ແຂວງອຸດົມໄຊ ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2018
ເວລາອອກຂ່າວ: 2019-02-04 09:28:18 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239840270 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບຖອດຖອນ ບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2018 ແລະ ແຜນການປີ 2019
ຂອງແຂວງອຸດົມໄຊ ໄດ້ສຳເລັດ
ລົງຢ່າງຈົບງາມ ໃນວັນທີ 29 ມັງ
ກອນນີ້ພາຍຫຼັງດຳເນີນມາເປັນ
ເວລາ 1 ວັນ ຢູ່ທີ່ຫ້ອງປະຊຸມຫ້ອງ
ວ່າການປົກຄອງແຂວງ, ໂດຍ
ການເປັນປະທານຂອງ ສະຫາຍ
ປອ ຄຳພັນ ເຜີຍຍະວົງ ກຳມະ
ການສູນກາງພັກ, ເລຂາພັກ
ແຂວງ, ເຈົ້າແຂວງໆອຸດົມໄຊ ປະ
ທານປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບແຂວງ, ເປັນກຽດເຂົ້າຮ່ວມໂດຍ ມີສະຫາຍ ພົນ
ຈັດຕະວາ ຈັນທະວອນ ໄຊຍະຜົງ
ກຳມະການປະຈຳພັກແຂວງ,
ເລຂາພັກ, ຫົວໜ້າການທະຫານ
ກອງບັນຊາການທະຫານແຂວງ
ອຸດົມໄຊ, ສະຫາຍ ພົນຈັດຕະວາ
ນິລະວົງ ເຈືອງຕະວະລາດ ກຳມະ
ການປະຈຳພັກແຂວງ, ຫົວໜ້າ
ກອງບັນຊາການປ້ອງກັນຄວາມ
ສະຫງົບແຂວງ, ມີການນຳ
ແຂວງ, ເມືອງ, ການນຳກອງພົນ
ທີ 3 ແລະ ພາກສ່ວນກ່ຽວຂ້ອງ
ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີ
ລາຄາຄືນສະພາບການຈັດຕັ້ງປະ
ຕິບັດວຽກງານ ປກຊ-ປກສ ໃນ
ໄລຍະປີ 1 ຜ່ານມາ ໃນນີ້ໄດ້ຕີລາ
ຄາສະພາບລວມຂອງໂລກ, ພາກ
ພື້ນ ແລະ ສະພາບລວມພາຍໃນ ແຂວງ, ບັນດາກຸ່ມຄົນທີ່ບໍ່ຫວັງ ດີຍັງສືບຕໍ່ເຄື່ອນໄຫວປັ່ນປ່ວນ ມ້າງເພທຳລາຍ, ແຕ່ກໍາລັງປະ ກອບອາວຸດ ແລະ ປະຊາຊົນລາວ
ບັນດາເຜົ່າໄດ້ຕັ້ງໜ້າປະຕິບັດ ສອງໜ້າທີ່ຍຸດທະສາດ, ສືບຕໍ່ຮັກ ສາໄດ້ສະຖຽນລະພາບທາງດ້ານ ການເມືອງ ສັງຄົມມີຄວາມສະ ຫງົບ, ລະບົບການເມືອງຢູ່ຂັ້ນ ຮາກຖານໄດ້ຮັບການປັບປຸງໃຫ້ ໜັກແໜ້ນ, ກຳລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ນອກນັ້ນ ຍັງມີບາງດ້ານທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂເປັນຕົ້ນແມ່ນ ການສຶກສາອົບຮົມນໍ້າໃຈຮັກ ຊາດ, ການກໍ່ສ້າງຮາກຖານການ
ເມືອງຕິດພັນກັບການກໍ່ສ້າງຕາ ນ່າງ ປກຊ-ປກສ, ການຮັກສາ
ຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ, ການ
ເກັບກຳສະພາບການຂໍ້ມູນຂ່າວ
ສານໃຫ້ວ່ອງໄວຊັດເຈນຕອບ
ສະໜອງກັບຄວາມຮຽກຮ້ອງ ຕ້ອງການໃນສະເພາະໜ້າ ແລະ ຍາວນານ, ກອງປະຊຸມໄດ້ເອ ກະພາບທິດທາງແຜນການໃນປີ ຕໍ່ໜ້າ ໂດຍສະເພາະແມ່ນສຸມໃສ່ສືບຕໍ່ວຽກງານກໍ່ສ້າງຮາກຖານການເມືອງຢ່າງແຂງແຮງເຮັດ ຢ່າງມີຈຸດສຸມ ແລະ ຕໍ່ເນື່ອງຕາມ 4 ເນື້ອໃນ 4 ຄາດໝາຍ, ເປັນເຈົ້າ
ການເກັບກຳສະພາບຮອບດ້ານ, ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມຢ່າງຕັ້ງໜ້າ, ປົກປັກ ຮັກສາຄວາມເປັນລະບຽບຮຽບ ຮ້ອຍບໍລິເວນຊາຍແດນ ແລະ ບັນ
ຫາອື່ນໆ. ກອງປະຊຸມຍັງໄດ້ປະ ກອບຄຳຄິດຄຳເຫັນໃສ່ວຽກງານ ປກຊ-ປກສ ໃນປີ 2020 ບັນລຸ ຕາມຄາດໝາຍ.
ຕອນທ້າຍຂອງກອງປະຊຸມ ສະຫາຍ ປອ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ປະທານ
ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບແຂວງ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ
ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງໃຫ້
ທັນເວລາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















