ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກຳລັງປ້ອງກັນຊາດ ລາວ-ຫວຽດນາມ ເປີດບັ້ນອົບຮົມວຽກງານກອບກູ້ໄພພິບັດ
ເວລາອອກຂ່າວ: 2022-06-30 08:23:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022, ສອງກຳລັງປ້ອງກັນຊາດ ລາວ- ຫວຽດນາມ ໄດ້ເປີດບັ້ນອົບຮົມ- ຫັດແອບວຽກງານກອບກູ້ໄພ ພິບັດຢູ່ບ້ານດາກຕະອອກນ້ອຍ, ເມືອງດາກຈຶງ, ແຂວງເຊກອງ ເຊິ່ງຝ່າຍລາວນຳໂດຍ ສະຫາຍ ພັນໂທ ວົງໄຊ ພະອຸທອນ, ຮອງ ຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງ ເຊກອງ, ຫົວໜ້າຊີ້ນຳລວມພາກ ສະໜາມ, ຝ່າຍ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ເລ ກວາງ ລາມ ຮອງຫົວໜ້າຫ້ອງ ເສນາທິການ ກອງບັນຊາການ ທະຫານແຂວງກວາງນາມ, ມີອຳ ນາດການປົກຄອງບ້ານຕະຫຼອດ ຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ. ບັ້ນອົບຮົມ-ຫັດແອບໃນຄັ້ງ ນີ້, ໃນເບື້ອງຕົ້ນແມ່ນໄດ້ມີການ ເຕົ້າໂຮມບັນດາກຳລັງທັງສອງ ຝ່າຍ ເຊິ່ງປະກອບມີປະຊາຊົນ ພາຍໃນບ້ານເຂົ້າຮ່ວມ, ເພື່ອທຳ ຄວາມເຂົ້າໃຈຂັ້ນຕອນການຮັບມື ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ໃນສະພາບການດັ່ງກ່າວ ຄະນະຮັບຜິດຊອບທັງສອງຝ່າຍ ຈຶ່ງໄດ້ມີການຈຳລອງສະຖານະ ການໄພພິບັດ ເຊິ່ງປະກອບມີ: ຝົນທຽມ ແລະ ລົມພາຍຸທຽມ, ພ້ອມທັງສະແດງຂັ້ນຕອນວິທີ ຮັບມືໂດຍບັນດາກຳລັງທັງສອງ ຝ່າຍໄດ້ສາທິດການອົບພະຍົບ-ເຄື່ອນຊີວິດ ແລະ ຊັບສິນທີ່ມີຄ່າ ຂອງປະຊາຊົນໄປສູ່ເຂດປອດໄພ, ໂດຍປະສານສົມທົບກັບພະນັກ ງານແພດ-ໝໍພາກສະໜາມ ເພື່ອ ທໍາການປະຖົມພະຍາບານຜູ້ບາດ ເຈັບ ໃຫ້ມີຄວາມປອດໄພຈາກສະ ພາບການດັ່ງກ່າວ, ຜ່ານການຈັດ ຕັ້ງປະຕິບັດພາຍໃຕ້ສະຖານະ ການອັນຮີບດ່ວນນັ້ນ ເຫັນໄດ້ວ່າ: ແບບແຜນວິທີການເຮັດວຽກ ຂອງສອງກໍາລັງອ້າຍ-ນ້ອງ ລາວ-ຫວຽດນາມ, ຫວຽດນາມ- ລາວ ໄດ້ດໍາເນີນໄປຢ່າງຟົດຟື້ນ ແລະ ມີຄວາມສາມັກຄີຢ່າງເລິກ ເຊິ່ງ, ປະຕິບັດ ແລະ ຟັງຄຳສັ່ງ ຂອງຜູ້ບັນຊາຢ່າງໜັກແໜ້ນ, ຮັບປະກັນຄວາມປອດໄພຂອງພໍ່ ແມ່ປະຊາຊົນໄດ້ດີຂື້ນ, ເຊິ່ງໝາກ ຜົນຈາກການເຝິກອົບຮົມຄັ້ງນີ້ ເຊື່ອໄດ້ວ່າ : ຫາກເກີດໄພພິບັດ ທີ່ບໍ່ຄາດຫວັງກໍຈະສາມາດຮັບ ມືໄດ້ຕາມສະພາບເງື່ອນໄຂຕົວ ຈິງ. ພາຍຫຼັງສຳເລັດການເຝິກອົບ ຮົມບັນດາຄະນະຊີ້ນຳທັງສອງ ຝ່າຍ, ພ້ອມດ້ວຍຄະນະພັກອຳ ນາດການປົກຄອງບ້ານກໍໄດ້ ພ້ອມກັນເອກະພາບຄົ້ນຄວ້າປຶກ ສາຫາລືເຊິ່ງກັນແລະກັນ, ໂດຍ ເນື້ອໃນເປັນການຖອດຖອນບົດ ຮຽນ ທີ່ໄດ້ຈາກການຈັດຕັ້ງປະຕິ ບັດໃນຄັ້ງນີ້, ພ້ອມກັນນັ້ນຄະ ນະຊີ້ນຳທັງສອງຝ່າຍ ຍັງໄດ້ ຮຽກຮ້ອງໃຫ້ຄະນະບ້ານ ແລະ ປະຊາຊົນ ເປັນເຈົ້າການຍົກສູງໃນ ການຕິດຕາມກວດກາສະພາບພູມີ ປະເທດຢ່າງຮອບດ້ານ, ຫາກ ເກີດມີລົມພາຍຸ-ຝົນຕົກໜັກ ກໍໃຫ້ ປະເມີນສະພາບຮີບດ່ວນ, ພ້ອມ ທັງລາຍງານຕໍ່ຂັ້ນເທິງ ເພື່ອຈະໄດ້ ພ້ອມກັນຮີບດ່ວນແກ້ໄຂໃຫ້ທັນ ກັບສະພາບການ, ທັງໝົດນີ້ກໍ ຍ້ອນຄວາມຫ່ວງໄຍຂອງພັກ,ລັດ ຖະບານຂອງສອງປະເທດ ທີ່ມີ ຕໍ່ປະຊາຊົນ. ໂດຍ: ອິນທະນົງສັກ ຂ່ຽມຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ