ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ທະຫານແຂວງອັດຕະປືຈັດຂຶ້ນຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-02-04 09:24:58 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2696 | ຄວາມນິຍົມ: ![]()
ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຢູ່ກອງບັນຊາການທະ ຫານ ແຂວງອັດຕະປື ໄດ້ຈັດຂຶ້ນ ຢ່າງຄຶກຄື້ນ ໃນວັນທີ 28 ມັງ
ກອນ 2019 ນີ້, ໂດຍການເປັນ ກຽດເຂົ້າຮ່ວມຂອງ ສະຫາຍ ພົນ
ໂທ ວິໄລ ຫລ້າຄໍາຟອງ ເລຂາທິ
ການສູນກາງພັກ, ລັດຖະມົນ ຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆອັດຕະປື, ສະຫາຍ ພົນຈັດຕະວາ ຄໍາເພັດ ສີຊານົນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ສະຫາຍ ພົນຈັດຕະວາ ກັນໄຍ ໄຊຍະສິດ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງອັດຕະປື, ມີບັນດາ ສະຫາຍຄະນະປະຈໍາພັກ ແຂວງ,
ຄະນະພັກ-ຄະນະບັນຊາກອງບັນ ຊາການ ປກຊ-ປກສ ແຂວງ, ກໍາມະການພັກ ເມືອງ, ບັນດາ ພະນັກງານປະຕິວັດອາວຸໂສບໍາ ນານ ຕະຫລອດຮອດພະນັກງານ-ນັກຮົບ, ນ້ອງນ້ອຍເຍົາວະຊົນ, ນັກຮຽນ-ນັກສຶກສາ ແລະ ມວນ ຊົນອ້ອມຂ້າງກອງບັນຊາການ ເຂົ້າຮ່ວມຈຳນວນຫຼວງຫຼາຍ.
ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆ ອັດຕະປື ໄດ້ຂຶ້ນປາໄສຕໍ່ພິທີວ່າ: ກ່ອນໜ້ານີ້ 70 ປີ ພາຍໃຕ້ການ
ນໍາພາຂອງພັກປະຊາຊົນລາວ
ທີ່ວາງແນວທາງສົງຄາມປະຊາ ຊົນ ແລະ ກໍ່ສ້າງກໍາລັງປະກອບ ອາວຸດ ປະຊາຊົນ ທັງຈັດຕັ້ງນໍາພາ ພາລະກິດປະຕິວັດ ໂດຍສອດຄ່ອງ ກັບສະພາບການ ແລະ ເງື່ອນໄຂ ຂອງການປະຕິວັດລາວໃນແຕ່ ລະໄລຍະເພື່ອຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ
ພາລະກິດຕໍ່ສູ້ຍາດເອົາຄວາມເປັນເອກະລາດຂອງຊາດນັ້ນ, ກອງລາດຊະວົງໄດ້ຮັບການ ສ້າງຕັ້ງຂຶ້ນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ ນັບແຕ່ກອງ ທັບໄດ້ຮັບການສ້າງຕັ້ງຂຶ້ນ
ກໍໄດ້ແບກຫາບພາລະກຳອັນ ໜັກໜ່ວງດຳເນີນການຕໍ່ສູ້ຕ້ານ ກັບຈັກກະພັດລ່າເມືອງຂຶ້ນທັງ ແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງ ພົນທີ່ເໜືອກວ່າຢ່າງຂາດຂັ້ນ, ແຕ່ດ້ວຍນໍ້າໃຈຮັກຊາດນໍ້າໃຈ ເດັດດ່ຽວໜຽວແໜ້ນກອງທັບ ເຮົາຍິ່ງຕໍ່ສູ້ຍິ່ງເຕີບໃຫຍ່ເຂັ້ມແຂງ ຍາດໄດ້ໄຊຊະນະເປັນກ້າວໆມາ ກ້າວຂຶ້ນສູ່ໄຊຊະນະອັນສົມບູນນຳເອົາຄວາມເປັນເອກະລາດ ແຫ່ງຊາດ ແລະ ຄວາມມີອິດສະ ຫຼະພາບອັນແທ້ຈິງມາສູ່ປະຊາ ຊົນ ລາວບັນດາເຜົ່າປົດປ່ອຍປະເທດ ຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຈາກ ນັ້ນມາກອງທັບເຮົາກໍໄດ້ເຮັດ ໜ້າທີ່ເປັນກຳລັງຫຼັກແຫຼ່ງໃນພາ ລະກິດປົກປັກຮັກສາປະເທດຊາດ ສາມາດຮັກສາໄດ້ເອກະລາດ, ອຳນາດອະທິປະໄຕຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໝັ້ນ ຄົງ, ສ້າງເງື່ອນໄຂໃຫ້ປະເທດ ຊາດໄດ້ມີການສ້າງສາພັດທະນາ ຮອບດ້ານ, ຊີວິດການເປັນຢູ່ຂອງ ປະຊາຊົນລາວບັນດາເຜົ່າໄດ້ຮັບ ການປົວແປງນັບມື້ດີຂຶ້ນເປັນ ກ້າວໆ. ໄປຄຽງຄູ່ກັນນັ້ນໄດ້ຍົກ ໃຫ້ເຫັນການເຕີບໃຫຍ່ຂະຫຍາຍ ຕົວຂອງກອງບັນຊາການທະ ຫານແຂວງອັດຕະປືໃນໄລຍະນັ້ນ ເຊິ່ງທະຫານແຂວງອັດຕະປື ໄດ້ຮັບການສ້າງຕັ້ງຂຶ້ນວັນທີ 15 ພຶດສະພາ 1959 ທີ່ໝັ້ນບ້ານ ຫາດຍາວ ເມືອງສະໜາມໄຊ ແຂວງອັດຕະປື ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໄດ້ມີພາລະໜ້າທີອັນໜັກໜ່ວງ ທັງຕີສັດຕູ ທັງປັບປຸງກໍ່ສ້າງກໍາລັງ ໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະບ້ານ ນໍາພາປະຊາຊົນທໍາການຜະລິດ ທັງນໍາພາເຄື່ອນໄຫວເຮັດໜ້າ ທີ່ສູ້ຮົບປ້ອງກັນປະຊາຊົນ ແຕ່ ນັ້ນມາກໍາລັງປະກອບອາວຸດ ທ້ອງຖິ່ນພວກເຮົາໄດ້ເຄື່ອນ ໄຫວປົກປັກຮັກສາເຂດນໍ້າແດນ ດິນໄວ້ໃຫ້ໝັ້ນຄົງສາມາດສ້າງໄດ້ ຜົນງານອັນຍິ່ງໃຫຍ່ປະກອບ ສ່ວນເຂົ້າໃນຂະບວນການປົດ ປ່ອຍຊາດສາມາດເປີດບັ້ນຕີສັດຕູ ທັງໄດ້ຮັບໄຊຊະນະ ແລະ ສາ ມາດປົດປ່ອຍແຂວງອັດຕະປືໄດ້ ຢ່າງສິ້ນເຊີງ.
ພາຍຫຼັງສໍາເລັດການປາໄສ ກໍໄດ້ຮັບຊົມການເດີນຂະບວນ ສວນສະໜາມຂອງກ້ອນກໍາລັງ ປ້ອງກັນຊາດ ແລະ ກ້ອນຕ່າງໆ ຈໍານວນ 8 ກ້ອນ ແລະ ຮັບຊົມ
ການສະແດງຫັດກາຍມືເປົ່າ
24 ຈັງຫວະ, ມວຍປ້ອງກັນ ໂຕຂອງເຫລົ່າຮົບຕີພິເສດ ແລະ ເຫລົ່າຮົບສື່ສານ, ຊົມການສະແດງເຕັ້ນຂອງເອື້ອຍນ້ອງຍິງ ໃນບົດເພງ ທ່ອງທ່ຽວອັດຕະປື ເພື່ອສະເຫຼີມສະຫຼອງວັນສ້າງສ້າງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ໃຫ້ເຕັມໄປ ດ້ວຍຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນຟົດຟື້ນກວ້າງ ຂວາງ.
ຂ່າວຍັງແຈ້ງໃຫ້ຮູ້ຕື່ມວ່າ: ເນື່ອງໃນໂອກາດກອງບັນຊາ ການທະຫານແຂວງອັດຕະປື ໄດ້ຈັດຕັ້ງສະເຫຼີມສະຫຼອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ໃນວັນທີ 27 ມັງກອນ ນີ້ ສະຫາຍ ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
ພ້ອມດ້ວຍການນໍາພັກແຂວງ ຍັງ
ໄດ້ເຂົ້າວາງພວງມາລາຢູ່ທີ່ນັກ
ຮົບນິລະນາມແຂວງ, ອະນຸສອນ
ປະທານ ໄກສອນ ພົມວິຫານ ແລະ
ອະນຸສາວະລີຮ່ວມສໍາພັນສູ້ຮົບ- ຫວຽດນາມເພື່ອສະແດງຄວາມ
ຮູ້ບຸນຄຸນຕໍ່ນັກຮົບປະຕິວັດຜູ້ເສຍ
ສະຫຼະຊີວິດເລືອດເນື້ອເຂົ້າໃນຂະ
ບວນການຕໍ່ສູ້ກູ້ຊາດຍາດເອົາເອ
ກະລາດອຳນາດອະທິປະໄຕ ແລະ
ຜືນແຜ່ນດິນອັນຄົບຖ້ວນມາສູ່
ປວງຊົນລາວທັງຊາດນັ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















