ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

40 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານທະຫານຂັ້ນສູງ
ເວລາອອກຂ່າວ: 2022-07-19 09:27:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 294 | ຄວາມນິຍົມ:



ຂອບເຂດການເຄື່ອນໄຫວວຽກ ງານຂອງສານທະຫານຂັ້ນຕົ້ນ ເຂດພາກໃຕ້ມີບັນດາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ທີ່ຕັ້ງຢູ່ ແຂວງສະຫວັນນະເຂດ, ຈໍາປາ ສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື. ສໍາລັບສານທະ ຫານຂັ້ນຕົ້ນເຂດພາກກາງແມ່ນ ຈັດຕັ້ງເປັນພະແນກໜຶ່ງຂຶ້ນກັບ ສານທະຫານຂັ້ນສູງ ມີພາລະບົດ ບາດດໍາເນີນການຕັດສິນຄະດີ ອາຍາ ແລະ ຄອບຄົວເປັນຂັ້ນຕົ້ນ, ຂອບເຂດການເຄື່ອນໄຫວວຽກ ງານຂອງສານທະຫານຂັ້ນຕົ້ນ ເຂດພາກກາງມີບັນດາກຳລັງ ຫຼວງ ແລະ ກຳລັງທ້ອງຖິ່ນ ທີ່ຕັ້ງ ຢູ່ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ຊຽງຂວາງ, ຫົວພັນ, ບໍລິຄໍາໄຊ ແລະ ແຂວງຄຳມ່ວນ. ການຕັດສິນຄະດີ ແມ່ນປະກອບ ດ້ວຍຄະນະສານ 1 ຄັນ, ຕຸລາ ການ 2 ຄັນ ເຊິ່ງຕຸລາການແມ່ນຖືກແຕ່ງຕັ້ງໄວ້ຢູ່ແຕ່ລະກົມກອງ ໂດຍແມ່ນສານທະຫານຂັ້ນສູງ ເປັນຜູ້ແຕ່ງຕັ້ງ. ອີງຕາມກົດໝາຍ ວ່າດ້ວຍ ສານປະຊາຊົນ ສະບັບປັບປຸງ ເລກທີ 05/ສພຊ, ລົງວັນທີ 21 ຕຸລາ 2003 ມາດຕາ 52 ໄດ້ກໍາ ນົດວ່າ: ສານທະຫານມີພາລະ ບົດບາດ ດໍາເນີນຕັດສິນຄະດີ ອາຍາ ກ່ຽວກັບການກະທຳຜິດ ທີ່ເກີດຂຶ້ນຢູ່ໃນຂົງເຂດວຽກ ງານການທະຫານ ຫຼື ໃນຂອບ ເຂດຕັ້ງທັບຂອງທະຫານ. ດັ່ງ ນັ້ນ, ມາຮອດປີ 2006 ສານທະ ຫານຈຶ່ງໄດ້ຍຸບພະແນກສານ ແພ່ງ ແລະ ມອບຄະດີແພ່ງເບື້ອງ ກອງທັບ ໃຫ້ສານປະຊາຊົນ ເປັນຜູ້ພິຈາລະນາຕັດສິນຕາມ ກົດໝາຍ. ການພິຈາລະນາຕັດ ສິນຄະດີຂອງສານທະຫານ ໃນ ໄລຍະນີ້ຈົນເຖິງປັດຈຸບັນ ແມ່ນ ປະກອບດ້ວຍຜູ້ພິພາກສາ 3 ຄົນ, 1 ສະຫາຍເປັນປະທານ ແລະ 2 ສະຫາຍເປັນຄະນະ, ຜູ້ພິພາກສາ ທີ່ປະກອບເຂົ້າໃນຄະນະສານ ຕັດສິນຄະດີ ຕ້ອງໄດ້ຮັບການ ແຕ່ງຕັ້ງຈາກຄະນະປະຈຳສະພາ ແຫ່ງຊາດ. ປີ 2006 ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ອະນຸ ມັດສ້າງຕັ້ງສານທະຫານພາກ ກາງຂຶ້ນ ຕາມມະຕິຕົກລົງສະ ບັບເລກທີ 694/ກປທ, ລົງວັນທີ 3 ເມສາ 2006 ແລະ ໄດ້ປະ ກາດຢ່າງເປັນທາງການໃນປີ 2007 ເຊິ່ງມີພາລະບົດບາດໃນ ການພິຈາລະນາຕັດສິນຄະດີອາ ຍາເປັນຂັ້ນຕົ້ນ, ການດໍາເນີນຊີ ວິດການເມືອງ, ງົບປະມານຮັບ ໃຊ້ ແລະ ນະໂຍບາຍອື່ນໆ ແມ່ນ ຂຶ້ນກັບກອງບັນຊາການທະ ຫານນະຄອນຫຼວງວຽງຈັນ, ດ້ານວຽກງານວິຊາສະເພາະ ແກ້ໄຂຄະດີ ແມ່ນຂຶ້ນກັບສານ ທະຫານຂັ້ນສູງເປັນຜູ້ຊີ້ນຳໂດຍ ກົງ. ໄລຍະແຫ່ງການພັດທະນາ ແຕ່ປີ 2013-ປັດຈຸບັນ, ອີງຕາມ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະ ໃໝ່ ກົດໝາຍ ວ່າດ້ວຍສານທະ ຫານສະບັບທຳອິດໄດ້ຖືກຮັບ ຮອງເອົາໃນກອງປະຊຸມສະໄໝ ສາມັນເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ VII ໃນວັນທີ 17 ທັນວາ 2013 ແລະ ປະທານປະ ເທດ ໄດ້ປະກາດໃຊ້ຢ່າງເປັນ ທາງການ ຕາມລັດຖະດຳລັດ ສະ ບັບເລກທີ 067/ປປທ, ລົງວັນທີ 28 ມັງກອນ 2014 ເຊິ່ງເປັນຂີດ ໝາຍປະຫວັດສາດອັນສໍາຄັນ ໃນການກຳນົດກົງຈັກການຈັດ ຕັ້ງ, ບຸກຄະລາກອນ, ພາລະບົດ ບາດ, ສິດ ແລະ ໜ້າທີ່ ຂອງສານ ທະຫານ ຢ່າງເປັນຮູບປະທໍາ ແລະ ເປັນລະບົບຄົບຊຸດ ແລະ ໄດ້ກາຍເປັນບ່ອນອີງໃຫ້ສານທະ ຫານ ໄດ້ເຄື່ອນໄຫວເຮັດສຳເລັດ ໜ້າທີ່ການເມືອງຂອງຕົນ ເປັນ ຢ່າງດີ. ຢູ່ໃນມາດຕາ 51 ຂອງ ກົດໝາຍວ່າດ້ວຍ ສານທະຫານ ໄດ້ກໍານົດວ່າ: ວັນສ້າງຕັ້ງສານ ທະຫານ ແມ່ນວັນທີ 13 ກໍລະ ກົດ 1982 ຍ້ອນແນວນັ້ນ ຢູ່ສູນ ກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງພິ ທີສະເຫຼີມສະຫຼອງໃນແຕ່ລະປີ ຕາມຄວາມເໝາະສົມ. ອີງຕາມແຜນຍຸດທະສາດ ການປັບປຸງ ກໍ່ສ້າງກຳລັງປະກອບ ອາວຸດກອງທັບປະຊາຊົນລາວ ໃນແຕ່ລະໄລຍະໃຫ້ນັບມື້ເຕີບ ໃຫຍ່ເຂັ້ມແຂງຮອບດ້ານ, ປັບປຸງ ກອງທັບປະຕິວັດໃຫ້ມີລະບຽບ ແບບແຜນທັນສະໄໝ, ມີຄວາມ ສາມາດພຽງພໍເພື່ອປະກອບ ສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ກະຊວງປ້ອງກັນ ປະເທດ ໄດ້ປັບປຸງໂຄງປະກອບ ການຈັດຕັ້ງຂອງແຕ່ລະກົມກອງ ຄືນໃໝ່ ເຊິ່ງຢູ່ໃນນັ້ນລວມມີ ສານທະຫານຂັ້ນສູງ. ປີ 2016 ກະຊວງປ້ອງກັນປະເທດໄດ້ ອະນຸມັດຕົກລົງໃຫ້ສານທະຫານ ພາກເໜືອ, ພາກກາງ ແລະ ພາກ ໃຕ້ ມາຂຶ້ນກັບສານທະຫານຂັ້ນ ສູງ ແລະ ໃຕ້ການຊີ້ນໍາໂດຍກົງ, ຮອບດ້ານຈາກກົມໃຫຍ່ການ ເມືອງກອງທັບ. ປີ 2017 ໄດ້ ໂອນເອົາພະແນກປະຕິບັດຄໍາຕັດ ສິນຂອງສານໄປຂຶ້ນກັບກົມກົດ ໝາຍ ຫ້ອງວ່າການກະຊວງປ້ອງ ກັນປະເທດ. ປັດຈຸບັນໂຄງຮ່າງ ການຈັດຕັ້ງຂອງສານທະຫານ ຂັ້ນສູງ ແລະ ສານທະຫານພາກ ປະກອບມີ: ປະທານ 1 ສະຫາຍ; ຮອງປະທານ 2 ສະຫາຍ ແລະ ມີ 4 ພະແນກການຂຶ້ນກັບຄື: ພະແນກຫ້ອງການ ແຜນການ-ສັງລວມ, ພະແນກສານອາຍາ (ມີຂັ້ນຕົ້ນ ແລະ ຂັ້ນອຸທອນ), ພະແນກຄຸ້ມຄອງວິຊາການ ແລະ ສະຖິຕິສານ ແລະ ພະແນກອົບ ຮົມວິຊາການ. ດ້ານຈໍານວນພົນ ກໍໄດ້ປະກອບຄົບຊຸດຕາມພາລະ ບົດບາດ ແລະ ໜ້າທີວິຊາສະ ເພາະ ເຊິ່ງພະນັກງານວິຊາສະ ເພາະໄດ້ຮັບການກໍ່ສ້າງ ທັງ ພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບການຍົກລະດັບເປັນວິ ຊາການທີ່ມີຄວາມຮູ້-ຄວາມ ສາມາດທີ່ແນ່ນອນ. ນອກນີ້, ຍັງ ເອົາໃຈໃສ່ພັດທະນາພື້ນຖານ ໂຄງລ່າງ, ລະບົບຄ້າຍຍຄູຂອງ ສານທະຫານພາກເໜືອ, ພາກ ກາງ ແລະ ສານທະຫານພາກ ໃຕ້ໃຫ້ແໜ້ນໜາຖາວອນ, ສ່ວນ ສານທະຫານຂັ້ນສູງ ແມ່ນກໍາ ລັງດໍາເນີນການກໍ່ສ້າງ ມີຄວາມ ຄືບໜ້າ 85%. ຕະຫຼອດ 40 ປີ ແຫ່ງສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສານທະຫານຂັ້ນສູງ ສາ ມາດສ້າງໄດ້ຜົນງານອັນຍິ່ງ ໃຫຍ່ຢ່າງຫຼວງຫຼາຍ ແລະ ເຮັດ ສໍາເລັດໜ້າທີ່ຂອງຕົນ ປະກອບ ສ່ວນຢ່າງໃຫຍ່ຫຼວງເຂົ້າໃນການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ກໍຄືກອງທັບ ດ້ວຍລະບຽບກົດ ໝາຍ ເຮັດໃຫ້ປະເທດຊາດມີ ສະຖຽນລະພາບທາງດ້ານການ ເມືອງ, ກອງທັບມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມມີຄວາມສາມັກຄີປອງ ດອງ ແລະ ຍຸຕິທໍາ. ຈາກຜົນງານ ດັ່ງກ່າວ, ການຈັດຕັ້ງຂັ້ນເທິງຈຶ່ງ ຕົກລົງຍ້ອງຍໍປະເພດຕ່າງໆຄື: ຫຼຽນໄຊອິດສະຫຼະ ຊັ້ນ II ຈຳນວນ 2 ໜ່ວຍ, ຊັ້ນ III ຈຳນວນ 2 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ຈຳ ນວນ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 3 ໜ່ວຍ, ຊັ້ນ III ຈຳນວນ 11 ໜ່ວຍ, ຫຼຽນກາແຮງ ງານ 16 ໜ່ວຍ ແລະ ໃບຍ້ອງຍໍ ຂັ້ນຕ່າງໆຈຳນວນ 49 ໃບ. ນອກ ນີ້ ສານທະຫານຂັ້ນສູງ ຍັງໄດ້ ຮັບການຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ 8 ສະໄໝ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ປະເພດ I ຈໍາ ນວນ 8 ສະໄໝ, ສານທະຫານ ພາກເໜືອ ໄດ້ຮັບການຢັ້ງຢືນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 11 ສະໄໝ, ທຸງໄຊນໍາ ໜ້າ 2 ຜືນ ແລະ ກົມກອງປອດ ໃສ ປອດໄພ ປອດຄະດີ ປະເພດ 1 ຈໍານວນ 6 ສະໄໝ. ສານທະ ຫານພາກກາງ ໄດ້ຮັບການຢັ້ງ ຢືນເປັນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ 5 ສະໄໝ ແລະ ກົມກອງປອດໃສ ປອດໄພ ປອດ ຄະດີ ປະເພດ I ຈໍານວນ 2 ສະ ໄໝ ແລະ ສານທະຫານພາກ ໃຕ້ໄດ້ຮັບການຢັ້ງຢືນເປັນໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ 6 ສະໄໝ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ປະເພດ I ຈໍາ ນວນ 2 ສະໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ