ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ສຳເລັດກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018
ເວລາອອກຂ່າວ: 2019-02-01 10:16:00 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349221106 | ຄວາມນິຍົມ:



ກອງປະຊຸມວຽກງານກວດ ກາທົ່ວປະເທດ ປະຈໍາປີ 2018 ເຊິ່ງໄດ້ດໍາເນີນມາແຕ່ວັນທີ 28 ມັງກອນ 2019 ເປັນເວລາ 3 ວັນ ໄດ້ສຳເລັດລົງໃນວັນທີ 30 ມັງກອນ 2019 ນີ້, ໂດຍພາຍ ໃຕ້ການເປັນປະທານຂອງ ທ່ານ ປອ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ຮອງ ນາຍົກລັດຖະມົນຕີ, ປະທານ ຄະນະກວດກາສູນກາງ ພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫຼວງຂັ້ນສູນກາງ, ມີຄະນະ ປະຈໍາພັກ, ຮອງປະທານຄະນະ ກວດກາສູນກາງພັກ ແລະ ອົງ ການກວດກາລັດຖະບານ, ປະ ທານ-ຮອງປະທານຄະນະກວດ ກາພັກ-ອົງການກວດກາລັດທີ່ມາຈາກບັນດາກະຊວງ-ອົງການ, ນະຄອນຫຼວງ, ບັນດາແຂວງໃນ ຂອບເຂດທົ່ວປະເທດເຂົ້າຮ່ວມ. ຕະຫຼອດໄລຍະກອງປະຊຸມ ຜູ້ແທນກອງປະຊຸມໄດ້ພ້ອມກັນ ຄົ້ນຄວ້າ, ຕີລາຄາ ປະກອບຄໍາຄິດ ຄໍາເຫັນໃສ່ຮ່າງບົດສະຫຼຸບການ ເຄື່ອນໄຫວວຽກງານກວດກາ ປະ ຈໍາປີ 2018 ແລະ ທິດທາງແຜນ ການປີ 2019, ບົດລາຍງານ ວຽກງານຕິດຕາມ, ກວດກາພັກ, ບົດລາຍງານວຽກງານຕິດຕາມ, ກວດກາການບໍລິຫານລັດເພື່ອ ຊອກໃຫ້ເຫັນດ້ານດີທີ່ຄວນສົ່ງ ເສີມ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະ ຕ້ອງນໍາໄປປັບປຸງໃນຕໍ່ໜ້າ ແລະ ບາງບົດຮຽນທີ່ດີກ່ຽວກັບວຽກ ງານກວດກາຂອງທ້ອງຖິ່ນແຂວງ, ກະຊວງເພື່ອນໍາໄປໝູນໃຊ້ໃນອະ ນາຄົດ. ໂອກາດໂອ້ລົມຕໍ່ກອງປະຊຸມ ວຽກງານກວດກາທົ່ວປະເທດປະ ຈໍາປີ 2018 ທ່ານ ປອ ບຸນທອງ ຈິດມະນີ ໄດ້ເນັ້ນໜັກໃຫ້ສືບຕໍ່ ຄົ້ນຄວ້າແລະຈັດຕັ້ງປະຕິບັດບັນ ດາຄາດຫມາຍກໍຄືມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ ລວມ ທັງມະຕິຂອງຄະນະບໍລິຫານ ງານສູນກາງພັກສະໄຫມທີX, ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ຈັດຕັ້ງປະຕິບັດມະຕິຄໍາສັ່ງຂໍ້ກໍາ ນົດຕ່າງໆຂອງພັກ ລວມທັງການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ອົງຄະນະພັກ, ຕິດຕາມກວດ ກາຄຸ້ມຄອງບໍລິຫານລັດແຕ່ລະ ຂັ້ນ, ເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ການສະກັດກັ້ນ ແລະ ຕ້ານ ການສໍ້ລາດບັງຫລວງ, ເພີ່ມທະ ວີຄວາມຮັບຜິດຊອບຊີ້ນໍາ-ນໍາ ພາຂອງຄະນະພັກ, ອົງການປົກ ຄອງ ແລະ ຄະນະກວດກາແຕ່ລະ ຂັ້ນ, ສືບຕໍ່ເພີ່ມທະວີການພົວພັນ ຮ່ວມມື ແລະ ແລກປ່ຽນບົດ ຮຽນນໍາຕ່າງປະເທດ, ເອົາໃຈໃສ່ ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນໃຫ້ ຫນັກແຫນ້ນເຂັ້ມແຂງ, ເພີ່ມ ທະການນໍາພາຂອງຄະນະພັກ ແລະ ການນໍາແຕ່ລະຂັ້ນຕໍ່ວຽກ ງານຕິດຕາມກວດກາວຽກງານ ສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງ. ພາຍຫລັງສໍາ ເລັດກອງປະຊຸມນີ້ແລ້ວໃຫ້ຄະນະ ກວດກາຂອງບັນດາກະຊວງ-ອົງ ການ, ແຂວງ-ນະຄອນຫວງນໍາ ເອົາເນື້ອໃນຈິດໃຈກອງປະຊຸມ ຄັ້ງນີ້ ໄປລາຍງານຕໍ່ບັນດາເລຂາຄະນະພັກແລະຄະນະປະຈໍາພັກຮັບຮູ້ເຂົ້າໃຈ ແລະ ພ້ອມກັນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປາກົດຜົນເປັນຈິງ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ