ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງນໍ້າທາ ເປີດຊຸດອົບຮົມ-ຫັດແອບ ການນຳໃຊ້ພາຫະນະສື່ສານຊະນິດໃໝ່
ເວລາອອກຂ່າວ: 2022-06-27 08:52:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ:



ວັນທີ 16 ມິຖຸນາ 2022 ນີ້ ພະແນກສື່ສານ ທະຫານແຂວງ ຫຼວງນ້ຳທາ ໄດ້ເປີດຊຸດອົບຮົມ-ຫັດແອບການນຳໃຊ້ພາຫະນະ ສື່ສານຊະນິດໃໝ່, ຢູ່ທີ່ສະໂມ ສອນຂອງກອງຮ້ອຍ 237 ທະ ຫານແຂວງ, ໂດຍການເປັນປະ ທານຂອງ ສະຫາຍ ພັນໂທ ຕຸ້ຍ ຄິດທະໄຊ ຫົວໜ້າພະແນກສື່ ສານ ກອງບັນຊາການທະຫານ ແຂວງ, ມີຄະນະພັກ-ຄະນະບັນ ຊາກອງຮ້ອຍ 237 ແລະ ນັກ ສຳມະນາກອນມາຈາກ 4 ກອງ ບັນຊາການທະຫານເມືອງ 2 ກອງພັນ, 4 ກອງ ຮ້ອຍຊາຍແດນ ແລະ ກອງຮ້ອຍເອກະລາດທີ່ຂຶ້ນ ກັບກອງບັນຊາການທະຫານ ແຂວງຫຼວງນໍ້າທາ ທັງໝົດ 58 ສະຫາຍ ເຂົ້າຮ່ວມ. ສະຫາຍ ພັນຕີ ຄຳຍິນ ອຸ່ນຫຼ້າ ຊ່ວຍວຽກພະແນກສື່ສານ ທະຫານແຂວງ ໄດ້ຜ່ານຂໍ້ຕົກ ລົງຂອງກອງບັນຊາການທະ ຫານແຂວງ ວ່າດ້ວຍ ການເປີດ ຊຸດອົບຮົມ-ຫັດແອບການນຳໃຊ້ ພາຫະນະສື່ສານຊະນິດໃໝ່ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຄູສອນອົບຮົມ-ຫັດແອບ. ຈາກ ນັ້ນ, ສະຫາຍ ພັນໂທ ສົມພອນ ຫຼວງເສນາ ຮອງຫົວໜ້າພະແນກ ສື່ສານທະຫານແຂວງ ໄດ້ຜ່ານ ແຜນການອົບຮົມ-ຫັດແອບ ເຊິ່ງ ເນື້ອໃນການອົບຮົມມີ: ທິດສະດີ ຈັກຄື້ນສັ້ນ HX 37A, ທິດສະ ດີຈັກຄື້ນສັ້ນ HX 28A, ທິດສະ ດີຈັກ MR 9360, ທິດສະດີບໍໍ່ ໄຟຟ້າພື້ນຖານ, ຫຼັກການການຕິດ ຕໍໍ່ສື່ສານ ແລະ ກົດໂທລະລົມ; ກຳນົດເວລາໃນການອົບຮົມ-ຫັດ ແອບ ພາກທິດສະດີ 10 ວັນ, ພາກປະຕິບັດຕົວຈິງ 11 ວັນ ລວມທັງໝົດ 21 ວັນ. ເຊິ່ງຈະ ດຳເນີນໄປຮອດ ວັນທີ 13 ກໍລະກົດ 2022 ຈຶ່ງສໍາເລັດ. ຈຸດປະສົງໃນການອົບຮົມ ເພື່ອເຮັດໃຫ້ນັກວິຊາສະເພາະໃນເຫຼົ່າ ຮົບ ມີຄວາມຮູ້, ຄວາມສາມາດ ໃນການນຳໃຊ້ອຸປະກອນສື່ສານ ຊະນິດໃໝ່, ມີຄວາມຊຳນິຊຳ ນານ ກຳໄດ້ທິດສະດີຫຼັກການ ຮູ້ຈັກບຳລຸງຮັກສາ ແລະ ບົວລະ ບັດຜັດເຊັດ ເຮັດໃຫ້ການນຳໃຊ້ ໄດ້ຍາວນານ ແລະ ຮັບປະກັນ ດ້ານເຕັກນິກມີຄຸນນະພາບສູງ. ໂດຍ: ໂຊນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ