ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທາບທາມຮ່າງກົດໝາຍ ວ່າດ້ວຍ ອົງການໄອຍະການທະຫານ (ສະບັບປັບປຸງ)
ເວລາອອກຂ່າວ: 2022-06-27 08:49:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ວັນທີ 20 ມິຖຸນາ 2022 ນີ້, ກອງບັນຊາການທະຫານແຂວງ ຜົ້ງສາລີ ໄດ້ຈັດກອງປະຊຸມທາບ ທາມຮ່າງກົດໝາຍ ວ່າດ້ວຍອົງ ການໄອຍະການທະຫານ (ສະບັບ ປັບປຸງ), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮອງຫົວໜ້າອົງການ ໄອຍະການທະຫານຂັ້ນສູງ, ມີ ສະຫາຍ ພັນເອກ ຊຽງເພັງ ບົວ ລະວົງ ຫົວໜ້າການທະຫານ ກອງ ບັນຊາການທະຫານແຂວງຜົ້ງ ສາລີ, ມີຜູ້ຕາງໜ້າຈາກສະພາ ປະຊາຊົນແຂວງ, ອົງການໄອຍະ ການປະຊາຊົນ, ສານປະຊາຊົນ ແຂວງ, ພະແນກຍຸຕິທໍາ, ກອງບັນ ຊາການ ປກສ ແຂວງ, ອົງການ ໄອຍະການທະຫານພາກກາງ, ວິຊາການຈາກກະຊວງປ້ອງກັນ ປະເທດ ແລະ ພະແນກການທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບົວສີ ສີວົງ ສາ ຫົວໜ້າອົງການໄອຍະການ ທະຫານພາກກາງ ໄດ້ຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍ ການແຕ່ງຕັ້ງຄະ ນະຮັບຜິດຊອບເຄື່ອນໄຫວທາບ ທາມຮ່າງກົດໝາຍ ວ່າດ້ວຍ ອົງ ການໄອຍະການທະຫານ. ຈາກ ນັ້ນ, ສະຫາຍ ພັນໂທ ພານະວັນ ທັນສະດາພອນ ຫົວໜ້າພະແນກ ນິຕິກໍາ ກົມກົດໝາຍ ກະຊວງປ້ອງ ກັນປະເທດ ໄດ້ສະເໜີ ຮ່າງກົດ ໝາຍ ວ່າດ້ວຍ ອົງການໄອຍະ ການທະຫານ (ສະບັບປັບປຸງ) ເຊິ່ງປະກອບມີ IX ພາກ, 9 ໝວດ, 66 ມາດຕາ, ໃນນີ້, ຮັກສາໄວ້ມີ 20 ມາດຕາ. ຂຽນໃໝ່ 6 ມາດ ຕາ ແລະ ປັບປຸງ 40 ມາດຕາ. ໃນກອງປະຊຸມ ຜູ້ຕາງໜ້າແຕ່ ລະພາກສ່ວນໄດ້ພ້ອມກັນແລກ ປ່ຽນຄໍາຄິດເຫັນຢ່າງພາວະວິໄສ ໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອ ແນໃສ່ປັບປຸງເນື້ອໃນຂອງກົດ ໝາຍ ວ່າດ້ວຍ ອົງການໄອຍະ ການທະຫານ ໃຫ້ສອດຄ່ອງກັບ ແນວທາງຂອງພັກໃນໄລຍະໃໝ່, ສອດຄ່ອງກັບລັດຖະທໍາມະນູນ ແລະ ສອດຄ່ອງກັບການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ. ໂອກາດນີ້, ສະຫາຍ ປະທານ, ພ້ອມດ້ວຍວິຊາການ ໄດ້ຊີ້ແຈງ ບັນດາເນື້ອໃນຄໍາສັບໃນຮ່າງກົດ ໝາຍດັ່ງກ່າວ, ພ້ອມທັງສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍທີ່ໄດ້ສຸມໃສ່ປະກອບຄໍາ ຄິດເຫັນໃສ່ຮ່າງກົດໝາຍ ແລະ ຈະນໍາເອົາຄໍາຄິດເຫັນດັ່ງກ່າວ ໄປສະເໜີຕາມຂັ້ນຕອນ ເພື່ອປັບ ປຸງກົດໝາຍ ວ່າດ້ວຍ ອົງການ ໄອຍະການທະຫານ ໃຫ້ມີເນື້ອໃນ ຄົບຖ້ວນສົມບູນຍິ່ງຂຶ້ນ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ