ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງຕ່າງໆໃນເດືອນມິຖຸນາ
ເວລາອອກຂ່າວ: 2022-06-27 08:47:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ: ໄດ້ປະກາດ ການປະດັບທຽບຊັ້ນ ຮ້ອຍໂທໃຫ້ ນັກຮຽນທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ຈໍານວນ 8 ສະຫາຍ ຕາມຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສົມພອນ ສີສຸວັນນະ ຮອງ ຫົວໜ້າການເມືອງ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິ ຫານ. v ພະແນກຊາວໜຸ່ມ ກົມໃຫຍ່ ການເມືອງກອງທັບ: ໄດ້ສ້າງຂະ ບວນການອອກແຮງງານລວມ ອະນາໄມ ຕັດຫຍ້າ, ບໍລິເວນ ເດີ່ນບານ ກົມໃຫຍ່ການເມືອງ ກອງທັບ ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ ທັບໃຫ້ມີບັນຍາກາດຟົດຟື້ນ. v ກອງບັນຊາການທະຫານ ແຂວງອຸດົມໄຊ: ໄດ້ແຕ່ງຕັ້ງຄະ ນະຊີ້ນຳລວມ, ຄູເຝິກ ແລະ ນັກ ກີລາ ເພື່ອເຂົ້າຮ່ວມແຂ່ງຂັນກີ ລາຊີງຂັນ ທ່ານເຈົ້າແຂວງ ແຂວງ ອຸດົມໄຊ ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນສ້າງຕັ້ງແຂວງ ອຸດົມໄຊ ຄົບຮອບ 60 ປີ, ວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບແຂວງອຸດົມໄຊ ຄົບຮອບ 60 ປີ, ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນ ຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີບັນຍາກາດຟົດຟື້ນ. ໃນນີ້, ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ຈຳນວນ 6 ສະຫາຍ, ຄູເຝິກ 4 ສະຫາຍ, ນັກກີລາ ຈໍານວນ 46 ສະຫາຍ, ມີ 4 ປະເພດກີລາຄື: ກີລາເຕະບານຍິງ 1 ທີມ, ກີລາ ເຕະບານຊາຍ 1 ທີມ, ກີລາເປຕັງ ຍິງ 1 ທີມ ແລະ ກີລາເປຕັງຊາຍ 1 ທີມ. v ພະແນກໂຄສະນາ-ອົບຮົມ ທະຫານແຂວງຈຳປາສັກ: ໄດ້ ນຳເອົາເຄື່ອງຮັບສັນຍານໂທລະ ພາບຈານດາວທຽມ ລາວແຊັດ ໄປມອບໃຫ້ກອງບັນຊາການທະ ຫານເມືອງສຸຂຸມາ ເພື່ອເຮັດໃຫ້ ພະນັກງານ-ນັກຮົບໄດ້ຮັບຊົມ, ຮັບຟັງຂ່າວສານຜ່ານທາງໂທ ລະພາບແຫ່ງຊາດ ແລະ ໂທລະ ພາບກອງທັບ ປະກອບສ່ວນເຂົ້າ ໃນວຽກງານໂຄສະມາສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມຫ້າວຫັນເຮັດສໍາເລັດ ໜ້າທີ່ ທີ່ໄດ້ຮັບມອບໝາຍ. v ກອງບັນຊາການທະຫານ ເມືອງແບງ ແຂວງອຸດົມໄຊ: ໄດ້ ເປີດບັ້ນອົບຮົມ-ຫັດແອບ ປະຈໍາ ປີ 2022 ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງ, ຕາມແຜນການ ອົບຮົມແມ່ນໄດ້ແບ່ງອອກເປັນ 3 ພາກຄື: ພາກການທະຫານ, ພາກການເມືອງ ແລະ ພາກພະ ລາທິການ-ເຕັກນິກ, ກໍານົດເວລາ ອົບຮົມທັງໝົດ 160 ວັນ. ທັງນີ້, ກໍເພື່ອເປັນການຍົກລະດັບ ຄວາມ ຮູ້, ຄວາມສາມາດທາງດ້ານທິດ ສະດີຫຼັກການຂອງວຽກງານ ການເມືອງ, ມີຄວາມຊໍານານ ຄ່ອງແຄ້ວທາງດ້ານສິລະປະຍຸດ-ຍຸດທະວິທີ, ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດຂໍ້ກຳນົດ, ກົດ ລະບຽບຂອງກອງທັບຢ່າງເຂັ້ມ ງວດ ເພື່ອກຽມພ້ອມເຮັດສໍາເລັດ ໜ້າທີ່ການເມືອງຂອງກົມກອງ ໃນສະເພາະໜ້າ ແລະ ຍາວນານ. v ກອງຮ້ອຍ 1 ກອງພັນ 791 ກອງພັນໃຫຍ່ 279: ໄດ້ສະຫຼຸບ ຖອດຖອນບົດຮຽນການເຄື່ອນ ໄຫວວຽກງານຮອບດ້ານ 6 ເດືອນ ຕົ້ນປີ 2022, ຍົກໃຫ້ເຫັນຜົນ ງານທີ່ພົ້ນເດັ່ນຫຼາຍດ້ານເປັນຕົ້ນ ດ້ານວຽກງານວິຊາສະເພາະໄດ້ ເປັນເຈົ້າການປ້ອງກັນເວນຍາມ ສໍານັກງານ ກະຊວງປ້ອງກັນ ປະເທດ, ກົມໃຫຍ່ເສນາທິການ ກອງທັບ, ກົມໃຫຍ່ການເມືອງ ກອງທັບ, ສູນບັນຊາ, ໂຄງການ ລາວເອເຊຍ ແລະ ງານບຸນສໍາຄັນ ຕ່າງໆລວມ ທັງໝົດມີ 369 ຄັ້ງ ສາມາດຮັບປະກັນເຮັດໃຫ້ສະ ຕາມຂອບເຂດກົມກອງຮັບຜິດ ຊອບມີຄວາມສະຫງົບປອດ ໄພ 100%, ນອກຈາກນີ້, ດ້ານວຽກ ງານເພີ່ມພູນຜະລິດຜົນປູກພືດ ຜັກຊະນິດຕ່າງໆເກັບກູ້ໄດ້ 400 ກິໂລກຣາມ, ລ້ຽງແບ້ 16 ໂຕ, ເປັດ-ໄກ່ 250 ໂຕ, ກົບ 3.000 ໂຕ, ສາມາດສ້າງລາຍຮັບ ໄດ້ ທັງໝົດ 14.550.000 ກີບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ