ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມໃຫຍ່ພະລາທິການກອງທັບ ເຊື່ອມຊຶມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ
ເວລາອອກຂ່າວ: 2022-06-30 08:29:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ວັນທີ 23 ມິຖຸນາ 2022 ນີ້, ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນກອງປະຊຸມ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະ ນັກງານ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ທົ່ວກອງທັບ ຄັ້ງທີ VI, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ບົວສິງ ອິນ ທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່ ພະລາທິການ, ຄະນະພັກ-ຄະນະ ບັນຊາກົມກອງອ້ອມຂ້າງໃນເຂດ ໃຈກາງນະຄອນຫຼວງວຽງຈັນພ້ອມດ້ວຍສະມາຊິກພັກ-ພະນັກ ງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບົວ ສິງ ອິນທະວົງ ໄດ້ເຊື່ອມຊຶມ ວ່າ: ຄະນະພັກກະຊວງປ້ອງກັນ ປະເທດໄດ້ເອົາໃຈໃສ່, ໃຫ້ຄວາມ ສຳຄັນ ແລະຖືວຽກງານ ດັ່ງກ່າວ ເປັນວຽກງານຍຸດທະສາດແຖວ ໜ້າ ເພື່ອໃຫ້ຖັນແຖວສະມາຊິກ ພັກໃນກອງທັບ ໄດ້ຮັບຮູ້ເຊື່ອມ ຊຶມກໍາແໜ້ນຕໍ່ແນວທາງແຜນ ນະໂຍບາຍຂອງພັກ, ມີທັດສະນະ ຫຼັກໝັ້ນຊົນຊັ້ນ, ກຳໄດ້ທິດສະດີ ມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ທາດແທ້ມູນ ເຊື້ອຂອງຊາດ, ຂອງພັກ, ຂອງ ກອງທັບ; ການນຳພາ-ຊີ້ນຳຂອງ ຄະນະພັກແຕ່ລະຂັ້ນສາມາດຢັ້ງ ຢືນໄດ້ວ່າ, ຄຸນທາດການເມືອງ ໃນຖັນແຖວສະມາຊີກພັກໃນທົ່ວ ກອງທັບ, ມີຄວາມໜັກແໜ້ນຕໍ່ອຸ ດົມການສັງຄົມນິຍົມ, ມີຄວາມ ຕັ້ງຕໍ່ບໍລິສຸດຕໍ່ພັກຕໍ່ປະເທດຊາດ, ເປັນແບບຢ່າງນຳໜ້າ, ອົດທົນ ຜ່ານຜ່າຄວາມຫຍຸ້ງຍາກ, ມີນໍ້າ ໃຈເສຍສະຫຼະເພື່ອຜົນປະໂຫຍດ ລວມຂອງຊາດ, ເປັນກໍາລັງຫຼັກ ແຫຼ່ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ການກໍ່ສ້າງພັກທາງດ້ານແບບ ແຜນວິທີນຳພາຂອງຄະນະພັກ ກະຊວງ ໄດ້ເປັນໃຈກາງແຫ່ງ ການເຕົ້າໂຮມຄວາມສາມັກຄີ, ຄວາມເປັນປຶກແຜ່ນ ໃນທົ່ວກອງ ທັບ, ຄະນະພັກຂັ້ນ ຕ່າງໆ ສືບຕໍ່ ຢຶດໝັ້ນປະຕິບັດຫຼັກການລວມສູນ ປະຊາທິປະໄຕນຳພາເປັນໝູ່ຄະ ນະ, ມີການແບ່ງງານແບ່ງຄວາມ ຮັບຜິດຊອບ, ປະຕິບັດລະບອບ ດຳເນີນຊີວິດການເມືອງ-ລະ ບອບປະຊຸມສາມັນ, ວິສາມັນ, ເສີມ ຂະຫຍາຍປະຊາທິປະໄຕໝູ່ຄະ ນະ, ເຮັດວຽກມີແຜນການ ແລະ ປະຕິບັດລະບອບສ່ອງແສງລາຍ ງານຕໍ່ການຈັດຕັ້ງພັກຂັ້ນເທິງ. ຜົນສຳເລັດໃນການປະຕິບັດ ເນື້ອໃນຈິດໃຈຂອງກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະ ນັກງານທົ່ວກອງທັບຄັ້ງທີ V ໄດ້ ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແກ້ໄຂໃນຕໍ່ໜ້າ, ກອງປະຊຸມໄດ້ເຊື່ອມຊຶມມະຕິ ກອງປະຊຸມວຽກງານຈັດຕັ້ງທົ່ວ ປະເທດ ຄັ້ງທີ XI, ມະຕິຂອງ ຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະ ວີນໍາພາຂອງພັກ ເພື່ອສ້າງການ ຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ເຊິ່ງເປັນນິຕິກຳທີ່ສຳຄັນ, ເປັນ ບ່ອນອີງໃຫ້ຄະນະພັກແຕ່ລະຂັ້ນ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນການຈັດຕັ້ງປະຕິບັດທຸກຂອດ ຂອງວຽກງານກໍ່ສ້າງພັກ-ພະນັກ ງານໃຫ້ໄດ້ຮັບການປັບປຸງດີຂຶ້ນ, ວຽກງານກໍ່ສ້າງພັກ-ພະນັກ ງານ ແມ່ນຄວາມຮັບຜິດຊອບ ໂດຍກົງຂອງຄະນະພັກແຕ່ລະ ຂັ້ນໃນທົ່ວກອງທັບ ແລະ ພ້ອມ ກັນນຳໄປຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມ ແລະ ຜັນຂະຫຍາຍເຂົ້າໃນ ວຽກງານກໍ່ສ້າງພັກພະນັກງານ ໃນຂອບເຂດຕົນເອງຮັບຜິດຊອບ ໃຫ້ກາຍເປັນຮູບປະທຳ, ຮັບປະ ກັນສ້າງການຫັນປ່ຽນຢ່າງແຂງ ແຮງ ແລະ ເລິກເຊິ່ງວຽກງານ ພະນັກງານ, ສ້າງໃຫ້ພັກໃນທົ່ວ ກອງທັບ ມີຄວາມປອດໃສ, ເຂັ້ມ ແຂງ, ໜັກແໜ້ນ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ