ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 605 ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2022-06-27 08:48:15 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ກາງເດືອນມິຖຸນາຜ່ານມາ, ຂະແໜງສະຫະພັນແມ່ຍິງ ກອງ ພັນໃຫຍ່ 605 ໄດ້ສະຫຼຸບຖອດ ຖອນບົດຮຽນການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລ ຍະ 5 ປີ (2016-2020) ແລະ ວາງທິດທາງແຜນການ 5 ປີ (2021-2025), ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ບົວຄຳ ສາມາວົງ ຫົວໜ້າການ ເມືອງ ກອງພັນໃຫຍ່ 605, ມີ ຄະນະພັກ-ຄະນະບັນຊາ, ພະແນກ ການ, ກົມກອງຮາກຖານຕະ ຫຼອດຮອດສະມາຊິກແມ່ຍິງທົ່ວ ກອງພັນໃຫຍ່ເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ພົມວິໄລ ຄຳປັນຍາ ຫົວໜ້າຂະແໜງສະ ຫະພັນແມ່ຍິງ ກອງພັນໃຫຍ່ 605 ໄດ້ຜ່ານບົດສະຫຼຸບການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີຜ່ານມາ, ຂະແໜງສະ ຫະພັນແມ່ຍິງ ກອງພັນໃຫຍ່ 605 ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາ ຊິກແມ່ຍິງ ຈັດຕັ້ງປະຕິບັດເນື້ອ ໃນດັ່ງກ່າວເຂົ້າສູ່ວຽກງານຕົວ ຈິງ ສອດຄ່ອງກັບໜ້າທີ່ການ ເມືອງຂອງກົມກອງ, ໄດ້ສົມທົບ ກັບຄະນະພັກ-ຄະນະບັນຊາເຮັດ ວຽກງານສຶກສາອົບຮົມການ ເມືອງ-ນຳພາເເນວຄິດໃຫ້ສະມາ ຊິກແມ່ຍິງເປັນປົກກະຕິ, ດ້ວຍ ການນໍາເອົາມະຕິ, ຄຳສັ່ງແນະ ນຳຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງຫ້ອງ ການສະຫະພັນແມ່ຍິງກອງທັບ ມາຈັດຕັ້ງເຜີຍແຜ່ໃຫ້ສະມາຊິກ ແມ່ຍິງໄດ້ຮັບຮູ້ເຊື່ອມຊຶມ. ພ້ອມ ກັນນັ້ນ, ໄດ້ປຸກລະດົມຊຸກຍູ້ສະ ມາຊິກແມ່ຍິງໃຫ້ເປັນເຈົ້າການ ເຂົ້າຮ່ວມຂະບວນການຕ່າງໆ ຂອງກົມກອງ ຕິດພັນກັບການປະ ຕິບັດໜ້າທີ່ວິຊາສະເພາະຂອງ ຕົນ, ໄດ້ຊີ້ນຳສະມາຊິກແມ່ຍິງ ປູກຝັງ-ລ້ຽງສັດ, ຫັດຖະກຳ ໍ່າ ຫູກ ແລະ ຈັກສານ ເພື່ອສ້າງລາຍ ຮັບເຂົ້າຄັງລວມ ແລະ ຄອບ ຄົວເຮັດໃຫ້ຊີວິດການເປັນຢູ່ນັບ ມື້ດີຂຶ້ນ. ຜ່ານການຈັດຕັ້ງປະຕິ ບັດເນື້ອໃນຂໍ້ແຂ່ງຂັນ 3 ດີໃນ ໄລຍະ 5 ປີຜ່ານມາ ສາມາດຕີ ລາຄາຜົນໄດ້ຮັບຄື: ພົນລະເມືອງ ດີ ມີ 123 ສະຫາຍ, ພັດທະນາດີ 106 ສະຫາຍ, ຄອບຄົວດີ 106 ຄອບຄົວ, ບຸກຄົນ 3 ດີ ປະເພດ I ຈໍານວນ 106 ສະຫາຍ, ບຸກຄົນ 3 ດີປະເພດ II ຈໍານວນ 17 ສະຫາຍ, ບຸກຄົນຕົວແບບ 106 ສະຫາຍ, ຄອບຄົວຕົວແບບ 1 ຄອບຄົວ, ໜ່ວຍ 3 ດີ 7 ໜ່ວຍ, ກົມກອງຊີ້ນຳ-ນຳພາດີເດັ່ນ 9 ກົມກອງ. ໃນກອງປະຊຸມ ຍັງໄດ້ເຜີຍແຜ່ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ແຜນພັດທະນາແມ່ ຍິງລາວ 5 ປີ ຄັ້ງທີ VIII (2021-2025), ວິໄສທັດພັດທະນາແມ່ ຍິງຮອດປີ 2035, ແຜນພັດທະ ນາແມ່ຍິງກອງທັບ 5 ປີ ຄັ້ງທີ VIII (2021-2025), ບົດໂອ້ລົມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະ ເທດ ຕໍ່ກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ແລະ ເອກະສານສໍາຄັນອີກ ຈໍານວນໜຶ່ງ. ຈາກນັ້ນ, ໄດ້ມອບ ໃບຍ້ອງຍໍໃຫ້ຂະແໜງ, ໜ່ວຍ, ສະ ມາຊິກແມ່ຍິງ 3 ດີ ແລະ ຄະນະ ພັກ-ຄະນະບັນຊາກົມກອງນໍາພາ ດີເດັ່ນຢ່າງສົມກຽດ. ໂດຍ: ໜູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ