ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກົມ 213 ສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງວຽກງານຈຸດສຸມປະຈຳປີ 2019
ເວລາອອກຂ່າວ: 2019-02-04 09:14:09 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2133 | ຄວາມນິຍົມ:



ກົມ 213 ໄດ້ຈັດກອງປະຊຸມ ສະຫລຸບວຽກງານຮອບດ້ານປະ ຈຳປີ 2018 ແລະ ວາງທິດທາງ ວຽກງານຈຸດສຸມປະຈຳປີ 2019, ໃນວັນທີ 31 ມັງກອນ 2019 ນີ້ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ເລຂາຄະນະພັກ, ຫົວ ຫນ້າກົມ 213, ມີຄະນະພັກ-ຄະ ນະບັນຊາ, ຫ້ອງການ, ກອງພັນ, ສູນ, ໂຮງຮຽນ, ພະນັກງານ-ນັກ ຮົບພາຍໃນກົມ 213 ເຂົ້າຮ່ວມ. ພັນໂທ ເຜີຍເພັດ ພົມສີຈັນ ຫົວ ຫນ້າຫ້ອງການບໍລິຫານກົມ 213 ໄດ້ຂຶ້ນຜ່ານບົດສະຫລຸບໃນໄລຍະ 1 ປີ ຜ່ານມາ, ໂດຍໄດ້ຮັບການຊີ້ ນຳຕິດແທດຈາກຂັ້ນເທິງ ແລະ ຄວາມເປັນເຈົ້າການຂອງຄະນະ ພັກ-ຄະນະບັນຊາ ກົມ 213, ໄດ້ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດ ແລະ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກອົງ ການກົມ 213, ຍົກສູງຄວາມ ຮັບຜິດຊອບຕໍ່ຫນ້າທີ່ການເມືອງ ຂອງຕົນ, ປັບປຸງຄວາມສາມັກຄີ ພາຍໃນເປັນປຶກແຜ່ນ ແລະ ປັບ ປຸງແບບແຜນວິທີເຮັດວຽກ, ຈັດ ຕັ້ງຊີ້ນຳແຕ່ລະຫນ້າວຽກຢ່າງ ມີປະສິດທິພາບ, ຍ້ອນພະນັກ ງານ-ນັກຮົບໄດ້ຮັບການສຶກສາ ອົບຮົມການເມືອງນຳພາແນວຄິດ ຢ່າງຕໍ່ເນື່ອງເຮັດໃຫ້ມີຄວາມຕື່ນ ຕົວປະຕິບັດໜ້າທີ່, ຜ່ານຜ່າທຸກ ຄວາມຫຍຸ້ງຍາກ, ເຮັດສຳເລັດຫນ້າທີ່ການເມືອງຂອງຕົນເປັນ ຢ່າງດີເຮັດໃຫ້ນາຍ ແລະ ພົນທະ ຫານມີແນວຄິດການເມືອງໜັກ ແໜ້ນ, ມີຄວາມສະຫງົບ, ອຸ່ນອຽນ ຕໍ່ໜ້າທີ່ການເມືອງຂອງຕົນຖືເອົາ ການຈັດຕັ້ງປະຕິບັດວຽກງານຕົວ ຈິງເປັນບ່ອນສຶກສາຍົກລະດັບ ຄວາມຮູ້, ສະສົມປະສົບການ ແລະ ຄວາມສາມາດໃນການຈັດ ຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກໄດ້ຢ່າງຖືກຕ້ອງ ສອດຄ່ອງກັບສະພາບ ແລະ ເງື່ອນ ໄຂຕົວຈິງຂອງກົມກອງ. ໃນນີ້ກົມ 213 ມີຄະນະພັກຮາກຖານແຂງ ຮອບດ້ານ ມີ 42 ຫົວໜ່ວຍ, ແຂງ ມີ 6 ຫົວໜ່ວຍ, ໜ່ວຍພັກຮາກ ຖານຂຶ້ນກັບຄະນະພັກອົງການ ກົມ 213 ແຂງຮອບດ້ານມີ 10 ຫົວໜ່ວຍ, ໜ່ວຍພັກຂຶ້ນກັບຄະນະ ພັກຮາກຖານແຂງຮອບດ້ານມີ 26 ຫົວໜ່ວຍ ແລະ ແຂງມີ 6 ຫົວໜ່ວຍ, ລວມທັງໝົດ 90 ຫົວ ໜ່ວຍ. ພັນໂທ ໄກສອນ ພິລາວົງ ຫົວ ຫນ້າຫ້ອງການເມືອງ ກົມ 213 ໄດ້ ຂຶ້ນຜ່ານດຳລັດຂອງປະທານປະ ເທດ, ດຳລັດຂອງນາຍົກລັດຖະ ມົນຕີ ແລະ ຂໍ້ຕົກລົງວ່າດ້ວຍການ ຍ້ອງຍໍສັນລະເສີນຜົນງານ 5 ປີ ເພື່ອຂໍ່ານັບຮັບຕ້ອນ ແລະ ສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ແກ່ນາຍ ແລະ ພົນທະຫານ ກົມ 213 ໃນນີ້ມີຫຼຽນໄຊອິດສະ ຫຼະຊັ້ນ II ໃຫ້ 1 ສະຫາຍ ແລະ 1 ກົມກອງ, ຫຼຽນໄຊອິດສະຫລະ ຊັ້ນ III ໃຫ້ 6 ສະຫາຍ ແລະ 6 ກົມ ກອງ, ປະດັບຫຼຽນໄຊແຮງງານ ຊັ້ນ 2 ໃຫ້ 63 ສະຫາຍ ແລະ 3 ກົມກອງ, ປະດັບຫຼຽນໄຊແຮງ ງານຊັ້ນ 3 ໃຫ້ 182 ສະຫາຍ ແລະ 16 ກົມກອງ, ປະດັບຫຼຽນກາ ແຮງງານໃຫ້ 666 ສະຫາຍ, ມອບໃບຍ້ອງຍໍລັດຖະບານຈຳ ນວນ 194 ສະຫາຍ ແລະ 16 ກົມກອງ, ແລະ ມອບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບຈຳນວນ 112 ສະຫາຍ. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ