ແຂວງສະຫວັນນະເຂດໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-02-04 09:31:20 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 1378 | ຄວາມນິຍົມ: ![]()
ວັນທີ 30 ມັງກອນ 2019 ນີ້, ແຂວງສະຫວັນນະເຂດຈັດຕັ້ງ ໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ (20/1/1949-20/1/ 2019) ຂຶ້ນທີ່ຫໍວັດທະນະທຳ ແຂວງ ໂດຍການເຂົ້າຮ່ວມຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ປະທານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແຂວງ, ມີສະ ຫາຍພົນຕີ ກິລະກອນ ບຸນນະຜົນ ຄະນະພັກກະຊວງປ້ອງກັນປະ ເທດ, ຫົວຫນ້າກົມໃຫຍ່ເຕັກນິກ ກອງທັບ ຕາງຫນ້າຄະນະນຳກະ ຊວງປ້ອງກັນປະເທດ, ສະຫາຍ ບົວສີ ຈະເລີນສຸກ ພະນັກງານປະ ຕິວັດອາວຸໂສບຳນານ, ຜູ້ແທນ
ຈາກກອງບັນຊາການທະຫານ ແຂວງກວາງຈິ ແຫ່ງ ສສ ຫວຽດ
ນາມ, ຜູ້ຕາງໜ້າຈາກກອງບັນຊາ
ການທະຫານແຂວງຄຳມ່ວນ, ກອງພົນທີ 4, ກອງພັນໃຫຍ່ 644, ໂຮງໝໍບໍລິເວນ 109, ມີບັນດາການນຳພັກ-ລັດຂັ້ນ ແຂວງ, ຂັ້ນເມືອງ, ມີນັກຮົບວີລະ ຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນທະຫານ, ນາຍແລະ ພົນຕຳຫລວດ, ພະນັກງານ
ພະແນກການຕ່າງໆອ້ອມຂ້າງ ແຂວງ, ຂະແຫນງການຕ່າງໆ ອ້ອມຂ້າງເມືອງ, ອຳນາດການ ປົກຄອງບ້ານຕ່າງໆ, ນັກຮຽນ- ນັກສຶກສາ, ປັນຍາຊົນ, ຕົວແທນ ປະຊາຊົນບັນດາເຜົ່າຊາວແຂວງ ສະຫວັນນະເຂດເຂົ້າຮ່ວມເປັນ ຈຳນວນຫລວງຫລາຍ.
ໃນພິທີເລີ່ມດ້ວຍການຮັບຊົມ ຮູບເງົາມູນເຊື້ອການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາ ຊົນລາວ '70 ປີ ໃຕ້ຮົ່ມທຸງຂອງ
ພັກ' ແລະ ຮັບຟັງການປາຖະກະ
ຖາຂອງ ສະຫາຍ ບົວສີ ຈະ ເລີນສຸກ ພະນັກງານປະຕິວັດອາ ວຸໂສບຳນານ, ເຊິ່ງໄດ້ເລົ່າຄືນປະ ຫວັດສາດການກຳເນີດ, ມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ຂະ ຫຍາຍຕົວ, ຄວາມໝາຍ, ຄວາມ ສຳຄັນ, ຜົນງານ ແລະ ໄຊຊະນະ ທີ່ເປັນມູນເຊື້ອຂອງກອງທັບປະ ຊາຊົນລາວ, ພາຍໃຕ້ການນຳພາ ເດັດຂາດໂດຍກົງຮອບດ້ານຂອງ ພັກຕໍ່ກຳລັງປະກອບອາວຸດພວກ ເຮົາໃຫ້ພະນັກງານ-ນັກຮົບ, ລັດ ຖະກອນ ແລະ ປະຊາຊົນບັນດາ ເຜົ່າເປັນຕົ້ນແມ່ນຄົນຮຸ່ນໜຸ່ມໃຫ້ ຮັບຮູ້, ເຂົ້າໃຈ, ກຳແຫນ້ນມູນເຊື້ອ ແລະ ເຫດການສຳຄັນຂອງວັນ ດັ່ງກ່າວໃຫ້ກວ້າງຂວາງເລິກເຊິ່ງ ເພື່ອພ້ອມກັນປຸກລະດົມເສີມຂະ ຫຍາຍມູນເຊື້ອດັ່ງກ່າວເຂົ້າໃນຂະ ບວນການເຄື່ອນໄຫວຈັດຕັ້ງປະຕິ ບັດມະຕິຕ່າງໆຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ ຂອງລັດໃຫ້ປາກົດຜົນເປັນ ຈິງ, ຕັ້ງຫນ້າປັບປຸງ, ຮັດແຫນ້ນ ຄວາມສາມັກຄີປອງດອງທົ່ວ ປວງຊົນພາຍໃຕ້ຮົ່ມທຸງຂອງພັກ. ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ ຫັນປ່ຽນໂດຍສັນຕິຂອງພວກຄົນ ບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະ ກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມ ຄອງສັງຄົມດ້ວຍກົດໝາຍໃຫ້ມີ ຄວາມສັກສິດເຊີດຊູນຳ້ໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດຫລຸດພົ້ນອອກ ຈາກຄວາມທຸກຍາກ.
ໂອກາດດັ່ງກ່າວ ສະຫາຍ ສັນຕິ ພາບ ພົມວິຫານ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງໆສະ ຫວັນນະເຂດ, ປະທານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຂວງກໍໄດ້ຂຶ້ນກ່າວຄຳປາໄສຕໍ່ພິ ທີໂຮມຊຸມນຸມ ເຊິ່ງບາງຕອນສຳ ຄັນສະຫາຍໄດ້ກ່າວວ່າ: ກ່ອນໜ້າ ນີ້ 70 ປີ ໃນທ່າມກາງຂະບວນ ການຕໍ່ສູ້ອັນຟົດຟື້ນຂອງປະຊາ ຊົນບັນດາເຜົ່າໃນທົ່ວປະເທດແຕ່ ເຫນືອເຖິງໃຕ້ ໄດ້ພ້ອມກັນຕ້ານ ຈັກກະພັດຜູ້ຮຸກຮານ ແລະ ລູກ ແຫລ້ງຕີນມືຂາຍຊາດນັ້ນ, ກອງ ທັບປະຊາຊົນລາວກໍໄດ້ຮັບການ ປະກາດສ້າງຕັ້ງຂຶ້ນຢູ່ເຂດຕາ ແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນ ໂດຍປະທານ ໄກ ສອນ ພົມວິຫານ ນັບແຕ່ນັ້ນມາ ກອງທັບເຮົາໄດ້ເຄື່ອນໄຫວໂຄສະ ນາຂົນຂວາຍປະຊາຊົນບັນດາ ເຜົ່າເຂົ້າຮ່ວມການປະຕິວັດ, ທັງປັບປຸງກໍ່ສ້າງກຳລັງ, ທັງກໍ່ ສ້າງຮາກຖານການເມືອງ, ທັງ ຕໍ່ສູ້ຕ້ານອິດທິກຳລັງປໍລະປັກຈັກ ກະພັດຕ່າງດ້າວທັງເກົ່າ ແລະ ໃໝ່ ຢ່າງອົງອາດກ້າຫານຈົນສາ ມາດຍາດເອົາໄຊຊະນະຟື້ນຟູອຳ ນາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດ ແລະ
ສະຖາປະນາຂຶ້ນເປັນ ສາທາ
ລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຢ່າງສະຫງ່າຜ່າ ເຜີຍ ໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາກອງທັບເຮົາກໍໄດ້ ປະຕິບັດສອງຫນ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ທັງປັບ ປຸງກໍ່ສ້າງກຳລັງທັງເຝິກແອບ ຮໍ່າຮຽນການເມືອງ, ການທະ ຫານ, ວິຊາສະເພາະເຕັກນິກ, ທັງ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງ ສັດ, ປັບປຸງສະຖານທີ່ຄ້າຍຄູ, ສ້າງເສດຖະກິດເພື່ອແກ້ໄຂຊີວິດ ການເປັນຢູ່ຂອງກົມກອງໃຫ້ນັບ ມື້ມີຄວາມກ້າວຫນ້າໃຫ້ກາຍເປັນ ກອງທັບທີ່ມີແບບແຜນທັນສະ ໄໝ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















