້າຍ ທ່ານ ສອນໄຊ ສິດພະໄຊ ກຳມະການ ສູນກາງພັກ ໄປຮັບໜ້າທີ່ໃໝ່ຢູ່ສຳ ນັກງານນາຍົກລັດຖະມົນຕີ; ລັດຖະດຳລັດ ຂອງປະທານປະ ເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ສອນໄຊ ສິດພະ ໄຊ ເປັນລັດຖະມົນຕີປະຈຳສຳ ນັກງານນາຍົກລັດຖະມົນຕີ; ຄຳ ສັ່ງຂອງຄະນະເລຂາທິການສູນ ກາງພັກ ວ່າດ້ວຍການຍົກຍ້າຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານ ພັກກະຊວງການເງິນໄປຮັບໜ້າ ທີ່ໃໝ່ ຢູ່ທະນາຄານແຫ່ງ ສປປ ລາວ; ມະຕິຕົກລົງຂອງກົມການ ເມືອງສູນກາງພັກວ່າດ້ວຍການ ແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນໄຊ ວໍຣະວົງ ເປັນເລຂາຄະນະບໍລິ ຫານງານພັກ ທະນາຄານແຫ່ງ ສປປ ລາວ ແລະ ລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍ ການແຕ່ງຕັ້ງ ທ່ານ ບຸນເຫຼືອ ສິນ ໄຊວໍຣະວົງ ເປັນຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ. ໂອກາດດຽວກັນ, ທ່ານ ສອນ ໄຊ ສິດພະໄຊ ໄດ້ຂຶ້ນຜ່ານບົດ ສະຫຼຸບການເຄື່ອນໄຫວວຽກ ງານທະນາຄານແຫ່ງ ສປປ ລາວ ໃນໄລຍະທີ່ຕົນດຳລົງຕຳແໜ່ງ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ ນັບແຕ່ເດືອນກັນຍາ 2018 ເປັນຕົ້ນມາ. ຫຼັງຈາກນັ້ນ ກໍໄດ້ມີພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສອນ ໄຊ ສິດພະໄຊ ຜູ້ວ່າການທະນາ ຄານ ແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ ວ່າການທະນາຄານ ແຫ່ງ ສປປ ລາວ ຜູ້ໃໝ່ ຢ່າງເປັນທາງການ. ໃນໂອກາດທີ່ມີຄວາມໝາຍ ສຳຄັນນີ້, ທ່ານ ນາຍົກລັດຖະມົນ ຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມພິທີ ເຊິ່ງທ່ານໄດ້ ຍົກໃຫ້ເຫັນເຫດຜົນ ແລະ ຄວາມ ຈຳເປັນ ໃນການປັບປຸງຊັບຊ້ອນ ສະມາຊິກລັດຖະບານ ໃນຄັ້ງນີ້; ໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນ ທາງດ້ານການເງິນ-ເງິນຕາ, ຜົນ ກະທົບ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງ ຄົມ ຂອງປະທດເຮົາ. ພ້ອມກັນນັ້ນ ທ່ານຍັງໄດ້ຕັ້ງບາງບັນຫາຂຶ້ນ ເພື່ອໃຫ້ພະນັກງານ-ລັດ ຖະກອນ ຂະແໜງການທະນາຄານ ທີ່ເປັນ ເສນາທິການໃຫ້ແກ່ລັດຖະບານ ນຳໄປຄົ້ນຄວ້າ ແລະ ປັບປຸງແກ້ ໄຂເປັນຕົ້ນ: ຈະພັດທະນານະໂຍ ບາຍສິນເຊື່ອເພື່ອຊຸກຍູ້ການຜະ ລິດ ແລະ ການບໍລິການຄືແນວໃດ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ຈະ ປັບປຸງໂຄງສ້າງ ແລະ ການບໍລິ ຫານ ໃນລະບົບສະຖາບັນການ ເງິນຄືແນວໃດ ເພື່ອໃຫ້ມີຄວາມ ເຂັ້ມແຂງ ແລະ ໝັ້ນຄົງ, ທັງເຮັດ ໃຫ້ການບໍລິການມີປະສິດທິຜົນ; ຈະເຮັດແນວໃດ ເພື່ອສາມາດຫຼຸດ ຜ່ອນການຂາດດູນເງິນຕາຕ່າງ ປະເທດເປັນກ້າວໆ, ມີຄັງສຳ ຮອງ ໃຫ້ສາມາດຮັບປະກັນການ ນຳເຂົ້າຕາມແຜນທີ່ວາງໄວ້, ຄຸ້ມ ຄອງອັດຕາເງິນເຟີ້ ແລະ ອັດ ຕາແລກປ່ຽນຢູ່ໃນໃນລະດັບທີ່ ສາມາດຄວບຄຸມໄດ້; ຈະປັບປຸງ ກົນໄກການຄຸ້ມຄອງອັດຕາແລກ ປ່ຽນຄືແນວໃດ ເພື່ອສ້າງສະຖຽນ ລະ ພາບຄ່າເງິນກີບ ໃຫ້ໝັ້ນທ່ຽງ; ຈະພັດທະນາລະບົບການຊຳລະ ແລະ ເຕັກໂນໂລຊີທາງດ້ານການ ເງິນ ເພື່ອໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ສາມາດເຊື່ອມໂຍງ ກັບສາກົນໄດ້. ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳ ໃຫ້ທະນາຄານແຫ່ງ ສປປ ລາວ ປັບປຸງແບບແຜນວິທີເຮັດວຽກ ໃຫ້ແທດເໝາະກັບສະພາບຕົວ ຈິງ, ມີການປັບປຸງປ່ຽນແປງສູ່ ອັນໃໝ່ທີ່ດີຂຶ້ນບົນພື້ນຖານຄວາມ ເປັນເອກະພາບພາຍໃນ ແລະ ດ້ວຍ ຄວາມລະມັດລະວັງສູງ; ຮຽກ ຮ້ອງໃຫ້ພະນັກງານ-ລັດຖະກອນ ທົ່ວທະນາຄານແຫ່ງ ສປປ ລາວ ມີຄວາມເສຍສະຫຼະ, ຊື່ສັດບໍລິ ສຸດ, ເຫັນແກ່ຜົນປະໂຫຍດລວມ ຂອງຊາດ, ປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ ແລະ ເຕັມ ກຳລັງແຮງຂອງຕົນ. ໃນຕອນທ້າຍ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ກໍໄດ້ຂຶ້ນກ່າວ ຮັບຄຳໂອວາດຂອງທ່ານນາຍົກ ລັດຖະມົນຕີ, ພ້ອມທັງກ່າວຮັບ ໜ້າທີ່ ໂດຍຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາ ມາດ ແລະ ປະສົບການຂອງຕົນ ຮ່ວມກັບໝູ່ຄະນະ ກໍຄືພະນັກງານ ທົ່ວທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງປະຕິ ບັດໜ້າທີ່ໃຫ້ມີຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້ ໃຫ້ສົມກັບ ຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງຂັ້ນເທິງ. ຂ່າວ: ກົມປະຊາສຳພັນ ຫສນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ